ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ຈະເຊັນ ຂໍ້ຕົກລົງ ກັບ ເມັກຊິໂກ ຂະນະທີ່ ເຈລະຈາ ຕໍ່ໄປ ກັບການາດາ


ພວກຄົນງານ ທີ່ເຮັດວຽກ ຢູ່ໂຮງງານເຮັດລົດຮອນດ້າໃໝ່ ທີ່ເມືອງເຊລາຢາ ໃນກວນນາຮົວໂຕ ຂອງເມັກຊິໂກ. (ວັນທີ 21 ກຸມພາ 2014)
ພວກຄົນງານ ທີ່ເຮັດວຽກ ຢູ່ໂຮງງານເຮັດລົດຮອນດ້າໃໝ່ ທີ່ເມືອງເຊລາຢາ ໃນກວນນາຮົວໂຕ ຂອງເມັກຊິໂກ. (ວັນທີ 21 ກຸມພາ 2014)

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໄດ້ແຈ້ງໃຫ້ລັດຖະສະພາຊາບໃນວັນສຸກ
ວານນີ້ວ່າ ທ່ານມີແຜນທີ່ຈະລົງນາມ ໃນຂໍ້ຕົກລົງກັບເມັກຊິໂກພາຍໃນເວລາ 90 ມື້ຫຼັງ
ຈາກການເຈລະຈາ ກັບປະເທດການາດາ ໄດ້ສິ້ນສຸດລົງໃນວັນສຸກວານນີ້ ໂດຍທີ່ຍັງບໍ່
ທັນມີການຕົກລົງກັນເພື່ອແກ້ໄຂຂໍ້ຕົກລົງການຄ້າເສລີໃນທະວີບອາເມຣິກາເໜືອເທື່ອ.

ຜູ້ຕາງໜ້າທາງດ້ານການຄ້າຂອງສະຫະລັດ ທ່ານໂຣເບີດ ໄລໄທເຊີ ກ່າວວ່າ ການເຈ
ລະຈາ ລະຫວ່າງ ສະຫະລັດ ກັບການາດາ ຈະເລີ້ມຄືນອີກ ໃນມື້ວັນພຸດອາທິດຈະມາ ແລະເວົ້າວ່າ ການາດາຍັງສາມາດທີ່ຈະເຂົ້າຮ່ວມຢູ່ໃນຂໍ້ຕົກລົງຂອງທະວີບອາເມຣິກາ
ເໜືອ ທີ່ປະທານາທິບໍດີວາງແຜນຈະເຊັນໃນທ້າຍເດືອນ
ພະຈິກ.

ຫົວໜ້າເຈລະຈຍາການຄ້າ ຂອງຝ່າຍການາດາ ລັດຖະມົນຕີການຕ່າງປະເທດຄຣິສ
ເຕຍ ຟຣີແລນໄດ້ສະແດງຄວາມເຊື່ອໝັ້ນວ່າ ການາດາຈະສາມາດບັນລຸຂໍ້ຕົກລົງກັບ
ສະຫະລັດ ທີ່ໃຫ້ຜົນປະໂຫຍດແກ່ທັງສອງຝ່າຍ.

ທ່ານນາງຟຣີແລນ ກ່າວຕໍ່ພວກນັກຂ່າວຫລັງຈາກການເຈລະຈາກັບທ່ານໄລໄທເຊີ
ຢູ່ນະຄອນຫຼວງວໍຊິງຕັນ ສິ້ນສຸດລົງໃນວັນສຸກວານນີ້ວ່າ “ພວກເຮົາຮູ້ດີວ່າຂໍ້ຕົກລົງ
ທີ່ທັງສອງຝ່າຍເປັນຜູ້ຊະນະ ແມ່ນສາມາດທີ່ຈະບັນລຸກໄດ້.”

ທ່ານນາງກ່າວຕື່ມວ່າ “ດ້ວຍໄມຕີຈິດມິດຕະພາບແລະການຜ່ອນສັ້ນຜ່ອນຍາວຂອງ
ທຸກໆຝ່າຍ ຂ້າພະເຈົ້າຮູ້ດີວ່າ ພວກເຮົາສາມາດໄປເຖິງທີ່ນັ້ນ. ສ່ວນຫ້ອງການຂອງ
ທ່ານໄລໄທເຊີ ໄດ້ອອກຖະແຫຼງການສະບັບນຶ່ງ ກ່າວວ່າ ການເຈລະຈາຂອງປະເທດ
ທັງສອງ ໃນໄລຍະ 4 ມື້ຜ່ານມານີ້ແມ່ນ “ດຳເນີນໄປແບບສ້າງສັນ ແລະພວກເຮົາໄດ້
ມີຄວາມກ້າວໜ້າ.”

ການເຈລະຈາດັ່ງກ່າວໄດ້ເປັນເງົາບົດບັງໃນວັນສຸກວານນີ້ ຍ້ອນມີລາຍງານວ່າ ປະ
ທານາທິບໍດີດໍໂນລ ທຣຳໄດ້ກ່າວໂອ້ອວດໃນການໃຫ້ສຳພາດຕໍ່ອົງການຂ່າວບລູມ
ເບີກວ່າ ການຕົກລົງໃດໆກໍຕາມ ກັບການາດາ ແມ່ນຈະ “ຢູ່ພາຍໃຕ້ເງື່ອນໄຂ ຂອງ
ພວກເຮົາທັງໝົດ.”

ທ່ານທຣຳໄດ້ຈົ່ມ ທາງທວີດເຕີ້ ໃນວັນສຸກວານນີ້ວ່າ ທ່ານບໍ່ໄດ້ໃຫ້ຄວາມເຫັນຢ່າງ
ເປັນທາງການ. ທ່ານທຣຳຂຽນວ່າ “ວາວ! ຂ້າພະເຈົ້າບໍ່ໄດ້ກ່າວ ຢ່າງເປັນທາງການ
ຕໍ່ບລູມເບີກ ໃນການເປັນຫ່ວງ ກ່ຽວກັບເລື້ອງການາດາ ແລະການເຂົ້າໃຈຢ່າງແຂງ
ຂັນນີ້ ແມ່ນເປັນການລະເມີດຢ່າງເປີດແປນ. ດີແລ້ວ ຂ້າພະເຈົ້າມີລາຍງານທີ່ບໍ່ຖືກ
ຕ້ອງຕື່ມ. ຂ້າພະເຈົ້າລຶ້ງແລ້ວ.” ທ່ານຂຽນຕື່ມວ່າ “ຢ່າງນ້ອຍ ການາດາກໍຮູ້ວ່າ ທ່າທີ
ຂອງຂ້າພະເຈົ້າແມ່ນຫຍັງ!”


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG