ບັນດາເຈົ້າໜ້າທີ່ສາທາລະນະສຸກຂອງສະຫະລັດ ໄດ້ເລີ້ມຕົ້ນກວດໂຣກພວກຜູ້ໂດຍສານທີ່ເດີນທາງເຂົ້າມາໃນ 3 ສະໜາມບິນທີ່ ນະຄອນແຊນແຟຣນຊິສ ນະຄອນລອສແອນເຈີເລັສ ແລະນະຄອນນິວຢອກ ຈາກເມືອງວູຮານ ທີ່ຕັ້ງຢູ່ພາກກາງຂອງຈີນ ບ່ອນທີ່ເຊື້ອໄວຣັສໂຣກປອດບວມໄດ້ແຜ່ລະບາດນັ້ນ.
ໃນວັນເສົາວານນີ້ ຄະນະກຳມາທິການສາທາລະນະສຸກຂອງເມືອງວູຮານ ໄດ້ກ່າວວ່າ ອີກສີ່ຄົນໄດ້ຖືກກວດພົບວ່າ ມີເຊື້ອໄວຣັສດັ່ງກ່າວ. ຈຳນວນທັງໝົດຂອງກໍລະນີຜູ້ຕິດເຊື້ອໄວຣັສ ແມ່ນມີຢູ່ 45 ຄົນ ໂດຍມີ 5 ຄົນຢູ່ໃນອາການສາຫັດ 15 ຄົນໄດ້ໃຫ້ອອກຈາກໂຮງໝໍໄປແລ້ວ ແລະສ່ວນທີ່ເຫຼືອແມ່ນຢູ່ໃນອາການທຸ່ນທ່ຽງ. ສອງຄົນໄດ້ເສຍຊີວິດ ອີງຕາມການກ່າວຂອງບັນດາເຈົ້າໜ້າທີ່.
ໃນວັນສຸກຜ່ານມາ ສູນກາງຄວບຄຸມແລະປ້ອງກັນພະຍາດຂອງສະຫະລັດ ໄດ້ກ່າວວ່າ ໃນເວລານີ້ ຕົນຈະສົ່ງພະນັກງານ 100 ຄົນໄປຍັງ ສະໜາມບິນ 3 ແຫ່ງທີ່ກ່າວມານັ້ນ ເພື່ອກວດພວກຜູ້ໂດຍສານທີ່ເດີນທາງເຂົ້າມາ ຫາຮ່ອງຮອຍຂອງການເຈັບປ່ວຍຈາກເຊື້ອໄວຣັສດັ່ງກ່າວ. ພວກເຈົ້າໜ້າທີ່ດັ່ງກ່າວ ຈະເພັ່ງເລັງໃສ່ຖ້ຽວບິນທີ່ບິນເຂົ້າມາໂດຍກົງ ຫຼື ຖ້ຽວບິນຕໍ່ມາຈາກເມືອງວູຮານ ຊຶ່ງເປັນສູນກາງການລະບາດຂອງເຊື້ອໄວຣັສ.
ນັບຕັ້ງແຕ່ນັ້ນມາ ຢ່າງໜ້ອຍ 2 ຖ້ຽວບິນໂດຍກົງ ທີ່ໄດ້ບິນເຂົ້າມາໃນສະຫະລັດ ຈາກເມືອງວູຊານ ໄດ້ບິນລົງຈອດ.
ສ່ວນຖ້ຽວບິນນຶ່ງ ກໍໄດ້ເດີນທາງມາຮອດໃນຕອນເຊົ້າວັນເສົາວານນີ້ ທີ່ນະຄອນແຊນແຟຣນຊິສໂກ. ພວກຄົນທີ່ໄດ້ຜ່ານການກວດສຸຂະພາບ ໄດ້ກ່າວວ່າ ມັນເປັນຂັ້ນຕອນທີ່ງ່າຍດາຍ. ພວກເຂົາເຈົ້າຖືກກວດອຸນຫະພູມຂອງຮ່າງກາຍ ແລ້ວໃຫ້ກອງເອກະສານເທົ່ານັ້ນ.
ທ້າວ ຈີ ໂຊ ນັກອອກແບບດ້ານພາບແຕ້ມຜູ້ນຶ່ງ ໄດ້ກ່າວວ່າ “ພວກເຈົ້າໜ້າທີ່ໄດ້ນຳເອົາເຈົ້າໄປຫ້ອງຕ່າງຫາກ. ຢູ່ທີ່ນັ້ນ ກໍມີພວກທ່ານໝໍ. ມີອຸປະກອນຫຼາຍຢ່າງຢູ່ທີ່ນັ້ນດ້ວຍ. ພວກເພິ່ນສາມາດກວດອຸນຫະພູມຮ່າງກາຍຢູ່ຫັ້ນ. ພວກເພິ່ນມີ ທຸກຢ່າງເຊັ່ນວ່າ ໜ້າກາກປິດປາກ, ແບບຟອມຕ່າງໆ ສະນັ້ນເຈົ້າຈຶ່ງສາມາດບອກໃຫ້ພວກເພິ່ນຮູ້ວ່າ ຈະຕິດຕໍ່ກັບເຈົ້າໄດ້ແນວໃດ.”
ທ້າວຊູ ໄດ້ກ່າວອີກວ່າ “ຂ້າພະເຈົ້າຄຶດວ່າ ພວກເພິ່ນໄດ້ກຽມພ້ອມມາເປັນຢ່າງດີ.”
ສ່ວນທ້າວຊັນນີ ຊິງ ນັກສຶກສາຄົນນຶ່ງ ໄດ້ກ່າວວ່າ ພວກຜູ້ໂດຍສານ ໄດ້ແຈ້ງໃຫ້ຢູ່ໃນເຮືອບິນ ແລະໄດ້ຖືກກວດເປັນແຕ່ລະກຸ່ມໄປ. ແລະລາວໄດ້ເວົ້າວ່າ “ພວກເພິ່ນໄດ້ບອກພວກເຮົາໃຫ້ຢູ່ພາຍໃນເຮືອບິນ. ພວກເພິ່ນເວົ້າວ່າ 10 ຄົນທຳອິດ ເຈົ້າສາມາດລົງໄດ້.”
ເປັນທີ່ເຊື່ອກັນວ່າ ເຊື້ອໄວຣັສດັ່ງກ່າວ ໄດ້ລະບາດຂຶ້ນຢູ່ໃນເມືອງວູຮານ. ມັນມາຈາກສາຍພັນໃນຄອບຄົວດຽວກັນກັບເຊື້ອໄວຣັສທີ່ເຮັດໃຫ້ເປັນໄຂ້ຫວັດທົ່ວໄປ ນອກຈາກນັ້ນແລ້ວ ຍັງເຮັດໃຫ້ເປັນ ໂຣກຊາຣ໌ສ (SARS) ຫຼື ໂຣກລະບົບຫາຍໃຈອັກເສບຮ້າຍແຮງ. ໂຣກຊາຣ໌ສ ໄດ້ເອົາຊີວິດ ເກືອບ 800 ຄົນໃນທົ່ວໂລກ ໃນລະຫວ່າງການລະຍາດ ເມື່ອ 17 ປີກ່ອນ. ມັນກໍໄດ້ເລີ້ມຂຶ້ນຢູ່ໃນຈີນເຊັ່ນກັນ.