ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຈະເປີດດ່ານຊາຍແດນຄືນອີກ ໃນຂະນະທີ່ການເຂົ້າເມືອງຜິດກົດໝາຍ ຫຼຸດຈໍານວນລົງ


ແຟ້ມຮູບ-ດ່ານຂ້າມຊາຍແດນຖືກປິດລົງໃນວັນທີ 15 ທັນວາ 2023 ຢູ່ທີ່ເມືອງລຸກວີລ, ລັດແອຣິໂຊນາ.
ແຟ້ມຮູບ-ດ່ານຂ້າມຊາຍແດນຖືກປິດລົງໃນວັນທີ 15 ທັນວາ 2023 ຢູ່ທີ່ເມືອງລຸກວີລ, ລັດແອຣິໂຊນາ.

ເຈົ້າ​ໜ້າ​ທີ່ປະຈໍາເຂດ​ຊາຍ​ແດນ​ຂອງສະຫະລັດ​ກ່າວ​ວ່າ ສະຫະລັດ​ຈະ​ເປີດ​ດ່ານ​ຊາຍ​ແດນ ​ສະຫະລັດ-​ເມັກ​ຊິ​ໂກ ​ຄືນ​ໃໝ່​ອີກ 4 ​ແຫ່ງ ​ໃນ​ວັນ​ພະຫັດ ​ມື້ອື່ນ​ນີ້ ​ເນື່ອງ​ຈາກ​ພວກ​ເຂົ້າ​ເມືອງທີ່​ຜິດ​ກົດໝາຍ​ໄດ້ຫຼຸດຈໍານວນລົງ ​ແລະ​ເຮັດໃຫ້ເຈົ້າ ໜ້າທີ່ມີອິດສະຫຼະຫຼາຍຂຶ້ນ, ອີງຕາມລາຍງານຂອງອົງການຂ່າວ Reuters.

ສະຫະລັດ​ຈະ​ເປີດ​ການ​ດໍາເນີນງານ​ຄືນ​ໃໝ່ ​ຢູ່ທີ່​ຂົວ​ສາກົນ​ ໃນ​ເມືອງອີໂກລ ພາສ (Eagle Pass), ລັດເທັກຊັສ, ສອງແຫ່ງໃນ​ລັດແອຣິໂຊນາ ແລະ​ອີກ​ແຫ່ງ​ນຶ່ງ​ໃກ້​ກັບນະຄອນແຊນດີເອໂກ, ລັດຄາລິຟໍເນຍ, ເຊິ່ງຫ້ອງການ​ພາສີ ແລະ​ປ້ອງ​ກັນ​ຊາຍ​ແດນຂອງ​ສະຫະລັດ ຫຼື CBP ກ່າວໃນ​ລະຫວ່າງຖະແຫຼງຂ່າວ​, ແລະກ່າວຕື່ມວ່າ ຕົນຈະຍັງຄົງ​ສືບ​ຕໍ່​ໃຫ້​ຄວາມ​ສຳຄັນ​ຕໍ່​ຄວາມ​ໝັ້ນຄົງ​ທາງ​ຊາຍ​ແດນ "ຕາມຄວາມຈໍາເປັນ."

ເຈົ້າ​ໜ້າ​ທີ່ຊາຍ​ແດນ​ຂອງ​ສະ​ຫະ​ລັດ ພົບກັບຄວາມຫຍຸ້ງຍາກໃນການດໍາເນີນຂັ້ນຕອນ ຂອງຄົນເຂົ້າເມືອງ ທີ່ສ້າງຄວາມກັງວົນວ່າ ມີເກືອບ 11,000 ຄົນຕໍ່ມື້, ເຊິ່ງ​ເຈົ້າ​ໜ້າ​ທີ່​ໃນ​ປັດ​ຈຸ​ບັນ ແລະ​ໃນ​ອະ​ດີດ​ຫລາຍ​ຄົນ​ກ່າວ​ວ່າ ແມ່ນ​ປະລິມານເກືອບສູງ ຫຼື​ ສູງ​ເປັນ​ປະຫວັດ​ການ.

ເຈົ້າ​ໜ້າ​ທີ່​ຂອງ​ເມັກ​ຊິ​ໂກ ​ແລະ ​ສະຫະລັດ ​ໄດ້​ໃຫ້​ຄໍາໝັ້ນໃນ​ອາທິດຜ່ານ​ມາ​ວ່າ ຈະ​ເຮັດ​ວຽກ​ຮ່ວມ​ກັນ​ຢ່າງ​ໃກ້​ຊິດ​ຕື່ມ​ອີກ ​ເພື່ອ​ແກ້​ໄຂ​ການ​ຍົກ​ຍ້າຍ​ຖິ່ນ​ຖານ​ຢູ່​ຕາມຊາຍ​ແດນ​ຮ່ວມ​ ລຸນຫລັງເຈົ້າໜ້າ​ທີ່​ຂັ້ນ​ສູງຂອງ​ສະຫະລັດ​ເດີນທາງ​ໄປ​ເມັກ​ຊິ​ໂກ ​ເພື່ອ​ພົບ​ປະ​ກັບ​ປະທານາທິບໍດີ​ເມັກ​ຊິ​ໂກ ທ່ານອັນເດຣສ ມານູເອລ ໂລເປສ ໂອບຣາດໍ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG