ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຈະສົ່ງຄະນະຜູ້ແທນ ໄປໄຕ້ຫວັນ ພາຍຫຼັງຈາກ ການເລືອກຕັ້ງຂອງປະເທດນັ້ນ


ພວກຜູ້ສະໜັບສະໜຸນ ພາກັນໂບກທຸງຊາດຂອງໄຕ້ຫວັນ ແລະທຸງຂອງພັກປະຊາຊົນຂອງໄຕ້ຫວັນ (TPP) ໃນລະຫວ່າງການຊຸມນຸມໂຄສະນາຫາສຽງການເລືອກຕັ້ງ ໃນນະຄອນກີລຸງ ເມື່ອວັນທີ 10 ມັງກອນ 2024.
ພວກຜູ້ສະໜັບສະໜຸນ ພາກັນໂບກທຸງຊາດຂອງໄຕ້ຫວັນ ແລະທຸງຂອງພັກປະຊາຊົນຂອງໄຕ້ຫວັນ (TPP) ໃນລະຫວ່າງການຊຸມນຸມໂຄສະນາຫາສຽງການເລືອກຕັ້ງ ໃນນະຄອນກີລຸງ ເມື່ອວັນທີ 10 ມັງກອນ 2024.

ກ່ອນໜ້າຂອງການແຂ່ງຂັນເລືອກຕັ້ງປະທານາທິບໍດີ ແລະສະພາ ໃນວັນເສົາຈະມາເຖິງນີ້ຢູ່ໃນໄຕ້ຫວັນ ບ່ອນທີ່ຄວາມສຳພັນຂ້າມຊ່ອງແຄບ ແລະວີທີທີ່ຈະຮັບມືກັບນະໂຍບາຍຂອງປັກກິ່ງຕໍ່ປະເທດເກາະທີ່ປົກຄອງຕົນເອງແຫ່ງນີ້ ເປັນ ຫົວຂໍ້ໃຫຍ່ ຊຶ່ງວໍຊິງຕັນ ໄດ້ປະກາດວ່າ ຕົນຈະສົ່ງ “ຄະນະຜູ້ແທນລະດັບສູງທີ່ບໍ່ເປັນທາງການ” ​ໄປ​ຢ້ຽມ​ຢາມ ຫຼັງຈາກການເລືອກຕັ້ງ ຂອງໄຕ້ຫວັນ. ການເຄື່ອນໄຫວນີ້ ເປັນໄປໄດ້ສູງທີ່ຈະກະຕຸ້ນ ໃຫ້ເກີດຄວາມບໍ່ພໍໃຈຂອງຈີນ.

ເພື່ອ​ປ້ອງ​ກັນ ການມີປະຕິກິລິຍາຢ່າງແຂງຂັນຈາກປັກກິ່ງ ເຈົ້າໜ້າທີ່ອະວຸໂສຂອງຄະນະລັດຖະບານ ໄດ້ກ່າວຕໍ່ບັນດານັກຂ່າວ ໃນກອງປະຊຸມຖະແຫລງຂ່າວ ເມື່ອວັນພຸດວານນີ້ ທີ່ວ່າ ການສົ່ງຄະນະຜູ້ແທນຢ່າງບໍ່ເປັນທາງການນັ້ນ ແມ່ນສອດຄ່ອງກັບ “ນະໂຍບາຍຈີນດຽວ” ຂອງວໍຊິງຕັນ ອັນເປັນສະຖານະພາບທີ່ເປັນຢູ່ໃນປັດຈຸບັນ ແລະຕາມການເວລາ ຫຼັງຈາກການເລືອກຕັ້ງເພື່ອຮັບປະກັນວ່າ ພວກເຮົາບໍ່ໄດ້ຮັບຮອງເອົາຜູ້ສະໝັກຄົນໃດຄົນນຶ່ງ ຫຼື ພັກໃດພັກນຶ່ງ ຫຼາຍກວ່າພັກອື່ນ.”

ການໄປຢ້ຽມຢາມນີ້ ຈະຮັບປະກັນການສື່ສານທີ່ແຈ່ມແຈ້ງກັບປະທານາທິບໍດີຂອງໄຕ້ຫວັນຜູ້ທີ່ຖືກເລືອກ ເຖິງຄວາມສຳຄັນຂອງການເປັນຄູ່ຮ່ວມງານ ລະຫວ່າງສະຫະລັດແລະໄຕ້ຫວັນ ເຈົ້າໜ້າທີ່ໄດ້ກ່າວ ໂດຍໃຫ້ຄວາມກະຈ່າງແຈ້ງກ່ຽວກັບວ່າ “ນະໂຍບາຍຈີນດຽວຂອງສະຫະລັດ ແມ່ນຫຍັງ ແລະອັນໃດທີ່ບໍ່ແມ່ນ.”

ພາຍໃຕ້ ນະໂຍບາຍ “ຈີນດຽວ” ຂອງສະຫະລັດ ກໍແມ່ນວ່າ ສະຫະລັດຮັບຮູ້ການອ້າງ​ເອົາອະທິປະໄຕຂອງໄຕ້ຫວັນຂອງປັກກິ່ງ​ເໜືອ​ໄຕ້​ຫວັນ ຊຶ່ງຈືນຖືວ່າ ເປັນແຂວງນຶ່ງ ທີ່ແຍກອອກໄປ ແຕ່ບໍ່ໄດ້ຮັບຮູ້ມັນ.

Ahead of the presidential and legislative election on Saturday in Taiwan, where cross-strait relations and how to deal with Beijing’s policy toward the self-ruled island are a central theme, Washington announced it will be sending a “high-level unofficial delegation” after the Taiwan election.

The move is likely to provoke Chinese ire.

Pre-empting a strong reaction from Beijing, a senior administration official told reporters in a briefing Wednesday that sending an unofficial delegation is consistent with Washington’s “One China policy, consistent with the status quo and timed after the election to ensure that we're not endorsing one candidate or one party over the other.”

The visit will ensure clear communication with Taiwan’s president-elect of the importance of the U.S.-Taiwan partnership, the official said, giving clarity on “what U.S. One China policy is and what it is not.”

Under Washington’s “One China” policy, the U.S. acknowledges Beijing’s claims of sovereignty over Taiwan, which China considers a breakaway province, but does not endorse it.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG