ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

​ສະ​ຫະ​ລັດ ຈະ​ລົງ​ໂທດ​ ກຸ່ມທະ​ຫານ​ຮັບ​ຈ້າງ​ ແວັກ​ເນີ ຂອງຣັດ​ເຊຍ


ຜູ້ນຳກຸ່ມ​ທະ​ຫານ​ຮັບ​ຈ້າງ​ແວັກ​ເນີ ທ່ານແຢັບເກນີ ປຣິໂກຊິນ ​ຢູ່​ທີ່​ທຳ​ນຽບກອນ​ສະ​ຕານ​ຕິນ ນອກ​ນະ​ຄອນ​ ເຊນປີ​ເຕີ​ສະ​ເບິກ ຣັດ​ເຊຍ ວັນ​ທີ 9 ສິງ​ຫາ 2016
ຜູ້ນຳກຸ່ມ​ທະ​ຫານ​ຮັບ​ຈ້າງ​ແວັກ​ເນີ ທ່ານແຢັບເກນີ ປຣິໂກຊິນ ​ຢູ່​ທີ່​ທຳ​ນຽບກອນ​ສະ​ຕານ​ຕິນ ນອກ​ນະ​ຄອນ​ ເຊນປີ​ເຕີ​ສະ​ເບິກ ຣັດ​ເຊຍ ວັນ​ທີ 9 ສິງ​ຫາ 2016

ລັດ​ຖະ​ມົນ​ຕີ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ແອນ​ໂທ​ນີ ບ​ລິງເ​ຄັນ ໄດ້​ປະ​ກາດ​ໃນ​ວັນ​ພະ​ຫັດ​ມື້​ນີ້ ກ່ຽວ​ກັບການ​ລົງ​ໂທດທີ່​ມີ​ມາ​ເປັນ​ລຳ​ດັບ ​ທີ່​ແນ​ເປົ້າ​ໝາຍ​ໃສ່​ສ່ວນ​ບຸ​ກ​ຄົນ ​ພົວ​ພັນ​ກັບກຸ່ມທະ​ຫານ​ຮັບ​ຈ້າງແວັກ​ເນີຂອງ​ຣັດ​ເຊຍ ຮວມ​ທັງ​ຜູ້​ນຳ​ເຂົາ​ເຈົ້າ ແລະ​ບັນ​ດາ​ບໍ​ລິ​ສັດ​ຕາງ​ໜ້າ​ທີ່ພົວ​ພັນ​ ທີ່​ເຮັດ​ສົງ​ຄາມ​ຢູ່​ໃນ​ຢູ​ເຄ​ຣນ ຮວມ​ທັງກິດ​ຈະ​ການ​ຢູ່​ໃນສະ​ໜາມ​ລົບ ແລະ​ແນ​ເປົ້າ​ໝາຍໃສ່​ພວກ​ພົນ​ລະ​ເຮືອນ.

ຢູ່​ໃນ​ຖະ​ແຫລງ​ການ ທ່ານບ​ລິງ​ເຄັນ ກ່າວ​ວ່າ ກ​ານ​ລົງ​ໂທດ​ຈະ​ແນ​ເປົ້າ​ໝາຍ​ໃສ່​ຫ້າ​ອົງ​ການ ແລະ​ສ່ວນ​ບຸກ​ຄົນ​ນຶ່ງ ​ທີ່​ເຊື່ອມ​ໂຍງ​ກັບ​ກຸ່ມ​ແວັກ​ເນີ ແລະ​ຜູ້​ນຳ​ຂອງກຸ່ມ ທ່ານ​ແຢັບ​ເກນີ ປ​ຣິ​ໂກ​ຊິນ ພ້ອມ​ທັງ​ສ່ວນ​ບຸກ​ຄົນ ​ອື່ນໆ​ອີກຫລາຍຄົນ ແລະ​ອົງ​ການ​ຕ່າງໆ ​ຍ້ອນຖາ​ນະ​ຂອງ​ເຂົາ​ເຈົ້າ ເປັນເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ ​ແລະ​ເປັນ​ ​ສ່ວນ​ນຶ່ງຂອງ​ອຸດ​ສາ​ຫະ​ກຳ​ຂະ​ໜາດ​ໃຫຍ່​ທາງ​ທະ​ຫານຣັດ​ເຊຍ.

​ຖະ​ແລງ​ການ​ຂອງ​ທ່ານບ​ລິງ​ເຄັນ ໄດ້​ກ່າວ​ວ່າ ກະ​ຊວງ​ຕ່າງ​ປະ​ເທ​ດ​ຍັງ​ໄດ້ລະ​ບຸ​ສາມ​ສ່ວນ​ບຸກ​ຄົນທີ່​ມີ​ບົດ​ບາດ​ໃນ​ນາມ​ເປັນ​ຫົວ​ໜ້າຄຸກ ຂອງ​ລັດ​ຖະ​ບາ​ນ​ກາງ​ຣັດ​ເຊຍ ໄດ້​ລາຍ​ງານ​ວ່າ ​ເປັນ​ຜູ້​ອຳ​ນວຍ​ຄວາມ​ສະ​ດວກ​ໃນ​ການ​ເກນພວກ​ນັກ​ໂທດ​ຣັດ​ເຊຍ ເຂົ້າ​ໄປ​ຢູ່​ໃນ​ກຸ່ມ​ທະ​ຫານ​ຮັບ​ຈ້າງ​ແວັກ​ເນີ ​ແລະ​ໃນ​ທີ່​ສຸດ​ໄດ້​ສົ່ງ​ໄປ​ແນວ​ໜ້າ ເພື່ອ​ສູ້​ລົບ​ຢູ່​ໃນ​ບັນ​ຫາ​ຂັດ​ແຍ້ງຢູ​ເຄ​ຣນ.

​ຍິ່ງ​ໄປ​ກວ່າ​ນັ້ນ ນັກ​ການ​ທູດ​ສູງ​ສຸດ​ສະ​ຫະ​ລັດ ໄດ້​ກ່າວ​ວ່າ ກະ​ຊວງ​ການ​ເງິນ​ສະ​ຫະ​ລັດ​ ໄດ້​ລະ​ບຸກຸ່ມ​ແວັກ​ເນີວ່າ “ເປັນ​ອົງ​ການ​ອາ​ຊະ​ຍາ​ກຳ​ຂ້າມ​ຊາດທີ່​ສຳ​ຄັນ” ​ຍ້ອນ​ບົດ​ບາດ​ທີ່​ໄດ້​ປະ​ຕິ​ບັດ ​ຢູ່​ໃນ​ອາ​ຟ​ຣິ​ກາ.

​ຖະ​ແຫລງ​ການ​ກ່າວ​ວ່າ “ຮູບ​ແບບການປະ​ພຶດໃນ​ການ​ກະ​ທຳ​ຜິດ​ທາງອາ​ຍາ​ທີ່​ຮ້າຍ​ແຮງ ​ແມ່ນຮວມ​ທັງການ​ຮາ​ວີ​ລົບ​ກວນ​ພວກ​ນັກ​ຂ່າວ ພະ​ນັກ​ງານ​ໃຫ້​ການ​ຊ່​ວ​ຍເຫລືອ ແລະ​ບັນ​ດາ​ສະ​ມາ​ຊິກ​ຊົນກຸ່ມ​ນ້ອຍ ​ພ້ອມ​ທັງ​ຮາ​ວີ ກີດ​ກັ້ນ ແລະ​ຂົ່ມ​ຂູ່ຕໍ່​ກຳ​ລັງຮັກ​ສາ​ສັນ​ຕິ​ພາບ​ສະ​ຫະ​ປະ​ຊາ​ຊາດ ຢູ່ສາ​ທາ​ລະ​ນະ​ລັດອາ​ຟ​ຣິ​ກາ​ກາງ ພ້ອ​ມ​ທັງ​ຂົ່ມ​ຂືນ ແລະ
ສັງ​ຫານຜູ້​ຄົນຢູ່​ໃນ​ປະ​ເທດ​ມາ​ລີ.”

ຢູ່​ໃນ​ຖະ​ແຫລງ​ການ​ວັນ​ພະ​ຫັດວານນີ້ ທ່ານບ​ລິງເຄັນ​ ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ “ສະ​ຫະ​ລັດ​ມີ​ຄວາມ​ຕັ້ງໃຈ​ຢ່າງ​ແນ່ວ​ແນ່ ຕໍ່​ຕ້ານ​ການ​ຮຸກ​ຮານ​ຂອງ​ຣັດ​ເຊຍ ແລະ​ການ​ປະ​ພຶດ​ທີ່​ສ້າງ​ຄວາມ​ບໍ່​ທຸ່ນ​ທ່ຽງ​ອື່ນໆ​ຢູ່​ໃນ​ທົ່ວ​ໂລກ. ​ການ​ລະ​ບຸ​ດັ່ງ​ກ່າວ​ຈະ​ກີດ​ກັ້ນ​ຄວາມ​ສາ​ມາດ​ຂອງວັ​ງເຄ​ຣມ​ລິນ​ ທີ່​ຈະ​ປະ​ກອບ​ອາ​ວຸດ​ສົງ​ຄາມ ​ທີ່ໄດ້​ພົວ​ພັນ​ຢູ່​ໃນ​ສົງ​ຄາ​ມ​ຮຸກ​ຮານຕໍ່​ຢູ​ເຄ​ຣນ ແລະ​ອັນ​ທີ່​ໄດ້​ເຮັດ​ໃຫ້​ມີ​ການ​ເສຍ​ຊີ​ວິດແລະການທຳ​ລາຍ​ແບບ​ໄຮ້ຄວາມສຳ​ນຶກ.”

U.S. Secretary of State Antony Blinken announced Thursday a series of sanctions targeting individuals associated with Russia’s paramilitary Wagner Group, including its leader and associated front companies, for waging war in Ukraine, including battlefield activities and the targeting of civilians.

In a statement, Blinken said the sanctions will target five entities and one individual linked to the Wagner Group and its head, Yevgeniy Prigozhin, as well as several other individuals and entities, for their status as government officials and for being part of Russia’s military industrial complex.

Blinken’s statement said the State Department also is designating three individuals for their roles as heads of the Russian Federal Penitentiary Service, which has been reported to facilitate the recruitment of Russian prisoners into the Wagner Group, and subsequently sent to the front lines to fight in the conflict in Ukraine.

ເບິ່ງ: ກຸ່ມ​ທະ​ຫານ​ຮັບ​ຈ້າງ​ແວັກ​ເນີ ຂອງ​ຣັດ​ເຊຍ ຂົນ​ຂວາຍ​ພວກ​ນັກ​ລົບ​ຢູ່ນອກ​ປະ​ເທດ

Russia’s Wagner Group Recruits Fighters Abroad
please wait

No media source currently available

0:00 0:02:53 0:00

Additionally, the top U.S. diplomat said the U.S. Treasury Department is designating the Wagner Group a “significant transnational criminal organization” for actions taken in Africa.

The statement said the “group’s pattern of serious criminal behavior includes violent harassment of journalists, aid workers, and members of minority groups and harassment, obstruction, and intimidation of U.N. peacekeepers in the Central African Republic, as well as rape and killings in Mali.”

In the statement Thursday, Blinken noted, “The United States is steadfast in our resolve against Russia’s aggression and other destabilizing behavior worldwide. [Thursday’s] designations will further impede the Kremlin’s ability to arm its war-machine that is engaged in a war of aggression against Ukraine, and which has caused unconscionable death and destruction.”

XS
SM
MD
LG