ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຈໍາກັດການລົງທຶນ ຕໍ່ເທັກໂນໂລຈີຂັ້ນສູງ ຢູ່ໃນ ສປ ຈີນ


ແຟ້ມຮູບ-ພະນັງງານ ກໍາລັງເຮັດວຽກກ່ຽວກັບຂັ້ນຕອນໃນການຜະລິດເຊມີຄອນດັກເຕີ້ຊິບ ຢູ່ທີ່ບໍລິສັດ Jiangsu Azure Corp ໃນເມືອງຫູອຽນ, ແຂວງຈຽງຊູ, ປະເທດຈີນ, ວັນທີ 25 ມີນາ 2022. (China Daily via Reuters)
ແຟ້ມຮູບ-ພະນັງງານ ກໍາລັງເຮັດວຽກກ່ຽວກັບຂັ້ນຕອນໃນການຜະລິດເຊມີຄອນດັກເຕີ້ຊິບ ຢູ່ທີ່ບໍລິສັດ Jiangsu Azure Corp ໃນເມືອງຫູອຽນ, ແຂວງຈຽງຊູ, ປະເທດຈີນ, ວັນທີ 25 ມີນາ 2022. (China Daily via Reuters)

ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໄດ້ເຊັນດຳ​ລັດ​ປະ​ທານ​ທິ​ບໍ​ດີໃນວັນພຸດວານນີ້ ເພື່ອກໍານົດກົດຂໍ້ບັງຄັບກ່ຽວກັບການລົງທຶນຂອງສະຫະລັດ ໃນບາງໂຮງງານທີ່ມີເທັກໂນໂລຈີສູງຢູ່ ຈີນ.

ດຳ​ລັດຂອງ ທ່ານໄບເດັນ, ອາດເພີ້ມຄວາມເຄັ່ງຕຶງຂຶ້ນອີກຄັ້ງລະຫວ່າງ ສະຫະລັດ ເຊິ່ງເປັນປະເທດທີ່ມີລະບົບເສດຖະກິດໃຫຍ່ທີ່ສຸດໃນໂລກ ແລະ ຈີນ ເຊິ່ງເປັນປະເທດໃນອັນດັບທີ 2, ລຸນຫຼັງມີການຈັດການເຈລະຈາຫຼາຍຄັ້ງຂອງ ຜູ້ນໍາທັງສອງປະເທດໃນກ່ອນໜ້ານັ້ນ ໂດຍມີເປົ້າໝາຍໃສ່ການໂຕ້ແຍ້ງ ກ່ຽວກັບ ຄວາມແຕກຕ່າງຂອງພວກເຂົາເຈົ້າ ແລະພະຍາຍາມແກ້ໄຂຄວາມ ກັງວົນຮ່ວມກັນ.

ຂໍ້ຈໍາກັດໃໝ່ນີ້ ຈະຈໍາກັດການລົງທຶນຂອງບັນດານັກທຸລະກິດສະຫະລັດ ໃນພາກສ່ວນທີ່ມີເທັກໂນໂລຈີສູງຢູ່ໃນ ຈີນ ເຊັ່ນ ໜ່ວຍພະລັງງານຄອມພິວເຕີ້, ປັນຍາປະດິດ ແລະເຊມີຄອນດັກເຕີ້ທີ່ທັນສະໄໝ, ແຕ່ເບິ່ງຄືວ່າບໍ່ໄດ້ຢູ່ໃນລະ ບົບເສດຖະກິດທີ່ກວ້າງຂວາງຂອງ ຈີນ, ເຊິ່ງກໍາລັງປະສົບກັບຄວາມຫຍຸ້ງ ຍາກໃນການກ້າວໄປໜ້າ.

ການລົງທຶນບາງອັນໃນພາກສ່ວນຕ່າງໆເຫຼົ່ານັ້ນ ຈະຕ້ອງມີການແຈ້ງໃຫ້ລັດຖະ ບານຮັບຮູ້. ແຕ່ໃນກໍລະນີອື່ນໆຈະຕ້ອງຖືກຫ້າມ, ແຕ່ຍັງບໍ່ມີລາຍລະອຽດຈະ ແຈ້ງແນວໃດອອກມາໃນທັນທີ. ມັນຈະມີຜົນຕໍ່ການລົງທຶນໃໝ່ເທົ່ານັ້ນ ແລະ ມີຜົນບັງຄັບໃຊ້ໃນປີໜ້າ ລຸນຫຼັງມີການສະແດງຄໍາຄິດເຫັນຕ່າງໆຈາກສັງຄົມ ໃນຫຼາຍໆຄັ້ງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG