ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະລັດຈະເປີດຊາຍແດນທາງອາກາດອີກຄັ້ງ ສໍາລັບຜູ່ມາຢ້ຽມຢາມທີ່ໄດ້ຮັບການສັກຢາວັກຊີນປ້ອງກັນໂຄວິດ-19 ຄົບຖ້ວນແລ້ວ


ພາບ-ບັນດາຜູ້ເດີນທາງພາກັນໃສ້ໜ້າກາກຢູ່ໃນແຖວຂອງດ່ານກວດຮັກສາຄວາມປອດໄພທາງໃຕ້ ໃນອາຄານໃຫຍ່ຜູ້ໂດຍສານ ຂອງສະໜາມບິນນານາຊາດເດັນເວີ ໃນວັນທີ 24 ສິງຫາ, ປີ 2021. ໃນລັດ​ໂຄ​ໂຣ​ລາ​ໂດ
ພາບ-ບັນດາຜູ້ເດີນທາງພາກັນໃສ້ໜ້າກາກຢູ່ໃນແຖວຂອງດ່ານກວດຮັກສາຄວາມປອດໄພທາງໃຕ້ ໃນອາຄານໃຫຍ່ຜູ້ໂດຍສານ ຂອງສະໜາມບິນນານາຊາດເດັນເວີ ໃນວັນທີ 24 ສິງຫາ, ປີ 2021. ໃນລັດ​ໂຄ​ໂຣ​ລາ​ໂດ

ທໍານຽບຂາວໄດ້ປະກາດໃນມື້ວັນຈັນວານນີ້ວ່າ ສະຫະລັດຈະເປີດຊາຍແດນທາງອາກາດໃຫ້ນັກທ່ອງທ່ຽວຊາວຕ່າງປະເທດອີກຄັ້ງ ສໍາລັບຜູ້ໃດຫາກສັກຢາວັກຊີນຄົບຖ້ວນ ດ້ວຍການອະນຸມັດຢາວັກຊີນ ຫລືຜູ້ທີ່ມີຜົນກວດໂຄວິດ-19 ອອກມາເປັນລົບ ຈາກການກວດສອບພາຍໃນ 24 ຊົ່ວໂມງຂອງການເດີນທາງ.

ກົດຂໍ້ໃໝ່ນີ້ ຈະມີຜົນບັງຄັບໃຊ້ໃນວັນທີ 8 ພະຈິກ, ແລະ “ມີຂໍ້ຍົກເວັ້ນຢ່າງຈໍາກັດ” ທີ່ຈະອະນຸຍາດໄດ້, ເຈົ້າໜ້າທີ່ຂັ້ນສູງຂອງທ່ານໄບເດັນກ່າວໃນລະຫວ່າງການຖະແຫລງການສັ້ນກັບບັນດານັກຂ່າວ. ໃນນັ້ນລວມເຖິງຂໍ້ຍົກເວັ້ນວັກຊີນສໍາລັບນັກທ່ອງທ່ຽວຈາກປະມານ 50 ປະເທດທີ່ມີອັດຕາການສັກວັກຊີນຕໍ່າເປັນພິເສດ ເຊິ່ງລວມມີ ບາງປະເທດທີ່ຍາກຈົນທີ່ສຸດໃນໂລກ ຫລາຍໆປະເທດເຫລົ່ານັ້ນຢູ່ໃນອາຟຣິກາ. ເດັກນ້ອຍອາຍຸຕໍ່າກວ່າ 18 ປີກໍໄດ້ຮັບການຍົກເວັ້ນຈາກຂໍ້ກໍາໜົດໃນການສັກວັກຊີນເຊັ່ນກັນ, ແຕ່ວ່າຍັງຕ້ອງສະແດງໃຫ້ເຫັນເຖິງຜົນລົບໃນການກວດສອບຫາເຊື້ອໂຄວິດດັ່ງກ່າວ.

ວັກຊີນທີ່ມີການຍອມຮັບລວມມີ ວັກຊີນສາມຊະນິດທີ່ໄດ້ຮັບການອະນຸມັດຈາກອົງການອາຫານ ແລະຢາ ຫລື FDA ເຊັ່ນ: ໂມເດິນນາ, ຟາຍເຊີ ແລະ ຈອນສັນ ແອນ ຈອນສັນ ລວມເຖິງວັກຊີນທີ່ອະນຸມັດໃຫ້ມີການນໍາໃຊ້ໃນກໍລະນີສຸກເສີນໂດຍອົງການອະນາໄມໂລກ ຫລື WHO ນໍາອີກດ້ວຍເຊັ່ນ: ຢາວັກຊີນ ຊີໂນຟາມ ແລະເອສຕຣາ-ເຊເນກາ ທີ່ຜະລິດໂດຍ SKBio ແລະສະຖາບັນ ເຊີຣໍາ ຂອງອິນເດຍ.

ທໍານຽບຂາວກ່າວວ່າ ການຍົກເວັ້ນຈະລວມມີ “ບັນດາຜູ້ທີ່ມີສ່ວນຮ່ວມໃນການທົດລອງທາງໂຄວິດ-19 ທາງຄຣີນິກ, ຜູ້ທີ່ມີຂໍ້ຫ້າມທາງການແພດໃນການໃຊ້ຢາວັກຊີນດັ່ງກ່າວ ແລະຜູ້ທີ່ມີຄວາມຕ້ອງການເດີນທາງແບບສຸກເສີນ ຫລືເຫດຜົນດ້ານມະນຸດສະທໍາຕ່າງໆ,” ນອກຈາກນັ້ນ, ຜູ້ທີ່ໄດ້ຮັບການຍົກເວັ້ນ ຈະຕ້ອງຕົກລົງເຫັນດີຮັບການສັກຢາວັກຊີນຢູ່ໃນສະຫະລັດ ຖ້າພວກເຂົາເຈົ້າຕັ້ງໃຈທີ່ຈະຢູ່ເກີນກວ່າ 60 ມື້.

“ລະບົບໃໝ່ນີ້ ຍັງລວມເຖິງຂໍ້ກໍາໜົດໃນການທົດສອບທີ່ເພີ້ມຂຶ້ນ, ການເສີມຄວາມເຂັ້ມແຂງໃນການສໍາພັດຕິດຕາມ, ລວມເຖິງການໃສ່ໜ້າກາກ,” ເຈົ້າໜ້າທີ່ຂັ້ນສູງກ່າວ. “ມາດຕະການທີ່ເຂັ້ມງວດເຫລົ່ານີ້ ແມ່ນປະຕິບັດຕາມຫລັກວິທະຍາສາດ ແລະການແພດ ເພື່ອເພີ້ມຄວາມປອດໄພໃຫ້ແກ່ຊາວອາເມຣິກາຢູ່ໃນບ້ານເກີດເມືອງນອນຂອງຕົນ ແລະເພື່ອຄວາມປອດໄພໃນການເດີນທາງທາງອາກາດລະຫວ່າງປະເທດ.”

ສ່ວນນຶ່ງຂອງຂໍ້ກໍາໜົດໃນການທົດສອບນັ້ນ ຜູ້ເດີນທາງທີ່ໄດ້ຮັບການສັກຢາວັກຊີນຄົບຖ້ວນຈະຕ້ອງມີຜົນການກວດໂຄວິດ-19 ອອກມາເປັນລົບພາຍໃນສາມມື້ໃນການເດີນທາງມາເຖິງສະຫະລັດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG