ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສຫລ ປະກາດ ຖອນໂຕ ອອກຈາກ ອົງການ UNESCO


ຮູບພາບສຳນັກງານໃຫຍ່ ສະຫະປະຊາດ ເພື່ອ​ການ​ສຶກສາ ວິທະຍາສາດ ​ແລະ​ວັດທະນາ​ທຳ ຫລື UNESCO.
ຮູບພາບສຳນັກງານໃຫຍ່ ສະຫະປະຊາດ ເພື່ອ​ການ​ສຶກສາ ວິທະຍາສາດ ​ແລະ​ວັດທະນາ​ທຳ ຫລື UNESCO.

ສະຫະລັດ​ກ່າວ​ວ່າ ຕົນ​ຈະຖອນ​ໂຕອອກ​ຈາກອົ​ງການສະຫະ​ປະຊາ​ດ​ເພື່ອ​ການ​ສຶກສາ ວິທະຍາສາດ ​ແລະ ​ວັດທະນາ​ທຳ ຫລື UNESCO ​ໂດຍກ່າວ​ຫາ​ວ່າ ອົງການ​ດັ່ງກ່າວ
ມີຄວາມລຳອຽງ “ຕໍ່ຕ້ານ​ອິສຣາ​ແອ​ລ.”

​ໂຄສົກ​ກະຊວງ​ຕ່າງປະ​ເທດສະຫະລັດ ທ່ານ​ນາງ Heather Nauert ກ່າວ​ຢູ່​ໃນ​ຖະ
​ແຫລ​ງການ​ວ່າ “ການ​ຕັດສິນ​ໃຈ​ດັ່ງກ່າວ​ນີ້​ບໍ່​ໄດ້ເຮັດ​ຢ່າງ​ງ່າຍດາຍ ​ແລະ​ສະທ້ອນໃຫ້
ເຫັນ​ເຖິງ​ຄວາມ​ເປັນ​ຫ່ວງ​ຂອງ​ສະຫະລັດ ກ່ຽວກັບ​ເງິນ​ທີ່ຍັງ​ຕິດ​ຄ້າງ​ທີ່ເພີ້ມທະວີຂຶ້ນຢູ່
ອົງການ UNESCO ​ຄວາມ​ຈຳ​ເປັນທີ່ຈະຕ້ອງໄດ້​ປະຕິ​ຮູ​ບຂັ້ນ ​ພື້ນຖານຢູ່ໃນ​ອົງການ
ດັ່ງກ່າວແລະຄວາມລຳອຽງ​ຕໍ່ຕ້ານ​ອິສຣາ​ແອ​ລທີ່ຍັງດຳຢູ່ຕໍ່ມາໃນອົງການ UNESCO​.”

ການ​ຖອນ​ໂຕ​ຂອງ​ສະຫະລັດ ຈະ​ເລີ້ມ​ມີ​ຜົນ​ໃນ​ວັນ​ທີ 31 ທັນວາ ປີ 2018 ທີ່​ກະຊວງ​
ຕ່າງປະ​ເທດ​ໄດ້​ໃຫ້ການ​ຢືນຢັນ.

ບໍ່ເທົ່າໃດ​ຊົ່ວ​ໂມງ​ຕໍ່​ມາ ອິສຣາ​ແອ​ລ​ໄດ້​ປະກາດ​ວ່າ ຕົນ​ກໍຈະ​ຖອນ​ໂຕ​ອອກ​ຈາກ​ອົງ
ການດັ່ງກ່າວ ຂອງສະຫະ​ປະຊາ​ຊາດ​ເຊັ່ນ​ດຽວ​ກັນ.

ຫ້ອງການຂອງ​ນາຍົກລັດຖະມົນຕີອິສຣາ​ແອ​ລ ທ່ານ Benjamin Netanyahu ກ່າວ
​ຢູ່ໃນ​ຖະ​ແຫລ​ງການ​ວ່າ “ນາຍົກລັດຖະມົນຕີ​ໄດ້​ແນະນຳ​ໃຫ້​ກະຊວງ​ຕ່າງ​ປະ​ເທດ​ກະ
ກຽມການ​ຖອນໂຕຂອງ​ອິສຣາ​ແອ​ລ ອອກ​ຈາກອົງການດັ່ງກ່າວພ້ອມ​ກັບ​ສະຫະລັດ.”

ທ່ານ Netanyahu “ສະແດງຄວາມຍິນດີກັບ​ການ​ຕັດສິນ​ໃຈ​ຂອງ​ປະທານາທິບໍດີ
ດໍ​ໂນ​ລ ທຣໍາ ທີ່​ຈະ​ຖອນ​ໂຕຈາກອົງການ UNESCO. ນີ້​ເປັນຄວາມ​ກ້າຫານ ​ແລະ
​ການ​ຕັດສິນ​ໃຈ​ທີ່​ເປັນ​ທຳ ​ເພາະວ່າອົງການ UNESCO ​ໄດ້​ກາຍ​ມາ​ເປັນ​ເວ​ທີສະ​ແດງ​ທີ່ໄຮ້ສາລະ ​ແລະຍ້ອນວ່າ​ ແທນ​ທີ່​ຈະປົກຮັກສາ​ປະຫວັດ​ສາດ ​ແຕ່​ກັບບິດເບືອນມັນ.”

ອົງານ UNESCO ​ໄດ້ຕອບ​ໂຕ້​ດ້ວຍການສະແດງ​ຄວາມ​ເສຍໃຈກ່ຽວ​ກັບ​ການ​ຕັດສິນ​ໃຈຂອງສະຫະລັດ.

ຜູ້ອຳນວຍການ​ທົ່ວ​ໄປ ທ່ານ​ນາງ Irina Bolova ກ່າວ​ຕໍ່​ກອງ​ປະຊຸມ​ນັກ​ຂ່າວ​ວ່າ “ຂ້າ
ພະ​ເຈົ້າ​ເຊື່ອ​ວ່າ ​ຢູ່​ໃນຊຸມ​ປີ​ທີ່ຜ່ານມາເຫຼົ່ານີ້ ​ທີ່​ພວກ​ເຮົາ​ໄດ້ຫຼໍ່ຫຼອມມາ ​ແລະ​ໂດຍ​ສະ​
ເພາະ​ໃນເທື່ອສຸດ​ທ້າຍ​ນີ້ ພວກ​ເຮົາ​ໄດ້​ຫຼໍ່ຫຼອມ ​ຄູ່​ຮ່ວ​ມງານ​ທີ່ເຂັ້ມແຂງທີ່​ສຸດ ເຂັ້ມແຂງ
ຫຼາຍ ຂ້າພະ​ເຈົ້າ​ເຊື່ອ​ວ່າ ມີຄວາມກ່ຽວຂ້ອງກັບນະ​ໂຍບາຍ​ຕ່າງ​ປະ​ເທດ ​ແລະ​ນະໂຍ
ບາຍ​ທັງ​ໝົດ​ໂດຍທົ່ວໄປຂອງ​ສະຫະລັດ. ດັ່ງ​ນັ້ນ​ເປັນທີ່ໜ້າ​ເສົ້າໃຈຫຼາຍ​ທີ່ມື້​ນີ້ ຂ້າພະ
​ເຈົ້າ​ໄດ້​ຮັບ​ໜັງສື​ຈາກ​ ກະຊວງ​ຕ່າງປະ​ເທດ​ສະຫະລັດ.”

ທ່ານ​ນາງ Bokova ​ໄດ້​ກ່າວ​ຕໍ່​ໄປ​ໂດຍ​ໃຫ້​ຂໍ້ສັງ​ເກດວ່າ ສະຫະລັດ​ຈະ​ຍັງ​ພົວ ພັນ​ກັບ
ອົງການ UNESCO ຢູ່ ​ໃນ​ນາມ​ຜູ້​ສັງ​ເກດ​ການ ​ແລະ​ສະຫະລັດໃນຖານະສະມາຊິກ​
ກໍ່​ຕັ້ງ​ຜູ້ນຶ່ງ​ຂອງ​ອົງການ ຈະ​ໃຫ້​ໂອກາດ​ກັບ​ຄືນ​ມາໄດ້ທຸກຍາມ.

​ເອກ​ອັກຄະ​ລັດຖະທູດ​ສະຫະລັດ ປະຈຳ​ສະຫະ​ປະຊາ​ຊາດ​ ທ່ານ​ນາງ Nikki Haley
ກ່າວ​ວ່າ ການ​ຕັດສິນ​ໃຈນີ້ແມ່ນມີ​ຄວາມ​ຈຳ​ເປັນ ຫລັງ​ຈາກ "ໄດ້ເກີດ ຄວາມບໍ່ພໍໃຈ ​
ແລະ​ການ​ຕັດສິນ​ໃຈ​ອີງໃສ່​ການ​ເມືອງ” ທີ່​ລະບຸ​ໃຫ້​ຄຸ້ມເມືອງ​ເກົ່າ​ Hebron ​ແລະ​ຂຸມ
ຝັງ​ສົບ​ຂອງພະສັງຄະຣາດ ​ເປັນ​ສ່ວນນຶ່ງ ຂອງ​ດິນ​ແດນປາ​ ແລ​ສ​ໄຕນ໌.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

US UNESCO
please wait
Embed

No media source currently available

0:00 0:02:02 0:00

XS
SM
MD
LG