ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໓ ເມສາ ໒໐໒໕

ສຫລ ວາງມາດຕະການລົງໂທດ ຕໍ່ຫຼາຍກ່ວາຊາວຄົນ ແລະ ບໍລິສັດ ທີ່ກ່ຽວຂ້ອງກັບໂຄງການນິວເຄລຍ ຂອງອີຣ່ານ


ປະທານາທິບໍດີ Hassan Rouhani ຂອງອີຣ່ານກ່າວຄໍາປາໄສ ໃນວັນເປີດສະພາຊຸດໃໝ່ໃນນະຄອນເຕຫະຣ່ານ, ວັນທີ 27 ພຶດສະພາ, 2020.
ປະທານາທິບໍດີ Hassan Rouhani ຂອງອີຣ່ານກ່າວຄໍາປາໄສ ໃນວັນເປີດສະພາຊຸດໃໝ່ໃນນະຄອນເຕຫະຣ່ານ, ວັນທີ 27 ພຶດສະພາ, 2020.

ສະຫະລັດໃນວັນຈັນມື້ນີ້ ຈະວາງມາດຕະການລົງໂທດຕໍ່ຫຼາຍກ່ວາຊາວຄົນແລະ ບໍລິສັດ ທີ່ກ່ຽວຂ້ອງກັບໂຄງການນິວເຄລຍ, ຂີປະນາວຸດ ແລະອາວຸດທຳມະດາຂອງອີຣ່ານ, ອີງຕາມຄໍາເວົ້າຂອງເຈົ້າໜ້າທີ່ຂັ້ນສູງຂອງສະຫະລັດ, ໂດຍເພີ້ມຄວາມໜັກໜ່ວງໃຫ້ແກ່ການລົງໂທດຂອງອົງການສະຫະປະຊາຊາດຕໍ່ເຕຫະຣ່ານ ທີ່ວໍຊິງຕັນໄດ້ໂຕ້ຖຽງວ່າໄດ້ນໍາກັບມາໃຊ້ຄືນອີກແລ້ວ ເຖິງແມ່ນວ່າບັນດາປະເທດພັນທະມິດ ແລະປະເທດປໍລະປັກຈະຄັດຄ້ານ ຢູ່ນັ້ນກໍຕາມ.

ໂດຍກ່າວຢ່າງບໍ່ປະສົງບອກນາມ, ເຈົ້າໜ້າທີ່ຄົນນີ້ເວົ້າວ່າ ອີຣ່ານສາມາດມີວັດຖຸດິບ ທີ່ພຽງພໍສຳລັບຜະລິດອາວຸດນິວເຄລຍໃນທ້າຍປີນີ້ ແລະວ່າ ເຕຫະຣ່ານໄດ້ສືບຕໍ່ການຮ່ວມມື ຜະລິດຂີປະນາວຸດຍິງໄລຍະໄກກັບເກົາຫຼີເໜືອ ທີ່ປະກອບອາ ວຸດນິວເຄລຍນັ້ນ. ທ່ານບໍ່ໄດ້ໃຫ້ຫຼັກຖານລະອຽດກ່ຽວກັບການກ່າວອ້າງໃດໆໃນທັງສອງຢ່າງນັ້ນເລີຍ.

ມາດຕະການລົງໂທດໃໝ່ ແມ່ນເໝາະກັບຄວາມພະຍາຍາມຂອງປະທານາທິບໍດີສະຫະລັດທ່ານ ດໍໂນລ ທຣໍາ ໃນການຈຳກັດອິດທິພົນຢູ່ໃນພາກພື້ນຂອງອີຣ່ານ ແລະ ມີຂຶ້ນນຶ່ງອາທິດຫຼັງຈາກຂໍ້ຕົກລົງທີ່ສະຫະລັດເປັນຜູ້ຊຸກຍູ້ໃຫ້ເກີດ ສໍາລັບສະຫະລັດອາຣັບ ເອມີເຣສ ແລະບາຫ໌ເຣນ ເພື່ອເຮັດໃຫ້ສາຍພົວພັນກັບອິສຣາແອລເປັນປົກກະຕິ ຊຶ່ງເປັນສົນທິສັນຍາ ທີ່ອາດຈະເຮັດໃຫ້ມີການຮວມຕົວກັນຂອງພັນທະມິດທີ່ກວ້າງກວ່າເກົ່າ ເພື່ອຕ້ານກັບອີຣ່ານ ໃນຂະນະທີ່ເຮັດໃຫ້ເປັນທີ່ຖືກໃຈຂອງຜູ້ມີສິດປ່ອນບັດເລືອກຕັ້ງຂອງສະຫະລັດ ທີ່ສະໜັບສະໜຸນ ອິສ ຣາແອລ ກ່ອນການເລືອກຕັ້ງວັນທີ 3 ພະຈິກນີ້.

ມາດຕະການລົງໂທດຊຸດໃໝ່ຍັງເຕືອນໃຫ້ບັນດາພັນທະມິດຢູໂຣບ, ຈີນ ແລະຣັດເຊຍຊາບວ່າ ເຖິງແມ່ນພວກເຂົາເຈົ້າອາດຈະມີແນວໂນ້ມທີ່ເມີນເສີຍຕໍ່ການຜັກດັນຂອງສະຫະລັດໃນຮັກສາການລົງໂທດຕໍ່ອີຣ່ານໄວ້ກໍຕາມ, ແຕ່ວ່າບັນດາບໍລິສັດທີ່ຕັ້ງຢູ່ໃນປະເທດຂອງພວກເຂົາກໍ່ຈະຮູ້ສຶກຖືກກະທົບເມື່ອມີການລະເມີດ.

ສ່ວນທີ່ສຳຄັນຂອງການຊຸກຍູ້ໃໝ່ຂອງສະຫະລັດແມ່ນດໍາລັດທີ່ແນເປົ້າໝາຍໃສ່ຜູ້ທີ່ຊື້ຫຼືຂາຍອາວຸດທຳມະດາໃຫ້ແກ່ອີຣ່ານເຊິ່ງກ່ອນໜ້ານີ້ໄດ້ຖືກລາຍງານໂດຍອົງ ການຂ່າວຣອຍເຕີສ໌ (Reuters) ແລະຍັງຈະຖືກເປີດເຜີຍໃຫ້ຮູ້ໂດຍລັດຖະບານທ່ານທຣໍາໃນວັນຈັນມື້ນີ້, ອີງຕາມເຈົ້າໜ້າທີ່ທ່ານນັ້ນ.

ລັດຖະບານທ່ານທຣໍາສົງໄສວ່າອີຣ່ານກຳລັງຊອກຫາວິທີຜະລິດອາວຸດນິວເຄລຍ ຊຶ່ງເປັນບາງສິ່ງບາງຢ່າງທີ່ເຕຫະຣ່ານປະຕິເສດ ແລະຂັ້ນຕອນລົງໂທດໃນວັນຈັນມື້ນີ້ ແມ່ນເປັນຄັ້ງຫລ້າສຸດ ໃນໄລຍະການສະເໜີເພື່ອສະກັດກັ້ນໂຄງການປະລາມະນູຂອງອີຣ່ານ, ເຊິ່ງສະຫະລັດຖືວ່າເປັນໄພຂົ່ມຂູ່ທີ່ມີຢູ່ແລ້ວ.

ເຈົ້າໜ້າທີ່ສະຫະລັດທ່ານນັ້ນກ່າວຕໍ່ຜູ້ສື່ຂ່າວຂອງຣອຍເຕີສ໌ (Reuters) ວ່າ "ເປັນທີ່ຈະແຈ້ງວ່າອີຣ່ານກໍາລັງເຮັດທຸກສິງທຸກຢ່າງ ທີ່ຈະເຮັດໄດ້ ເພື່ອໃຫ້ມີຄວາມສາມາດໃນການສ້າງໃຫ້ສໍາເລັດໃນຕົວຈິງ ເພື່ອຈະກັບໄປມາເຮັດທຸລະກິດປະກອບອາວຸດຄືນອີກໃນທັນທີທັນໃດ ຖ້າຫາກປະເທດດັ່ງກ່າວເລືອກທີ່ຈະເຮັດ ແນວນັ້ນ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ
please wait

No live streaming currently available

0:00 0:00 Live

ສົດ ລາຍການວິທະຍຸ-ໂທລະພາບ ພາກພາສາລາວ

XS
SM
MD
LG