ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຈະກັບຄືນເຂົ້າຮ່ວມ ສະພາສິດທິມະນຸດ ຂອງ ສະຫະປະຊາຊາດ


ເລຂາທິການໃຫຍ່ສະຫະປະຊາຊາດ ທ່ານແອນໂຕນຽວ ກິວເຕເຣສ ກ່າວລະຫວ່າງກອງປະຊຸມນັກຂ່າວ ທີ່ສະຫະປະຊາຊາດ ໃັນທີ 20 ພະຈິກ 2020.
ເລຂາທິການໃຫຍ່ສະຫະປະຊາຊາດ ທ່ານແອນໂຕນຽວ ກິວເຕເຣສ ກ່າວລະຫວ່າງກອງປະຊຸມນັກຂ່າວ ທີ່ສະຫະປະຊາຊາດ ໃັນທີ 20 ພະຈິກ 2020.

ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເຄັນ ຄາດວ່າ ຈະປະກາດໃນ
ວັນຈັນມື້ນີ້ວ່າ ສະຫະລັດຈະກັບຄືນເຂົ້າຮ່ວມສະພາສິດທິມະນຸດສະຫະ ປະຊາຊາດ ໃນ
ນາມຜູ້ສັງເກດການ.

ສະຫະລັດໄດ້ອອກຈາກສະພາດັ່ງກ່າວໃນປີ 2018 ທີ່ລັດຖະບານທ່ານທຣໍາ ກ່າວວ່າ ມີ
ຄວາມລໍາອຽງຕໍ່ຕ້ານອິສຣາແອລ ຈຳເປັນຕ້ອງໄດ້ມີການປະຕິຮູບ ຫຼາຍຢ່າງ ແລະມີບັນດາ
ປະເທດສະມາຊິກຂອງສະພາດັ່ງກ່າວ ທີ່ຖືກກ່າວຫາ ວ່າ ລ່ວງລະເມີດສິດທິມະນຸດ ເຊັ່ນ
ວ່າ ຈີນ ຄິວບາ ແລະເວເນຊູເອລາ.

ເຈົ້າໜ້າທີ່ອະວຸໂສສະຫະລັດຄົນນຶ່ງກ່າວຕໍ່ບັນດານັກຂ່າວ ໃນວັນອາທິດວານນີ້ວ່າ ລັດຖະ
ບານທ່ານໄບເດັນເຊື່ອວ່າ ສະພາດັ່ງກ່າວຍັງຈຳເປັນຕ້ອງໄດ້ທຳການປະຕິຮູບ ແຕ່ໃນທາງ
ດີທີ່ສຸດ ເພີຶື່ອຊຸກຍູ້ໃຫ້ມີປັບປຸງກໍຄືການໄປມີໜ້າແລະ “ພົວພັນການເຂົ້າຮ່ວມແບບໃຊ້
ຫລັກການ.”

ພວກເຈົ້າໜ້າທີ່ຍັງກ່າວວ່າ ສະຫະລັດຫຼັງຈາກນັ້ນ ຈະຊອກຫາທາງເພື່ອຍົກລະດັບຕາມພາຍຫຼັງ ຈາກຖານະສັງເກດການ ທີ່ບໍ່ສາມາດລົງຄະແນນສຽງໄປເປັນ ປະເທດສະມາຊິກ
ທີ່ມີບ່ອນນັ່ງ. ການເລືອກຕັ້ງເອົາບ່ອນນັ່ງສະມາຊິກໃນສະພາ ດັ່ງກ່າວຄັ້ງຕໍ່ໄປ ຈະມີຂຶ້ນ
ໃນທ້າຍປີນີ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG