ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະຫະລັດ ອອກຄຳສັ່ງ ໃຫ້ສົ່ງ ກຳລັງພິເສດ ໄປປະຕິບັດງານ ຢູ່ຊີເຣຍ


ກຳລັງທະຫານພິເສດ ຂອງສະຫະລັດ
ກຳລັງທະຫານພິເສດ ຂອງສະຫະລັດ

ທິມນ້ອຍໆ​ທິມໜຶ່ງ ​ຂອງກຳລັງ​ພາກພື້ນດິນ​ສະຫະລັດ ຈະຖືກ
​ສົ່ງໄປຍັງ​ພາກ​ເໜືອ​ຂອງ​ຊີເຣຍ ​ເພື່ອ​ໃຫ້ການ​ຊ່ວຍເຫ​ລື​ອ ບັນ
ດາກຸ່ມ​ຕໍ່ຕ້ານ​ລັດ​ຖະບານ ​ໃນ​ການ​ສູ້​ລົບ​ ກັບພວກ​ຫົວ​ຮຸນ​ແຮງ
ລັດ​ອິສລາມ.

ການ​ສົ່ງ​ທະຫານ​ດັ່ງກ່າວ ​ແມ່ນ​ຂີດ​ໝາຍ​ເທື່ອ​ທຳ​ອິດ​ໃນ​ການ​ສົ່ງ
ກຳລັງ​ພາກ​ພື້ນ​ດິນ​ຂອງສະຫະລັດ​ໄປຍັງ​ຊີ​ເຣຍ ​ນອກ​ເໜືອ​ຈາກ​
ການ​ບຸກ​ໂຈມ​ຕີ ຫລືການ​ປະຕິ ບັດ​ງານ​ໂດຍ​ສະ​ເພາະ​.

ທຳນຽບຂາວ​ ກ່າວ​ໃນ​ວັນ​ສຸກ​ວານ​ນີ້​ວ່າ ປະທານາທິບໍດີ ​ໄດ້​ອານຸ
ມັດ​ໃຫ້​ສົ່ງ​ກຳ ລັງ​ພິ​ເສດຂອງ​ສະຫະລັດ ​ເກືອບ 50 ​ຄົນ ​ໄປຊ່ວຍ​
ປະສານ​ງານ ກັບ​ພວກ​ນັກ ລົບໃນ​ທ້ອງ​ຖິ່ນ​ຂອງຊີ​ເຣ​ຍ ​ໃນ​ຄວາມ​ພະຍາ​ຍາມຂອງ​ສະຫະລັດ​ເພື່ອນຳພາກຳ ລັງ​ແນວ​ໂຮມ.

​ໂຄສົກ​ທຳນຽບຂາວ ທ່ານ Josh Earnest ກ່າວ​ຕໍ່​ບັນດາ​ນັກຂ່າວ​ວ່າ "ກຳລັງ​ພິ​ເສດ​ຂອງ
ສະຫະລັດ ທີ່​ສົ່ງ​ໄປ​ຊີເຣຍ ຈະ​ໃຫ້ການ​ເຝິກ​ແອ​ບ ​ໃຫ້​ຄຳ​ແນະນຳ​ ​ແລະ​ຊ່ວຍ​ເຫລືອ​ບາງ​ຢ່າງ” ແກ່​ພວກທີ່​ກຳລັງ​ທຳ​ການ​ສູ້​ລົບ ກັບຫົວ​ຮຸນ​ແຮງຈັດ ລັດ​ອິສລາມ​ຫຼື IS.

ທ່ານ Earnest ກ່າວເພີ້ິມອີກ​ວ່າ “ນີ້​ເປັນຍຸດ​ທະ​ສາດ​ເພື່ອ​ເພີ້ມທະວີການ​ໂຈມ​ຕີ ທີ່​ປະທາ
ນາທິບໍດີ​ ໄດ້​ປະກາດກວ່າ​ໜຶ່ງ​ປີ​ກ່ອນ ແລະ​ວ່າ ຈຸດ​ໃຈກາງຂອງ​ຍຸດ​ທະ​ສາດສະຫະລັດ ​ໃນ​
ອີ​ຣັກ ​ແລະ​ຊີ​ເຣຍ ຍັງ​ຄົງ​ເດີມຄື “ສ້າງ​ສະ​ມັດ​ຖະພາບຂອງ​ກຳລັງພາກ​ພື້ນ​ດິນ​ໃນ​ທ້ອງ​ຖິ່ນ.”

ກຳລັງ​ທະຫານ​ສະຫະລັດ ຈະ​ເຂົ້າ​ໄປ​ໃນ​ຊີເຣຍ ​ໃນ​ບໍ່​ເທົ່າໃດ​ອາທິດ​ຂ້າງ​ໜ້າ​ນີ້ ​ແລະ​ຢູ່ໃນ
ປະ​ເທດບໍ່​ກາຍ 60 ມື້ ​ໃນ​ແຕ່ລະ​ເທຶຶ່ອ ອີງ​ຕາມ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງຂອງ ກະຊວງປ້ອງກັນ
ປະ​ເທດ​. ​ເຂົາ​ເຈົ້າ​ຈະ​ຕັ້ງ​ຄ້າ​ຍຢູ່ “ກອງ​ບັນຊາ​ການ” ຂອງ​ກຳ ລັງທ້ອງ​ຖິ່ນ​ຊີ​ເຣຍ ທີ່​ປະກອບ
​ດ້ວຍ​ຊາວອາຣັບ ​ເຄີ​ດ ​ແລະ​ເທິ​ກ ​ເພື່ອ​ຊ່ວຍ​ດ້ານ​ກົນລະຍຸດ ວາງ​ແຜນ​ປະຕິບັດ​ງານ ​ແລະ

​ດ້ານ​ພະລາທິການ.

​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຄົນ​ໜຶ່ງ​ກ່າວ​ວ່າ “ພວກ​ເຮົາ​ຕ້ອງການ​ລົງສູ່່ພື້ນທີ່ ພົບ​ປະ​ກັບ​ເຂົາ​ເຈົ້າ ບໍ່
​ມີ​ຫຍັງ​ທີ່​ຄື​ກັນກັບການ​ຕິດ​ຕໍ່​ກັນ ​ແບບໜ້າ​ຕໍ່ໜ້າ.”

US to Send Special Operations Forces to Syria to Bolster Fight Against IS
please wait

No media source currently available

0:00 0:02:16 0:00

XS
SM
MD
LG