ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ກົດ​ດັນ ໃຫ້​ຂັບ​ໄລ່​ອີ​ຣ່ານ ອອກ​ຈາກ​ອົງ​ການ​ຄຸ້ມ​ຄອງ​ສິດ​ທິຂອງ​ພວກ​ແມ່​ຍິງ ສະ​ຫະ​ປະ​ຊາ​ຊາດ


ແຟ້ມ - ຮູບ​ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ສະ​ແດງ​ໃຫ້​ເຫັນ​ຜູ້​ເຂົ້າ​ຮ່ວມ​ໃນ​ພິ​ທີ​ເປີດກອງ​ປະ​ຊຸມ ສະ​ໄໝ​ທີ 63 ຂອງ​ກຳ​ມາ​ທິ​ການ​ວ່າ​ດ້ວຍ​ສະ​ຖາ​ນະ​ພາບ​ຂອງ​ແມ່​ຍິງ ຫຼື CSW ເມື່ອ​ວັນ​ທີ 11 ມີ​ນາ 2019 ທີ່​ສຳ​ນັກ​ງານ​ໃຫຍ່ ສ​ປ​ຊ ຢູ່​ນະ​ຄອນ​ນິວຢອກ.
ແຟ້ມ - ຮູບ​ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ສະ​ແດງ​ໃຫ້​ເຫັນ​ຜູ້​ເຂົ້າ​ຮ່ວມ​ໃນ​ພິ​ທີ​ເປີດກອງ​ປະ​ຊຸມ ສະ​ໄໝ​ທີ 63 ຂອງ​ກຳ​ມາ​ທິ​ການ​ວ່າ​ດ້ວຍ​ສະ​ຖາ​ນະ​ພາບ​ຂອງ​ແມ່​ຍິງ ຫຼື CSW ເມື່ອ​ວັນ​ທີ 11 ມີ​ນາ 2019 ທີ່​ສຳ​ນັກ​ງານ​ໃຫຍ່ ສ​ປ​ຊ ຢູ່​ນະ​ຄອນ​ນິວຢອກ.

ສະ​ຫະ​ລັດ ​ຮຽກ​ຮ້ອງ​ໃນມື້​ວັນ​ພຸດ ໃຫ້​ຂັບ​ໄລ່​ອີ​ຣ່ານ​ອອກ​ຈາກກຳ​ມາ​ທິ​ການ​ຂອງ​ສະ​ຫະ​ປະ​ຊາ​ຊາດ ​ເພື່ອ​ປົກ​ປ້ອງ​ສະ​ຖາ​ນະ​ພາບ​ຂອງ​ພວກ​ແມ່​ຍິງ ຫຼື CSW ຊຶ່ງ​ເປັນ​ອົງ​ການ​ຈັດ​ຕັ້ງ ​ລະ​ຫວ່າງ​ລັດ​ຖະ​ບານ ​ທີ່​ອຸ​ທິດ​ຕົນ​ໃຫ້​ແກ່​ຄວາມ​ສະ​ເໝີ​ພາບ​ທາງ​ເພດ ​ແລະມອບ​ອຳ​ນາດ​ໃຫ້​ແກ່​ພວກ​ແມ່​ຍິງ.

“ວຽກ​ງານ​ອັນ​ນີ້​ແມ່ນ​ມີ​ຄວາມ​ສຳ​ຄັນຫຼາຍ. ມັນ​ເຮັດ​ໃຫ້​ມີ​ຄວາມ​ແຕກ​ຕ່າງ​ຢ່າງ​ແທ້​ຈິງ” ນັ້ນ​ຄື​ຄຳ​ເວົ້າ ​ຂອງ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ລັດປະ​ຈຳ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ນາງ​ລິນ​ດາ ທໍ​ມັ​ສ ກ​ຣີນ​ຟິ​ລ ກ່າວ​ເຖິງ​ກຳ​ມາ​ທິ​ການ CSW “ແລະ​ມັນ​ຄວນ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ​ຂອງ​ພວກ​ເຮົາ​ຢ່າງ​ເຕັມ​ທີ່ ໂດຍ​ສ​ະ​ເພາະ​ເມື່ອ​ສິດ​ທິ​ຂອງ​ພວກ​ແມ່​ຍິງ ແລ​ະ​ເດັກ​ຍິງ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ​ພວມ​ຖືກ​ໂຈມ​ຕີ. ແຕ່​ຄະ​ນະ​ກຳ​ມ​າ​ທິ​ການ​ບໍ່​ສາ​ມາດ​ເຮັດ​ວຽກ​ຂອງ​ຕົນ​ໄດ້ ເວ​ລາ​ມັນ​ຖືກ​ບ່ອນ​ທຳ​ລາຍ​ຈາກ​ພາຍ​ໃນ.”

ທ່ານ​ນາງ​ກ່າວ​ວ່າ ການ​ເປັນ​ສະ​ມາ​ຊິກ​ຂອງ​ອີ​ຣ່ານ ແມ່ນເປັນ “ຮອຍ​ເປື້ອນ​ທີ່​ໜ້າ​ລັງ​ກຽດ ຢູ່​ໃນ​ກຳ​ມາ​ທິ​ການ​ທີ່​ມີ​ຄວາມ​ໜ້າ​ເຊື່ອ​ຖື.

ທ່ານ​ນາງ​ກ່າວ​ວ່າ “ໃນ​ທັດ​ສະ​ນະ​ຂອງ​ພວກ​ເຮົາ​ແລ້ວ ມັນ​ບໍ່​ສາ​ມາດ​ດຳ​ເນີນ​ຕໍ່​ໄປ​ໄດ້.”

​ແຟ້ມ - ພວກ​ແມ່​ຍິງ​ເຂົ້າ​ຮ່ວມ​ການ​ປະ​ທ້ວງ ການ​ເສຍ​ຊີ​ວິດ​ຂອງ​ນາງ​ມາ​ຊາ ອາ​ມີ​ນີ ໃນ​ລະ​ຫວ່າງ​ທີ່​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ​ຕຳ​ຫຼວດ​ສິນ​ທຳ​ອີ​ຣ່ານ ໃນ​ລະ​ຫວ່າງ​ການ​ໂຮ​ມ​ຊຸມ​ນຸມ​ຢູ່​ນະ​ຄອນ​ເທ​ລ​ອາ​ວີບ ເມື່ອ​ວັນ​ທີ 29 ຕຸ​ລາ 2022.
​ແຟ້ມ - ພວກ​ແມ່​ຍິງ​ເຂົ້າ​ຮ່ວມ​ການ​ປະ​ທ້ວງ ການ​ເສຍ​ຊີ​ວິດ​ຂອງ​ນາງ​ມາ​ຊາ ອາ​ມີ​ນີ ໃນ​ລະ​ຫວ່າງ​ທີ່​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ​ຕຳ​ຫຼວດ​ສິນ​ທຳ​ອີ​ຣ່ານ ໃນ​ລະ​ຫວ່າງ​ການ​ໂຮ​ມ​ຊຸມ​ນຸມ​ຢູ່​ນະ​ຄອນ​ເທ​ລ​ອາ​ວີບ ເມື່ອ​ວັນ​ທີ 29 ຕຸ​ລາ 2022.

ການ​ປະ​ກາດ​ຂອງ​ສະ​ຫະ​ລັດ ມີ​ຂຶ້ນ​ເປັນ​ເທື່ອ​ທຳ​ອິດຢູ່​ໃນ​ຖະ​ແຫຼງ​ການ​ຈາກ​ສຳ​ນັກ​ງານຂອງ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ຄາ​ມາ​ລາ ແຮ​ຣິ​ສ ໃນ​ຕອນ​ເຊົ້າ​ວັນ​ພຸດ​ວານນີ້.

ເອກ​ອັກ​ຄະ​ລັດ​ຖະ​ທູດ​ທໍ​ມັ​ສ ກ​ຣີນ​ຟິ​ລ ໄດ້​ຖະ​ແຫຼງ​ຕໍ່​ກອງ​ປະ​ຊຸມ​ພິ​ເສດ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ຊຶ່ງ​ເປັນ​ທີ່​ຮູ້​ກັນ​ໃນ​ຊື່ ກອງ​ປະ​ຊຸມ​ອາ​ຣີ​ອາ ທີ່​ເພັ່ງ​ເລັງ​ໃສ່​ການ​ປະ​ທ້ວງ​ຂະ​ໜາດ​ໃຫຍ່​ ທີ່​ເລີ້ມ​ຂຶ້ນ​ຢູ່​ໃນ​ອີ​ຣ່ານ​ມາ​ແຕ່​ວັນ​ທີ 16 ກັນ​ຍາ ຫຼັງ​ຈາກ​ການ​ເສຍ​ຊີ​ວິດ​ຂອງ​ນາງ​ມາ​ຊາ ອາ​ມີ​ນີ ອາ​ຍຸ 22 ປີ ໃນ​ລະ​ຫວ່າງ​ທີ່​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ​ຕຳ​ຫຼວດ​. ຍິງ​ສາວ​ຊາວ​ເຄີດ​ຄົນ​ນີ້​ໄດ້​ຖືກ​ຈັບ​ທີ່​ນະ​ຄອນ​ຫຼວງ​ເຕ​ຫະ​ຣ່ານ ໂດຍ​ອັນ​ທີ່​ເອີ້ນ​ວ່າ ຕຳ​ຫຼວດ​ສິນ​ທຳ ຍ້ອນ​ໃສ່​ຜ້າ​ປົກ​ຫົວ “​ທີ່​ບໍ່​ເໝາະ​ສົມ.”

ຕຳ​ຫຼວດ​ກ່າວ​ວ່າ ນາງ​ເກີດ​ຫົວ​ໃຈ​ວາຍ​ ໃນ​ລະ​ຫວ່າງ​ທີ່​ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ ແຕ່ທາງ​ຄອບ​ຄົວ​ຂອງ​ນາງ​ໄດ້​ໂຕ້​ຖຽງ​ກ່ຽວ​ກັບ​ເລື້ອງນີ້. ທາງ​ຄອບ​ຄົວ​ໄດ້​ຮ້ອງ​ຂໍ​ໃຫ້​ຄະ​ນະ​ທ່ານ​ໝໍ​ອິດ​ສະ​ຫຼະ​ສືບ​ສວນ​ເບິ່ງ​ການ​ເສຍ​ຊີ​ວິດ​ຂອງ​ນາງ ແຕ່​ໄດ້​ຖືກ​ປະ​ຕິ​ເສດ​ໂດຍ​ເຈົ້າ​ໜ້າ​ທີ່​ອີ​ຣ່ານ.

ທ່ານ​ຈາ​ເວດ ເຣ​ມານ ຜູ້​ຂຽນ​ລາຍ​ງານ​ພິ​ເສດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ເລື້ອງ​ອີ​ຣ່ານ ກ່າວ​ຕໍ່​ກອງ​ປະ​ຊຸມ​ທາງວີ​ດີ​ໂອ​ວ່າ “ມັນ​ເປັນ​ທີ່​ຈະ​ແຈ້ງ​ທີ່ວ່າ ອັນ​ທີ່​ເອີ້ນ​ວ່າ​ ການ​ສືບ​ສວນ​ກ່ຽວ​ກັບ​ການ​ເສຍ​ຊີ​ວິດ​ ຂອງ​ນາງ​ມາ​ຊາ ອາ​ມີ​ນີ​ ບໍ່ໄດ້​ມາດ​ຕະ​ຖານ​ຂັ້ນ​ຕ່ຳ​ສຸດ​ຂອງ​ຄວາມເປັນ​ກາງ ຄວາມ​ເປັນ​ອິດ​ສະ​ຫຼະ ແລະ​ຄວາມ​ໂປ່ງ​ໃສ.”

ທ່ານ​ໄດ້​ຮຽກ​ຮ້ອງ​ໃຫ້​ມີ​ການ​ສືບ​ສວນ​ຢ່າງ​ເປັນ​ອິດ​ສ​ະ​ຫຼະ​ຂອງ​ລະ​ຫວ່າງ​ປະ​ເທດ​ກ່ຽວ​ກັບ​ການ​ເສຍ​ຊີ​ວິດ​ຂອງ​ນາງ ຊຶ່ງ​ເປັນ​ການ​ຮຽກ​ຮ້ອງ​ ທີ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ ຈາກ​ຫຼາຍໆ​ປະ​ເທດ​ສະ​ມາ​ຊິກ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG