ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະລັດ ອອກຄຳສັ່ງ ສົ່ງທະຫານ ປະຕິບັດການ ພິເສດ ໄປ ຊີເຣຍ


ທະຫານ ປະຕິບັດການ ພິເສດ ສະຫະລັດ
ທະຫານ ປະຕິບັດການ ພິເສດ ສະຫະລັດ

ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ໄດ້ຮັບຮອງທີ່ ຈະສົ່ງກຳລັງປະຕິບັດການພິເສດ ສະຫະລັດ ກຸ່ມນ້ອຍກຸ່ມໜຶ່ງໄປ ພາກເໜືອຂອງ ຊີເຣຍ ເພື່ອສະໜັບສະໜູນນັກຮົບທ້ອງຖິ່ນຕໍ່ສູ້ກັບ ພວກຫົວຮຸນແຮງ ລັດອິສລາມ. ທຳນຽບຂາວກ່າວວ່າ ຕົນຈະບໍ່ປ່ຽນ ແປງພາລະກິດຂອງຕົນແຕ່ ຈະເພີ່ມຄວາມພະຍາຍາມ ຂອງພວກ ເຂົາເຈົ້າເພື່ອໜູນຫຼັງກຸ່ມຝ່າຍກົງກັນຂ້າມກັບລັດຖະບານ ຜູ້ທີ່ກຳ ລັງທຳຄວາມຄືບໜ້າຢູ່. ນັກຂ່າວວີໂອເອ Alice Salinas ມີຂໍ້ມູນ ເພີ່ມເຕີມຈາກທຳນຽບຂາວ ເຊິ່ງ ພຸດທະສອນ ຈະນຳລາຍລະອຽດ ມາສະເໜີທ່ານ.

ທຳນຽບຂາວກ່າວວ່າ ທະຫານຝ່າຍກົງກັນຂ້າມ ທີ່ທຳການຕໍ່ສູ້ ກັບພວກຫົວຮຸນແຮງ
ລັດອິສລາມ ແມ່ນກຳລັງຈະໄດ້ຮັບໄຊຊະນະໃນພາກເໜືອຂອງ ຊີເຣຍ, ຍ້ອນການໂຈມຕີ
ທາງອາ ກາດນຳພາໂດຍ ສະຫະລັດ ແລະ ຄວາມພະຍາຍາມທີ່ຈະສະໜອງຕື່ມ ແລະຈັດຫາ
ອຸປະ ກອນອື່ນໆໃຫ້ພວກເຂົາເຈົ້າ.

ແລະ ຍ້ອນແນວນັ້ນ, ພວກເຂົາເຈົ້າຈຶ່ງກ່າວວ່າ, ປະທານາທິບໍດີ ໂອບາມາ ໄດ້ສົ່ງເຈົ້າໜ້າທີ່ ປະຕິບັດການພິເສດ ສະຫະລັດ ໜ້ອຍກວ່າ 50 ຄົນໄປ “ຝຶກຊ້ອມ, ຊ່ວຍເຫຼຶືອ ແລະເປັນທີ່
ປຶກສາ”
ພວກນັກຮົບໃນທ້ອງຖິ່ນທີ່ພະຍາຍາມຈະພັກດັນພວກຫົວຮຸນແຮງອອກໄປ.

ທ່ານ Josh Earnest ໂຄສົກທຳນຽບຂາວກ່າວວ່າ “ອົງປະກອບຂອງແຜນຍຸດທະສາດ
ເພື່ອສ້າງຄວາມສາມາດນັ້ນ​ໄດ້ສ້າງຄວາມກ້າວໜ້າຕໍ່ໄປ, ແລະ ດັ່ງນັ້ນ, ທ່ານປະທານາ
ທິບໍດີ ຈຶ່ງຢາກໃຫ້ເພີ່ມການຊ່ວຍເຫຼືອດັ່ງກ່າວ ທີ່ເຮົາຈັດຫາໃຫ້ນັ້ນ, ແລະ ວິທີໜຶ່ງທີ່
ທ່ານສາມາດເພີ່ມການຊ່ວຍເຫຼືອນັ້ນໄດ້ກໍແມ່ນ ຈັດພວກເຂົາເຈົ້າ ໃຫ້ເປັນຄູ່ ກັບບັນດາ
ຜູ້ຊ່ຽວຊານ.”

ທຳນຽບຂາວໄດ້ຢືນຢັນວ່າ ທະຫານປະຕິບັດການພິເສດແມ່ນບໍ່ໄດ້ຢູ່ໃນພາລະກິດການສູ້
ຮົບ ເຊິ່ງແມ່ນສິ່ງທີ່ປະທານາທິບໍດີ ໂອບາມາ ໄດ້ປະຕິຍານວ່າທ່ານຈະບໍ່ອະນຸຍາດໃຫ້ກະທຳ.

ທ່ານ Josh Earnest ໄດ້ກ່າວວ່າ “ເລື້ອງກໍຄືວ່າ ແຜນຍຸດທະສາດ ຂອງທະຫານພວກເຮົາ
ໃນຊີເຣຍ ແມ່ນຍັງບໍ່ໄດ້ປ່ຽນແປງ. ຈຸດສູນກາງຂອງແຜນຍຸດທະສາດ ຂອງພວກເຮົາ
ໃນຊີເຣຍ ແມ່ນເພື່ອສ້າງຄວາມສາມາດ ໃຫ້ກັບກຳລັງທະຫານ ທ້ອງຖິ່ນຢູ່ເທິງພື້ນດິນ
ຂອງປະເທດຂອງ ພວກເຂົາເຈົ້າເອງ.”

ແຕ່ວ່າການໂຈມຕີຫຼາຍຄັ້ງຄືເທື່ອນີ້ໃນ ອີຣັກ ໄດ້ຊັກນຳໃຫ້ກຳລັງທະຫານພິເສດ ສະຫະລັດ ເຂົ້າໃນສະຖານະການ ການຕໍ່ສູ້, ຊຶ່ງໃນກໍລະນີນີ້ແມ່ນ​ຈະເຮັດໃຫ້ທະຫານ ສະຫະລັດ ຖືກ ຂ້າຕາຍ.

ທຳນຽບຂາວກ່າວວ່າ ມັນແມ່ນແຜນຍຸດທະສາດຫຼາຍປີ ທີ່ລວມມີການສິ້ນສຸດຂອງລະບອບ
ປະທານາທິບໍດີ Assad ນຳ. ແຕ່ບັນດາຜູ້ຊ່ຽວຊານກ່າວວ່າປະເທດຂູ່ແຂ່ງທີ່ເຂົ້າຮ່ວມໃນ
ການເຈລະຈາທາງການທູດ ກ່ຽວກັບການປ່ຽນແປງ ທາງດ້ານການເມືອງ ບາງທີຈະບໍ່ເຫັນ
ດີໃນທິດທາງແນວຄິດດຽວກັນ.

ທ່ານນາງ Jessica Ashooh ຈາກສະພາ Atlantic ກ່າວວ່າ “ມັນບໍ່ມີເຫດຜົນສຳລັບ
ຜູ້ສະໜັບສະໜູນທ່ານ Assad ຄື ອີຣ່ານ, ຣັດເຊຍ ເພື່ອທຳການຜ່ອນຜັນໃຫ້ ຢູ່ໂຕະ
ປະຊຸມ ເພາະວ່າ ທາງທະຫານແລ້ວພວກເຂົາເຈົ້າຮູ້ສຶກຄືວ່າພວກເຂົາເຈົ້າ ຈະສາມາດ
ໄດ້ຮັບໄຊຊະນະ, ແລະ ຈົນກວ່າການຄິດໄລ່ທາງທະຫານນັ້ນໄດ້ ມີ
ການປ່ຽນແປງ, ສຳລັບ
ຂ້າພະເຈົ້າແລ້ວ​ ຂ້າພະເຈົ້າຈະບໍ່ຄາດຫວັງຂັ້ນຕອນທາງ ການທູດໃດໆ ເພື່ອສ້າງຄວາມ
ສຳເລັດ.”

ຣັດເຊຍ ກຳລັງສືບຕໍ່ການໂຈມຕີທາງອາກາດທີ່ພວກເຂົາເຈົ້າອ້າງວ່າ ແນເປົ້າໃສ່ພວກຫົວ
ຮຸນແຮງ ອິສລາມ. ແຕ່ ສະຫະລັດ ກ່າວວ່າ ການໂຈມຕີສ່ວນໃຫຍ່ຂອງ ມົສກູ ບໍ່ໄດ້ຖືກພື້ນ
ທີ່ໆພວກລັດອິສລາມຕັ້ງຖິ່ນຖານຢູ່ ແລະ ແມ່ນຄວາມຕັ້ງໃຈທີ່ຈະສົ່ງເສີມທ່ານ Assad
ຕ່າງຫາກ.

ໃນຂະນະດຽວກັນ, ສະຫະລັດ ກໍໄດ້ສົ່ງເຮືອບິນຮົບເພີ່ມເຕີມໄປຍັງຖານທັບອາກາດໃນ
ເທີກີ ແຕ່ກໍ ຍັງບໍ່ທັນໄດ້ມີການຕັດສິນເທື່ອວ່າ ຈະສົ່ງກຳລັງປະຕິບັດການພິເສດ ໄປເພີ່ມ
ເຕີມ ຖ້າຍັງບໍ່ທັນມີການເຫັນວ່າ ແຜນຍຸດທະສາດຂອງຕົນ ເພື່ອປາບປາມພວກລັດອິສລາມ
ນັ້ນໄດ້ ຜົນ.

XS
SM
MD
LG