ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ຈະສືບສວນ ລັດທີ່ຫ້າມ ບໍ່ໃຫ້ໂຮງຮຽນ ບັງຄັບໃຫ້ມີການໃສ່ໜ້າກາກ


ຜູ້ຄົນພາກັນສະຫຼອງ ຢູ່ທີ່ເມືອງຊອລ ເລກ (Salt Lake County) ທີ່ຄະນະສະພາບໍລິຫານ ລົງຄວາມເຫັນ ບໍ່ເຫັນພ້ອມຫີ່ສັ່ງໃຫ້ພວກເດັກນ້ອຍນັກຮຽນ ອາຍຸຕໍ່າກວ່າ 12 ປີ ໃສ່ໜ້າກາກ ໂດຍເຈົ້າໜ້າທີ່ສາທາລະນະສຸກ ຂອງເມືອງ ໃັນທີ 12 ສິງຫາ 2021.
ຜູ້ຄົນພາກັນສະຫຼອງ ຢູ່ທີ່ເມືອງຊອລ ເລກ (Salt Lake County) ທີ່ຄະນະສະພາບໍລິຫານ ລົງຄວາມເຫັນ ບໍ່ເຫັນພ້ອມຫີ່ສັ່ງໃຫ້ພວກເດັກນ້ອຍນັກຮຽນ ອາຍຸຕໍ່າກວ່າ 12 ປີ ໃສ່ໜ້າກາກ ໂດຍເຈົ້າໜ້າທີ່ສາທາລະນະສຸກ ຂອງເມືອງ ໃັນທີ 12 ສິງຫາ 2021.

ກະຊວງສຶກສາສະຫະລັດ ໃນວັນຈັນວານນີ້ ໄດ້ເປີດການສືບສວນດ້ານສິດທິພົນລະເມືອງ
ຢູ່ໃນຫ້າລັດຂອງສະຫະລັດ ທີ່ໄດ້ຫ້າມບັນດາໂຮງຮຽນ ຢູ່ໃນຂົງເຂດ ບັງຄັບໃຫ້ໃສ່ໜ້າກາກ
ເພື່ອຕໍ່ສູ້ກັບການແຜ່ລະບາດຂອງໄວຣັສໂຄໂຣນາ ທີ່ສະເໜີວ່າ ການຫ້າມດັ່ງກ່າວ ເປັນການຈຳແນກກີດກັນຕໍ່ພວກນັກຮຽນພິການ.

ທາງກະຊວງສຶກສາ ໄດ້ສົ່ງໜັງສືໄປຫາພວກເຈົ້າໜ້າທີ່ ໃນລັດຄາໂຣໄລນາໃຕ້ ເທັນເນັສຊີ ຢູທາ ໂອກລາໂຮມາ ແລະໄອໂອວາ ຊຶ່ງລັດທັງໝົດນີ້ ໄດ້ຫ້າມບໍ່ ໃຫ້ບັນດາເມືອງຕ່າງໆ ບັງຄັບໃຫ້ໃສ່ໜ້າກາກ. ໜັງສືໄດ້ກ່າວຫາວ່າ ບັນດາລັດ ເຫລົ່ານີ້ ອາດຈະເຮັດໃຫ້ໂຮງຮຽນໃນທ້ອງຖິ່ນທັງຫຼາຍ ຈາກການບໍ່ໃສ່ໜ້າກາກ ຂອງພວກນັກຮຽນພິການ ໂດຍສະເພາະແມ່ນພວກເດັກນ້ອຍ ຜູ້ທີ່ຄວາມສ່ຽງເພີ້ມຂຶ້ນຂອງຄວາມເຈັບປ່ວຍທີ່ຮ້າຍແຮງ ຖ້າຫາກເຂົາເຈົ້າຕິດເຊື້ອໄວຣັສໂຄ ໂຣນາ.

ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໃນຕົ້ນເດືອນນີ້ກ່າວວ່າ ກະຊວງ ສຶກສາ ຈະສຶກສາເບິ່ງ ການໃຊ້ອຳນາດຂອງຕົນເພື່ອພະຍາຍາມກີດກັ້ນບັນດາ ລັດຕ່າງໆ ບໍ່ໃຫ້ແຊກແຊງຕໍ່ເຂດໂຮງຮຽນຕ່າງໆ ທີ່ຕ້ອງການໃຫ້ບັງຄັບໃສ່ໜ້າກາກ.

ຢູ່ໃນຫຼາຍໆລັດ ບັນດາຜູ້ປົກຄອງລັດພັກຣີພັບບລິກັນ ທີ່ຕຳນິປະທານາທິບໍດີສັງກັດ
ພັກເດໂມແຄຣັດ ໂຕ້ແຍ້ງວ່າ ການໃສ່ໜ້າກາສົມຄວນເປັນທາງເລືອກສ່ວນ ໂຕສຳລັບ
ບັນດາພໍ່ແມ່ແລະຄອບຄົວ ອັນເປັນສ່ວນນຶ່ງກ່ຽວກັບທາງເລືອກ ທີ່ໄດ້ ມີການໂຕ້ຖຽງ
ແຫ່ງຊາດກ່ຽວກັບເລື້ອງໜ້າກາກ ແລະການສັ່ງໃຫ້ ສັກຢາວັກຊີນ ໂດຍສະເພາະ ໃນ
ຂະນະທີ່ສາຍພັນໃໝ່ແດລຕ້າ ເຮັດໃຫ້ມີຜູ້ຕິດເຊື້ອເພີ້ມຂຶ້ນ ເປັນຫຼາຍສິບພັນກໍລະນີ
ຫວ່າງບໍ່ເທົ່າໃດອາທິດ ທີ່ຜ່ານມານີ້.

ສູນກາງປ້ອງກັນ ແລະຄວບຄຸມພະຍາດຂອງສະຫະລັດ ໄດ້ໂຕ້ແຍ້ງ ເພື່ອໃຫ້ມີການ
ໃສ່ໜ້າກາກຢູ່ໃນໂຮງຮຽນສຳລັບທຸກໆບ່ອນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG