ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການຊ່ວຍເຫຼືອດ້ານຄວາມໝັ້ນຄົງຂອງ ສະຫະລັດ ໃຫ້ແກ່ ອິສຣາແອລ ຈະໄປເຖິງໃນໄວໆນີ້


ແຟ້ມພາບ - ໃນພາບນີ້ທີ່ສະໜອງໂດຍກອງທັບເຮືອສະຫະລັດ ແມ່ນກໍາປັ່ນບັນທຸກເຮືອນບິນລົບ the USS Gerald R. Ford ດຳເນີນການທົດສອບທາງທະເລຄັ້ງທຳອິດ ຈາກ Newport News, ລັດເວີຈີເນຍ, ວັນທີ 8 ເມສາ 2017. (ຜູ້ຊ່ຽວຊານດ້ານການສື່ສານມວນຊົນ ຊັ້ນ 2, ທ່ານ Ridge Leoni/ກອງທັບເຮືອສະຫະລັດ ໂດຍອົງການຂ່າວເອພີ)
ແຟ້ມພາບ - ໃນພາບນີ້ທີ່ສະໜອງໂດຍກອງທັບເຮືອສະຫະລັດ ແມ່ນກໍາປັ່ນບັນທຸກເຮືອນບິນລົບ the USS Gerald R. Ford ດຳເນີນການທົດສອບທາງທະເລຄັ້ງທຳອິດ ຈາກ Newport News, ລັດເວີຈີເນຍ, ວັນທີ 8 ເມສາ 2017. (ຜູ້ຊ່ຽວຊານດ້ານການສື່ສານມວນຊົນ ຊັ້ນ 2, ທ່ານ Ridge Leoni/ກອງທັບເຮືອສະຫະລັດ ໂດຍອົງການຂ່າວເອພີ)

ສະຫະລັດ ກຳລັງສົ່ງກຳປັ່ນບັນທຸກເຮືອບິນໃໝ່ ແລະທັນສະໄໝທີ່ສຸດຂອງຕົນ ພ້ອມດ້ວຍກຸ່​ມໂຈມ​ຕີ​ເຕັມຮູບແບບ, ເພື່ອໄປສະໜັບສະໜູນ ອິສຣາແອລ ຫຼັງ ການໂຈມຕີຂອງພວກກໍ່ການຮ້າຍທີ່ໄດ້ສັງຫານພົນລະເຮືອນຫຼາຍຮ້ອຍຄົນ.

ລັດຖະມົນຕີກະຊວງປ້ອງກັນປະເທດ ສະຫະລັດ ທ່ານ ລອຍ ອອສຕິນ ໄດ້ປະກາດໃນຖະແຫຼງການໃນວັນອາທິດວານນີ້ວ່າ ສະຫະລັດ ກຳລັງຈະເຄື່ອນຍ້າຍ ກຸ່​ມກຳ​ປັ່ນໂຈມ​ຕີ​ບັນ​ທຸກ​ເຮືອ​ບິນ​ລົບ USS Gerald R. Ford ໄປຍັງພາກ​ຕາ​ເວັນ​ອອກ​ຂອງທະເລ ເມດິເຕີເຣນຽນ ເພື່ອ “ເສີມສ້າງທ່າທີຂອງກະຊວງ ປ້ອງກັນປະເທດໃນພາກພື້ນ ເພື່ອຊຸກຍູ້ຄວາມພະຍາຍາມໃນການສະກັດກັ້ນໃນ ພາກພື້ນ.”

ກຳ​ປັ່ນ USS Gerald R. Ford ແລະລູກເຮືອຫຼາຍກວ່າ 4,000 ຄົນໄດ້ຖືກ ສົ່ງໄປປະຕິບັດການຄັ້ງທໍາອິດໃນປີກາຍນີ້. ເຈົ້າໜ້າທີ່ກອງທັບເຮືອ ສະຫະລັດ ໄດ້ອະທິບາຍວ່າ “ກຳປັ່ນລົບທີ່ໃຫຍ່ ແລະ ຮ້າຍກາດທີ່ສຸດຂອງອາເມຣິກາ,” ມີບ່ອນຈອດເຮືອບິນທີ່ຖືກອອກແບບໃໝ່ທີ່ຊ່ວຍໃຫ້ມັນສາມາດສົ່ງຖ້ຽວບິນໄດ້ ຫຼາຍກວ່າເຮືອບັນທຸກອື່ນໆຂອງ ສະຫະລັດ ເຖິງ 30%.

ກຳປັ່ນ Ford ຈະມາ​ພ້ອມກັບລູກ​ສອນ​ໄຟ​ນຳ​ວິຖີ ​ແລະ ລູກ​ສອນ​ໄຟທຳລາຍ​ນຳ​ວິຖີ 5 ລູກ.

ນອກຈາກ​ນີ້, ທ່ານ ອອສຕິນ ຍັງ​ກ່າວອີກ​ວ່າ ສະຫະລັດ ກຳລັງ​ດຳ​ເນີນການ​ເພື່ອ​ເສີມ​ຂະຫຍາຍ​ບັນດາ​ກອງ​ບັນຊາ​ການ​ເຮືອບິນ F-35, F-15, F-16, ​ແລະ A-10 ຂອງ​ກອງທັບ​ອາກາດ​ ສະຫະລັດ ໃນ​ຕາ​ເວັນ​ອອກ​ກາງ.

​ແລະ​ທ່ານ​ກ່າວ​ວ່າ, ສະຫະລັດ ​ຈະ​ສະໜອງ​ອຸປະກອນ, ຊັບພະຍາກອນ ​ແລະ ອາວຸດ​ຍຸດ​ໂທ​ປະກອນເພີ່ມຕື່ມ​ໃຫ້​ແກ່​ກອງທັບ​ ອິສຣາ​ແອລ​, ​ເຊິ່ງຈະ​ມາ​ເຖິງ​ໃນ​ບໍ່​ເທົ່າ​ໃດ​ມື້​ຂ້າງ​ໜ້າ, ​ເຊິ່ງເປັນສິ່ງທີ່ທຳນຽບຫາແຈ ໄດ້ກ່າວວ່າທ່ານ ອອສຕິນ ໄດ້ເນັ້ນຢໍ້າກັບ ລັດ​ຖະ​ມົນ​ຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ​ອິສຣາ​ແອລ ທ່ານ ໂຢອາຟ ກາ​ລ​ລັນ (Yoav Gallant) ໃນລະຫວ່າງການໂອ້ລົມທາງໂທລະສັບ ໃນວັນອາທິດ.

“ການ​ເສີມ​ຂະ​ຫຍາຍຈຸດຢືນຂອງກອງກຳ​ລັງ​ຮ່ວມ​ຂອງ​ພວກ​ເຮົາ, ນອກ​ເໜືອ​ໄປ​ຈາກ​ການ​ສະ​ໜັບ​ສະ​ໜູນ​ດ້ານ​ອຸ​ປະ​ກອນ​ທີ່​ພວກ​ເຮົາ​ຈະ​ສະ​ໜອງ​ໃຫ້ ​ອິດ​ສະ​ຣາ​ແອລ ​ຢ່າງ​ວ່ອງ​ໄວນັ້ນ, ຍັງ​ໄດ້​ເນັ້ນ​ໜັກ​ເຖິງ​ການ​ສະ​ໜັບ​ສະ​ໜູນທີ່ແຂງແກ່ນ ຂອງ ສະຫະລັດ ໃຫ້ແກ່​ກອງ​ກຳ​ລັງ​ປ້ອງ​ກັນ​ປະ​ເທດ ​ອິສ​ຣາ​ແອລ ແລະ ປະ​ຊາ​ຊົນ​ ອິສ​ຣາ​ແອລ,” ທ່ານ ອອສຕິນ ກ່າວ​ໃນ​ຖະ​ແຫຼງ​ການ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG