ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສ​ຫລ ສົ່ງ​ກຳ​ລັງ ແລະ​ອຸບ​ປະ​ກອນ ທາງ​ທະ​ຫານ ໄປ ຊາ​ອຸ​ດີ ອາ​ຣາ​ເບຍ ແລະ ສະ​ຫະ​ລັດ ອາ​ຣັບ ເອ​ເມີ​ເຣ​ສ


ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ພວມ​ກ່າວ​ໃນ​ລະ​ຫວ່າງ ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ຮ່ວມ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອອ​ສ​ເຕ​ຣ​ເລຍ ທ່ານ​ສ​ກັອດ ມໍ​ຣິ​ສ​ສັນ ທີ່​ທຳ​ນຽບ​ຂາວ ເມື່ອ​ວັນ​ທີ 20 ກັນ​ຍາ 2019.
ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ພວມ​ກ່າວ​ໃນ​ລະ​ຫວ່າງ ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ຮ່ວມ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອອ​ສ​ເຕ​ຣ​ເລຍ ທ່ານ​ສ​ກັອດ ມໍ​ຣິ​ສ​ສັນ ທີ່​ທຳ​ນຽບ​ຂາວ ເມື່ອ​ວັນ​ທີ 20 ກັນ​ຍາ 2019.

ສະ​ຫະ​ລັດ​ພວມ​ສົ່ງ​ກຳ​ລັງ​ທະ​ຫານແລະ​ອຸບ​ປະ​ກອນ​ປ້ອງ​ກັນ​ທາງ​ອາ​ກາດເພີ້ມ​ຕື່ມ​ໄປ​ຍັງ​ຊາ​ອຸ​ດີ ອາ​ຣາ​ເບຍ ​ແລະ ​ສະ​ຫະ​ລັດ ອາ​ຣັບ ເອ​ເມີ​ເຣ​ສ ອີງ​ຕາມ​ຄຳ​ຖະ​ແຫຼງ​ຂອງ​ທຳ​ນຽບ​ຫ້າ​ແຈ​ ໃນ​ຄືນ​ວັນ​ສຸກວານນີ້.

ການ​ປະ​ກາດ​ດັ່ງ​ກ່າວ ​ມີ​ຂຶ້ນ​ຫຼັງ​ຈາກ​ການ​ໂຈມ​ຕີ​ໂຮງ​ກັ່ນ​ນ້ຳ​ມັນ​ຂອງ​ຊາ​ອຸ​ດີ ໃນ​ທ້າຍ​ອາ​ທິດ​ແລ້ວທີ່​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ​ກ່າວ​ວ່າ ກະ​ທຳ​ໂດຍ​ອີ​ຣ່ານນັ້ນ ຊຶ່ງ​ເປັນການ​ກ່າວ​ຫາ​ທີ່​ເຕ​ຫະ​ຣ່ານ​ໄດ້​ປະ​ຕິ​ເສດ.

​ທ່ານ​ມາກ ແອັ​ສ​ເປີ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດກ່າວ​ໃນ​ລະ​ຫວ່າງ​ການ ຖະ​ແຫຼງ​ຂ່າວ​ທີ່​ທຳ​ນຽບ​ຫ້າ​ແຈ​ວ່າ ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ “ໄດ້​ໃຫ້​ການ​ອະ​ນຸ​ມັດ ​ກ່ຽວ​ກັບ​ການ​ສົ່ງ​ກຳ​ລັງ​ທະ​ຫານ​ສະ​ຫະ​ລັດ​ດັ່ງ​ກ່າວ ຊຶ່ງ​ເປັນ​ກອງ​ກຳ​ລັງ​ທີ່ມີລັກ​ສະ​ນະ​ແບບ​ປ້ອງ​ກັນ​ໂຕ.”

ທ່ານ​ແອ​ສ​ເປີ​ກ່າວ​ວ່າ ສະ​ຫະ​ລັດ​ແມ່ນ​ສະ​ໜອງ​ຕອບ ​ຕໍ່​ການ​ຮ້ອງ​ຂໍ​ຂອງ​ຊາ​ອຸ​ດີ ອາ​ຣາ​ເບຍແລະ​ສະ​ຫະ​ລັດ ອາ​ຣັບ ເອ​ເມີ​ເຣ​ສ ເພື່ອ​ປັບ​ປຸງ​ລະ​ບົບ​ປ້ອງ​ກັນ​ທາງ​ອາ​ກາດ​ແລະ​ລູກ​ສອນ​ໄຟ​ຂອງ​ພວກ​ເຂົາ​ເຈົ້າ.

ນາຍ​ພົນ​ໂຈ​ເຊັ​ຟ ດັນ​ຟອ​ຣ໌ດ ປະ​ທານ​ເສ​ນາ​ທິ​ການ​ຮ່ວມ​ຂອງກອງ​ທັບ​ສະ​ຫະ​ລັດ ກ່າວ​ໃນ​ວັນ​ສຸກວານນີ້​ວ່າ ລາຍ​ລະ​ອຽດ​ກ່ຽວ​ກັບ​ການ​ສົ່ງ​ກອງ​ກຳ​ລັງ​ຂອງ​ສະ​ຫະ​ລັດ ຈະ​ມີ​ການ​ຫາ​ລື​ກັນ​ໃນ​ທ້າຍ​ອາ​ທິດນີ້ ແລະ​ກໍ​ຈະ​ເປີດ​ເຜີຍ​ໃຫ້​ຊາບ​ໃນ​ອາ​ທິດ​ໜ້າ.

ນາຍ​ພົນດັນ​ຟອ​ຣ໌ດ ກ່າວ​ວ່າ “ລັດ​ຖະ​ມົນ​ຕີ​ໄມ​ຄ໌ ພອມ​ພຽວ ຫາ​ກໍ​ກັບ​ຄືນ​ມາ​ເຊົ້າ​ມື້ນີ້ແລະ​ຊາ​ອຸ​ດີ ອາ​ຣາ​ເບຍ ໄດ້​ຮ້ອງ​ຂໍ​ໃຫ້​ຊ່ວຍເສີມສະ​ມັດ​ຖະ​ພາບ​ໃນ​ດ້ານ​ປ້ອງ​ກັນ​ປະ​ເທດ. ພວກ​ເຮົາ​ຍັງ​ບໍ່​ທັນ​ໄດ້​ຕັດ​ສິນ​ໃຈ​ ກ່ຽວກັບ​ກົມ​ກອງ​ໃດ​ນຶ່ງ ​ຢ່າງ​ເປັນ​ການ​ສະ​ເພາະ” ແຕ່​ພວກ​ທີ່​ໄດ້​ຖືກ​ເລືອກ​ໃຫ້​ສົ່ງ​ໄປຈະ​ຊ່ວຍ​ເສີມ​ຂະ​ຫຍາຍ​ສະ​ມັດຖະ​ພາບ​ລະ​ບົບ​ປ້ອງ​ກັນ​ລູກ​ສອນ​ໄຟ​ຂອງ​ປະ​ເທດ​ທັງ​ສອງ.

ນອກນັ້ນ ໃນ​ຕອນ​ແລງ​ຂອງວັນ​ສຸກວານນີ້ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ ກໍ​ໄດ້​ປະ​ກາດ​ວ່າ ຕົນ​ໄດ້​ສົ່ງ​ຄະ​ນະ​ພວກ​ນັກ​ຊ່ຽວ​ສາ​ກົນ 4 ຄົນ​ໄປ​ຍັງ​ຊາ​ອຸ​ດີ ອາ​ຣາ​ເບຍເພື່ອ​ສືບ​ສວນ​ເບິ່ງ​ການ​ໂຈມ​ຕີ​ໂຮງ​ກັ່ນ​ນ້ຳ​ມັນ​ຢູ່​ທີ່ນັ້ນ.

ກ່ອນ​ໜ້ານັ້ນ ທ່ານ​ທ​ຣຳ​ໄດ້​ປະ​ກາດ​ ກ່ຽວ​ກັບ​ມາດ​ຕະ​ການ​ລົງ​ໂທດ​ໃໝ່​ຕໍ່​ທະ​ນາ​ຄານ​ແຫ່ງ​ຊາດ​ອີ​ຣ່ານ​ ໃນ​ວັນ​ຈ​ສຸກວານນີ້ ຊຶ່ງ​ເປັນ​ການ​ເພີ້ມ​ຄວາມ​ກົດ​ດັນ​ທາງດ້ານ​ເສດ​ຖະ​ກິດ​ຕໍ່​ສາ​ທາ​ລະ​ນະ​ລັດ​ອິ​ສ​ລາມ​ດັ່ງ​ກ່າວ ແຕ່​ໄດ້​ໂຈະ​ການ​ປະ​ຕິ​ບັດ​ງານ​ທາງ​ທະ​ຫານ​ໂດຍ​ກົງ​ໄວ້​ກ່ອນ.

ທ່ານ​ທ​ຣຳ​ໄດ້​ກ່າວ​ໃນ​ລະ​ຫວ່າງກອງ​ປ​ະ​ຊຸມ​ຖະ​ແຫຼງ​ຂ່າວ ຮ່ວມ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີອອ​ສ​ເຕ​ຣ​ເລຍ ທ່ານ​ສ​ກັອດ ມໍ​ຣິ​ສັນ ໂດຍ​ເວົ້າ​ວ່າ “ຂ້າ​ພະ​ເຈົ້າ​ຄິດ​ວ່າ​ການລົງ​ໂທດ​ຄົງ​ຈະ​ໄດ້​ຜົນ.” ນອກນັ້ນ​ທ່ານ​ທ​ຣຳ​ຍັງ​ເວົ້າ​ວ່າ “ການ​ປະ​ຕິ​ບັດ​ງານ​ທາງທະ​ຫານ​ອາດ​ຈະ​ໄດ້​ຜົນ ແຕ່​ກໍ​ຍາກ​ທີ່​ຈະ​ເອົາ​ຊະ​ນະ​ໄດ້.”

ແຕ່​ແນວ​ໃດ​ກໍ​ຕາມ ທ່ານ​ທ​ຣຳ​ກ່າວ​ວ່າ ທ່ານ​ບໍ່​ມີ​ແຜນ​ທີ່​ຈະ​ຕອບ​ໂຕ້​ທາງ​ທະ​ຫານຕໍ່​ການ​ໂຈມ​ຕີ​ໂດຍ​ຖະ​ແຫຼງ​ຕໍ່​ພວກ​ນັກ​ຂ່າວ​ທີ່​ທຳ​ນຽບ​ຂາວ​ວ່າ “ວິ​ທີ​ການ​ຂອງ​ບຸກ​ຄົນ​ທີ່​ເຂັ້ມ​ແຂງແລະ​ສິ່ງ​ທີ່​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມແຂງແກ່ນແມ່ນ​ເຜີຍ​ໃຫ້​ເຫັ​ນ​ເຖິງ​ການ​ໃຊ້​ຄວາມ​ຢັບ​ຢັ້ງ​ໄວ້​ໜ້ອຍ​ນຶ່ງ.”

ແຕ່​ແນວ​ໃດ​ກໍ​ຕາມ ທ່ານ​ທ​ຣຳ​ເຕືອນ​ວ່າ “ອີ​ຣ່ານ​ຮູ້​ດີ​ວ່າ​ຕົນປະ​ພຶດ​ບໍ່​ດີ​ຫຼື​ບໍ່ ພວກ​ເຂົາ​ກຳ​ລັງຢູ່​ໃນ​ເວ​ລາ​ທີ່​ອາດ​ຈະ​ໝົດ​ລົງ​ໃນ​ໄວໆ​ນີ້.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG