ທ່ານ Chuck Hagel ລັດຖະມົນຕີປ້ອງກັນປະເທດສະຫະລັດ ເວົ້າວ່າ ສະຫະລັດຈະສືບຕໍ່ຂໍຮ້ອງການຮ່ວມມືຂອງນານາຊາດໃນການຕອບໂຕ້ຕໍ່ຊີເຣຍ ທີ່ຖືກກ່າວຫາວ່າໄດ້ໃຊ້ອາວຸດເຄມີເຂັ່ນຂ້າປະຊາຊົນ ເຖິງແມ່ນບັນດາສະມາຊິກສະພາຂອງອັງກິດຄັດຄ້ານຕໍ່ການໃຊ້ກໍາລັງທະຫານໃນເລຶ່ອງນີ້ກໍຕາມ.
ລັດຖະມົນຕີ Hagel ກ່າວຕໍ່ພວກນັກຂ່າວທີ່ນະຄອນຫຼວງມະນິລາ
ປະເທດຟິລິບ ປິນ ເມື່ອວັນສຸກມື້ນີ້ ຫຼັງຈາກສະພາຕໍ່າຂອງອັງກິດ
ໄດ້ປະຕິເສດຕໍ່ ຄໍາສະເໜີເພື່ອປະກອບສ່ວນຂອງອັງກິດໃນການ
ໂຈມຕີທາງທະຫານນັ້ນ. ການລົງຄະແນນສຽງທີ່ບໍ່ມີຂໍ້ຜູກມັດ
ທີ່ໄດ້ຢຸດຍັ້ງທ່ານ David Cameron ນາຍົກລັດຖະມົນຕີອັງກິດ
ທີ່ໄດ້ບອກສະມາຊິກສະພາວ່າການໂຈມຕີທາງທະຫານ ຈະແມ່ນເພື່ອຕອບໂຕ້ຕໍ່ສົງຄາມ
ອາຊະຍາກໍາເທົ່ານັ້ນ ບໍ່ແມ່ນເພື່ອໂຄ່ນລົ້ມລັດຖະບານຊີເຣຍແຕ່ຢ່າງໃດ.
ເມື່ອວັນສຸກມື້ນີ້ ທ່ານ Francois Hollande ປະທານາທິບໍດີຝຣັ່ງ ເວົ້າວ່າ ຜົນການລົງຄະແນນສຽງຂອງອັງກິດ ບໍ່ໄດ້ສ້າງຜົນກະທົບໃດໆຕໍ່ທ່າທີຂອງຝຣັ່ງກ່ຽວກັບຊີເຣຍເລີຍ.
ໃນການໃຫ້ສໍາພາດຕໍ່ໜັງສືພິມ Le Monde ວ່າ ທ່ານບໍ່ມັກການແຊກແຊງຂອງນາໆຊາດ
ທີ່ພຽງແຕ່ເພື່ອ ໂຄ່ນລົ້ມລັດຖະບານຊີເຣຍເທົ່ານັ້ນ ແຕ່ຍ້ອນການຈູ່ໂຈມດ້ວຍອາວຸດເຄມີ ທີ່ຈະຕ້ອງໄດ້ຖືກລົງໂທດ.
ໃນຂະນະດຽວກັນນີ້ ບັນດາເຈົ້າໜ້າອາວຸໂສທີ່ຂອງລັດຖະບານທ່ານໂອບາມາ ໄດ້ໃຫ້ ການໂດຍສັງເຂບຕໍ່ສະມາຊິກສະພາຄອງແກຣສສະຫະລັດເມື່ອວັນພະຫັດວານນີ້ ວ່າ ບໍ່ຕ້ອງສົງໄສເລີຍວ່າລັດຖະບານຊີເຣຍໄດ້ໃຊ້ອາວຸດເຄມີໂຈມຕີ ເມື່ອອາທິດຜ່ານມາ ຢູ່ໃກ້ນະຄອນຫຼວງດາມັສກັສນັ້ນ.
ທ່ານ Eliot Engel ສະມາຊິກສະພາຕໍ່າຈາກລັດນີວຢ໊ອກ ເວົ້າວ່າ ເຈົ້າໜ້າທີ່ສະຫະ ລັດ ໄດ້ອ້າງເຖິງ ການສື່ສານທີ່ຖືກຈັບໄດ້ລະຫວ່າງເຈົ້າໜ້າທີ່ອາວຸໂສຂອງຊີເຣຍ. ຊຶ່ງທ່ານ Engel ຍັງເວົ້າອີກວ່າຜົນການສືບລັບ ພົບວ່າ ຊີເຣຍໄດ້ຍົກຍ້າຍວັດຖຸເຄມີກ່ອນ ການໂຈມຕີດ່ັງກ່າວເກີດຂຶ້ນ.
ເມື່ອຕອນເຊົ້າວັນພະຫັດວານນີ້ ທ່ານ Josh Earnest ໂຄສົກທໍານຽບຂາວ ເວົ້າວ່າ ເຫດການດັ່ງກ່າວພ້ອມດ້ວຍຫຼັກຖານທີ່ພົບເຫັນນັ້ນຈຶ່ງພາໃຫ້ສະຫະລັດເຊື່ອວ່າ ລັດ ຖະບານຊີເຣຍໄດ້ທຳການໂຈມຕີແທ້ໂດຍບໍ່ມີການສົງໄສ.
ເວລານີ້ ປະທານາທິບໍດີໂອບາມາ ຍັງຢູ່ໃນຂັ້ນຈະຕັດສິນໃຈຢ່າງໃດ ເພື່ອ ຕອບໂຕ້ຊີເຣຍ. ການໂຈມຕີທາງທະຫານຕໍ່ຕ້ານລັດຖະບານຂອງທ່ານ ອັດຊັດນັ້ນ ປາກົດວ່າຈະເປັນວິທີດຽວເທົ່ານັ້ນ.
ຂະນະດຽວກັນ ຊີເຣຍປະຕິເສດວ່າຕົນບໍ່ໄດ້ໃຊ້ອາວຸດເຄມີໂຈມຕີແຕ່ຢ່າງໃດ ແລະໄດ້ກ່າວຫາພວກຕໍ່ຕ້ານຊີເຣຍຫັ້ນຫຼ່ະ ວ່າເປັນຜູ້ໃຊ້ອາວຸດເຄມີຕໍ່ພວກທະຫານຂອງຊີເຣຍ.
ເບິ່ງວີດີໂອ: