ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຮອງປະທານາທິບໍດີ ສະຫະລັດ ກ່າວປະນາມ ການກະທຳ ທີ່ໂຫດຮ້າຍ ຕໍ່ຊາວ ໂຣຮິງຢາ


ຣອງປະທານານທິບໍດີ ສະຫະລັດ ທ່ານ Mike Pence ກ່າວຄຳປາໄສໃນລະຫວ່າງກອງປະຊຸມສະພາຮັກສາຄວາມປອດໄພລະດັບສູງ ກ່ຽວກັບ ການປະຕິບັດການຮັກສາສັນຕິພາບ ທີ່ສຳນັກງານໃຫຍ່ອົງການສະຫະປະຊາຊາດ ໃນນະຄອນ ນິວຢອກ. 20 ກັນຍາ, 2017.
ຣອງປະທານານທິບໍດີ ສະຫະລັດ ທ່ານ Mike Pence ກ່າວຄຳປາໄສໃນລະຫວ່າງກອງປະຊຸມສະພາຮັກສາຄວາມປອດໄພລະດັບສູງ ກ່ຽວກັບ ການປະຕິບັດການຮັກສາສັນຕິພາບ ທີ່ສຳນັກງານໃຫຍ່ອົງການສະຫະປະຊາຊາດ ໃນນະຄອນ ນິວຢອກ. 20 ກັນຍາ, 2017.

ມາເຖິງວັນນີ້ ຮອງປະທານາທິບໍດີ Mike Pence ​ແມ່ນເຈົ້າໜ້າທີ່ອາວຸໂສສຸດ ຂອງ
ສະຫະລັດຄົນນຶ່ງ ທີ່ໄດ້ກ່າວອອກມາໂດຍໃຊ້ຄຳເວົ້າທີ່ແຮງທີ່ສຸດ ກ່ຽວກັບ ວິກິດການ
ຊາວໂຣຮິງຢາ ໃນປະເທດມຽນມາ ດ້ວຍການກ່າວປະນາມ ຕໍ່ອັນທີ່ທ່ານເອີ້ນວ່າ
“ການອົບພະຍົບທີ່ເປັນປະຫວັດການ” ຂອງພວກຊາວໂຣຮິງຢາ ອອກຈາກ ມຽນມາ
ໄປຍັງປະເທດບັງກລາແດັສ ທ່າມກາງການປະເຊີນໜ້າກັບການໂຈມຕີດ້ວຍຄວາມ
ຮຸນແຮງ.

ໃນການກ່າວຄຳ​ປາ​ໄສ ຢູ່ທີ່ກອງປະຊຸມການຮັກສາສັນຕິພາບຂອງອົງການສະຫະປະ
ຊາຊາດ ໃນວັນພຸດວານນີ້ ທ່ານໄດ້ກ່າວວ່າ ໂລກກຳລັງຮູ້ເຫັນເປັນພິຍານຕໍ່ “ໂສກ
ນາດຕະກຳທີ່ຮ້າຍແຮງກຳລັງເກີດຂຶ້ນ”
ຢູ່ໃນ ມຽນມາ ຊຶ່ງຕັ້ງຢູ່​ໃນ​ເຂດເອເຊຍຕາເວັນ
ອອກສຽງໃຕ້ ນັ້ນ.

ທ່ານ Pence ໄດ້ກ່າວ ຢູ່ທີ່ກອງປະຊຸມລະດັບສູງ ຂອງສະພາຄວາມໝັ້ນຄົງ ອົງການ
ສະຫະປະຊາຊາດ ວ່າ “ເມື່ອບໍ່ດົນມານີ້ ກຳລັງຮັກສາຄວາມປອດໄພ ຂອງມຽນມາ
ໄດ້ຕອບໂຕ້ຕໍ່ການໂຈມຕີ ຄ້າຍທະຫານລັດຖະບານ ໂດຍພວກຫົວຮຸນແຮງຢ່າງໂຫດ
ຮ້າຍທາລຸນ ດ້ວຍການຈູດເຜົາໝູ່ບ້ານຫຼາຍແຫ່ງ ຂັບໄລ່ ຊາວໂຣຮິງຢາ ອອກຈາກ
ເຮືອນຊານ ຂອງພວກເຂົາເຈົ້າ. ພາບຕ່າງໆ ຂອງຄວາມຮຸນແຮງ ແລະ ພວກທີ່ເປັນຜູ້
ເຄາະຮ້າຍນັ້ນ ໄດ້ເຮັດໃຫ້ປະຊາຊົນຊາວອາເມຣິກັນ ແລະ ພວກຜູ້ຄົນໃນທົ່ວໂລກ
ພາກັນຕື່ນຕົກໃຈ.”

​ໃນໄລຍະນຶ່ງເດືອນກວ່າໆຜ່ານມານີ້ ຊາວມຸສລິ​ມໂຣຮິງ ຢາຫຼາຍກວ່າ 400,000 ຄົນ
ໄດ້ພາກັນຫລົບໜີອອກຈາກ ມຽນມາ ບ່ອນທີພວກເຂົາເຈົ້າປະເຊີນກັບການລະເມີດ
ສິດທິມະນຸດ ແລະ ການຈຳແນກກີດກັນ. ທ່ານ Pence ໄດ້ຊີ້ໃຫ້ເຫັນວ່າ ຫຼາຍໝື່ນຄົນ
ທີ່ພາກັນຫລົບໜີ ດ້ວຍການຍ່າງນັ້ນ ແມ່ນພວກເດັກນ້ອຍ.

ພວກຫົວຮຸນແຮງໂຣຮິງຢາ ໄດ້ທຳການໂຈມຕີ ກຳລັງຮັກສາຄວາມປອດໄພຂອງ
ມຽນມາ ເມື່ອທ້າຍເດືອນສິງຫາຜ່ານມາ. ນັບຕັ້ງແຕ່ນັ້ນມາ ບັນດານັກວິເຄາະ ແລະ
ພວກນັກຕໍ່ສູ້ເພື່ອສິດທິມະນຸດ ກ່າວວ່າ ກອງທັບມຽນມາ ໄດ້ປະຕິບັດການຕອບໂຕ້ທີ່
ຮ້າຍກາດ ດ້ວຍການຈູດເຜົາໝູ່ບ້ານຕ່າງໆ ແລະໄດ້ເຂັ່ນຂ້າພວກແມ່ຍິງ ແລະ ເດັກ
ນ້ອຍ ທີ່ກຳລັງພາກັນຫລົບໜີຢູ່ນັ້ນ.

ທ່ານ Pence ໄດ້ຊີ້ໃຫ້ເຫັນວ່າ ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ Rex
Tillerson ໄດ້ໂອ້ລົມ ກັບຜູ້ນຳພົນລະເຮືອນຂອງມຽນມາ ທ່ານນາງ Aung San Suu
Kyi ກ່ຽວກັບພວກອົບພະຍົບຊາວໂຣຮິງຢາ ໃນວັນອັງຄານຜ່ານມານີ້ ແລະ ໄດ້ຮຽກ
ຮ້ອງໃຫ້ກອງທັບ ແລະ ກຳລັງຮັກສາຄວາມປອດໄພ ມຽນມາ ອຳນວຍຄວາມສະດວກ
ໃນການໃຫ້ຄວາມຊ່ອຍເຫຼືອທາງດ້ານມະນຸດສະທຳ.

ທ່ານ Pence ໄດ້ຊີ້ໃຫ້ເຫັນອີກວ່າ “ໃນຂະນະທີ່ພວກເຮົາສະ​ແດງ​ຄວາມຍິນດີກັບຄຳ
ເຫັນຂອງ ທ່ານນາງ Aung San Suu Kyi ທີ່ວ່າ ພວກອົບພະຍົບທີ່ກັບຄືນມານັ້ນ ບໍ່
ມີຫຍັງທີ່ຈະຕ້ອງຢ້ານ ແລະ ຂໍຮຽກຮ້ອງອີກເທື່ອນຶ່ງໃຫ້ກຳລັງຮັກສາຄວາມປອດໄພ
ຂອງ ມຽນມາ ຍຸຕິການໃຊ້ຄວາມຮຸນແຮງ ໃນທັນທີ ແລະ ໃຫ້ການສະໜັບສະໜູນຕໍ່
ການດຳເນີນຄວາມພະຍາຍາມທາງດ້ານການທູດເພື່ອ ແກ້ໄຂບັນຫາໃນໄລຍະຍາວ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG