ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຈະວາງມາດຕະການ ລົງໂທດຕໍ່ ຣັດເຊຍ ສຳລັບການລັກເຈາະຂໍ້ມູນ ແລະ ການແຊກແຊງການເລືອກຕັ້ງ


ປະທານາທິບໍດີ ໂຈ ໄບເດັນ ກ່າວຄຳປາໄສຈາກຫ້ອງສົນທິສັນຍາ ໃນທຳນຽບຂາວ, 14 ເມສາ, 2021, ກ່ຽວກັບ ການຖອນກຳລັງ ສະຫະລັດ ທີ່ຍັງເຫຼືອໃນ ອັຟການິສຖານ. (AP Photo/Andrew Harnik, Pool)
ປະທານາທິບໍດີ ໂຈ ໄບເດັນ ກ່າວຄຳປາໄສຈາກຫ້ອງສົນທິສັນຍາ ໃນທຳນຽບຂາວ, 14 ເມສາ, 2021, ກ່ຽວກັບ ການຖອນກຳລັງ ສະຫະລັດ ທີ່ຍັງເຫຼືອໃນ ອັຟການິສຖານ. (AP Photo/Andrew Harnik, Pool)

ສະຫະລັດ ແມ່ນກຳລັງກະກຽມເພື່ອອອກມາດຕະການລົງໂທດຕໍ່ ຣັດເຊຍ ໃນການຕອບໂຕ້ກັບການແຊກແຊງການເລືອກຕັ້ງ ແລະ ລັກເຈາະຂໍ້ມູນການໂຄສະນາຫາສຽງທີ່ໄດ້ສ້າງຄວາມເສຍ ຫາຍຕໍ່ອົງການຕ່າງໆຂອງລັດຖະບານກາງ ສະຫະລັດ.

ຜູ້ທີ່ຮູ້ຈັກບັນຫາດັ່ງກ່າວດີໄດ້ເວົ້າວ່າ ການປະກາດອາດມີອອກມາໄວສຸດ ວັນພະຫັດມື້ນີ້, ແລະ ການດຳເນີນການອື່ນໆແມ່ນຄາດວ່າຈະເປັນມາດຕະການລົງໂທດດ້ານການເງິນ ແລະ ການຂັບໄລ່ເຈົ້າໜ້າທີ່ ຣັດເຊຍ ຈຳນວນນຶ່ງອອກຈາກ ສະຫະລັດ.

ອົງການສືບລັບ ແລະ ຮັກສາຄວາມປອດໄພ ສະຫະລັດ ໄດ້ກ່າວວ່າການລະເມີດກົດໝາຍດ້ານຄວາມປອດໄພທາງໄຊເບີຂະໜາດໃຫຍ່ທີ່ຖືກຄົ້ນພົບເມື່ອປີກາຍນນີ້ປະກອບມີບໍລິສັດ SolarWinds, ເຊິ່ງແມ່ນບໍລິສັດ ບໍລິຫານ ຊອຟແວ ທີ່ມີຫ້ອງການຕັ້ງຢູ່ລັດ ເທັກຊັສ ນັ້ນ, ເປັນສ່ວນນຶ່ງໃນຄວາມພະຍາຍາມຮວບຮວມຂໍ້ມູນລັບ ທີ່ມີຄວາມເປັນໄປໄດ້ວ່າດຳເນີນໂດຍ ຣັດເຊຍ.

ການລ່ວງລະເມີດດັ່ງກ່າວໄດ້ເຮັດໃຫ້ພວກລັກເຈາະຂໍ້ມູນເຂົ້າເຖິງຫຼາຍພັນບໍລິສັດ ແລະ ອົງການລັດຖະບານກາງຫຼາຍແຫ່ງ, ລວມທັງກະຊວງການເງິນ ສະຫະລັດ, ກະຊວງຍຸຕິທຳ, ກະຊວງພະລັງງານ, ແລະ ກະຊວງຮັກສາຄວາມປອດໄພພາຍໃນ.

ຖະແຫຼງການສະບັບນຶ່ງຂອງທຳນຽບຂາວໄດ້ກ່າວວ່າ ປະທານາທິບໍດີ ໂຈ ໄບເດັນ ໄດ້ກ່າວຕໍ່ປະ ທານາທິບໍດີ ວລາດິເມຍ ປູຕິນ ຜ່ານທາງໂທລະສັບໃນຕົ້ນອາທິດນີ້ວ່າ ສະຫະລັດ “ຈະດຳເນີນການຢ່າງເດັດດ່ຽວໃນການປ້ອງກັນຜົນປະໂຫຍດຂອງພວກເຮົາ ເພື່ອຕອບໂຕ້ຕໍ່ການກະທຳຂອງ ຣັດ ເຊຍ, ເຊັ່ນການລ່ວງລະເມີດທາງໄຊເບີ ແລະ ການແຊກແຊງການເລືອກຕັ້ງ.”

ລັດຖະບານຂອງທ່ານ ໄບເດັນ ໄດ້ວາງມາດຕະການລົງໂທດຕໍ່ເຈົ້າໜ້າທີ່ ຣັດເຊຍ 7 ຄົນ ແລະ ອົງການລັດຖະບານຫຼາຍກວ່າ 10 ແຫ່ງໃນເດືອນທີ່ຜ່ານມາ ສຳລັບການຕອບໂຕ້ຕໍ່ການປະຕິບັດຂອງ ຣັດເຊຍ ກັບຜູ້ນຳຝ່າຍຄ້ານ ທ່ານ ອາເລັກເຊ ນາວາລນີ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG