ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສະ​ຫະ​ລັດ ຈະ​ເປີດ ​ການ​ເຈ​ລະ​ຈາ ​ດ້ານ​ການ​ຄ້າ ກັບ ອັງ​ກິດ, ສະ​ຫະ​ພາບ ຢູ​ໂຣບ, ຍີ່​ປຸ່ນ


ຜູ້​ແທນ​ດ້ານ​ການ​ຄ້າ ສະ​ຫະ​ລັດ ທ່ານ ໂຣ​ເບີດ ໄລ​ໄຕ​ເຊີ, ຂວາ, ຈັບ​ມື​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອັງ​ກິດ ຮັບ​ຜິດ​ຂອບ​ດ້ານ​ການ​ຄ້າ ທ່ານ ລຽມ ຟັອກ​ສ໌ ເວ​ລາ​ທີ່​ພວກ​ເພິ່ນ ເດີນ​ທາງ​ຮອດຫ້ອງ​ການ​ຂອງ​ຜູ້​ແທນ​ດ້ານ​ການ​ຄ້າ ສະ​ຫະ​ລັດ ສຳ​ລັບ​ການ​ປະ​ຊຸມ. ນະ​ຄອນຫຼວງ ວໍ​ຊິງ​ຕັນ. 14 ມີ​ນາ, 2018.
ຜູ້​ແທນ​ດ້ານ​ການ​ຄ້າ ສະ​ຫະ​ລັດ ທ່ານ ໂຣ​ເບີດ ໄລ​ໄຕ​ເຊີ, ຂວາ, ຈັບ​ມື​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອັງ​ກິດ ຮັບ​ຜິດ​ຂອບ​ດ້ານ​ການ​ຄ້າ ທ່ານ ລຽມ ຟັອກ​ສ໌ ເວ​ລາ​ທີ່​ພວກ​ເພິ່ນ ເດີນ​ທາງ​ຮອດຫ້ອງ​ການ​ຂອງ​ຜູ້​ແທນ​ດ້ານ​ການ​ຄ້າ ສະ​ຫະ​ລັດ ສຳ​ລັບ​ການ​ປະ​ຊຸມ. ນະ​ຄອນຫຼວງ ວໍ​ຊິງ​ຕັນ. 14 ມີ​ນາ, 2018.

ທຳ​ນຽບ​ຂາວ​ໄດ້​ປະ​ກາດ​ແຜນ​ການ​ ທີ່​ຈະ​ເຈ​ລະ​ຈາ​ຂໍ້​ຕົກ​ລົງ​ການ​ຄ້າ​ແຍກ​ກັນ​ກັບ ອັງ​ກິດ,
ສະຫະພາບ ຢູໂຣບ ແລະ ຍີ່ປຸ່ນ.

ຜູ້​ແທນ​ການ​ຄ້າ ສະ​ຫະ​ລັດ ທ່ານ ໂຣ​ເບີດ ໄລ​ໄຕ​ເຊີ ໄດ້​ກ່າວ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ
“ພວກເຮົາມີຄວາມມຸ່ງໝັ້ນທີ່ຈະຈັດການເຈລະຈາພວກນີ້ ໃຫ້ໄວ ແລະ ມີຜົນຢ່າງແທ້ຈິງ
ສຳລັບກຳມະກອນ, ຊາວນາ, ຄົນລ້ຽງສັດ ແລະ ທຸລະກິດຕ່າງໆຂອງຊາວ ອາເມຣິກັນ.”

ທ່ານ​ໄດ້​ກ່າວ​ເພີ່ມ​ເຕີມ​ວ່າ ທຳ​ນຽບ​ຂາວ ຢາກ “ແກ້​ໄຂ​ທັງ​ອຸ​ປະ​ສັກ​ທີ່​ເປັນ​ພາ​ສີ ແລະ ບໍ່​
ເປັນພາສີ ແລະ ບັນລຸການຄ້າທີ່ມີຄວາມຍຸຕິທຳ ແລະ ມີຄວາມດຸ່ນດ່ຽງຂຶ້ນກວ່າເກົ່າ.”

ຕາມ​ທີ່​ຮຽກ​ຮ້ອງ​ໂດຍ​ກົດ​ໝາຍ​ນັ້ນ, ທ່ານ ໄລ​ໄຕ​ເຊີ ໄດ້​ສົ່ງ​ຈົດ​ໝາຍ​ແຍກ​ກັນ​ສາມ​ສະ​ບັບ
ເຖິງລັດຖະສະພາ ທີ່ປະກາດຄວາມປະສົງ ທີ່ຈະເປີດການເຈລະຈາດ້ານການຄ້າ.

ທ່ານ​ໄດ້​ຂຽນ​ວ່າ ການ​ເຈ​ລະ​ຈາ​ກັບ ອັງ​ກິດ ຈະ​ເລີ່ມ​ຂຶ້ນ “​ໂດຍໄວ ​ເທົ່າ​ທີ່​ເຂົາ​ເຈົ້າ​ມີ​ຄວາມ​
ພ້ອມ” ຫຼັງຈາກ ອັງກິດ ຄາດວ່າຈະອອກຈາກ ສະຫະພາບ ຢູໂຣບ ໃນວັນທີ 29 ມີນາປີ
ໜ້າ.

ທ່ານ ໄລ​ໄຕ​ເຊີ ໄດ້​ເອີ້ນ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ ລະ​ຫວ່າງ ສະ​ຫະ​ລັດ ແລະ ສະ​ຫະ
ພາບ ຢູໂຣບ ວ່າ “ໃຫຍ່ທີ່ສຸດ ແລະ ສັບຊ້ອນທີ່ສຸດ” ໃນໂລກ, ແລະໄດ້ເນັ້ນວ່າ ສະຫະລັດ
ຂາດດຸນການຄ້າຕໍ່ ສະຫະພາບ ຢູໂຣບ 151 ຕື້ໂດລາ.

ໃນ​ໜັງ​ສື​ທີ່ຂຽນ ກ່ຽວ​ກັບ ຍີ່​ປຸ່ນ ນັ້ນ, ທ່ານ ໄລ​ໄຕ​ເຊີ ໄດ້​ກ່າວ​ວ່າ ມັນ “ມີ​ຄວາມ​ສຳ​ຄັນ
ແຕ່ຍັງມັກມີລະດັບທີ່ຕ່ຳ ສຳລັບການສົ່ງອອກສິນຄ້າ ສະຫະລັດ.” ທັງໄດ້ເນັ້ນວ່າ ສະຫະ
ລັດ ຂາດດຸນການຄ້າກັບ ຍີ່ປຸ່ນ ຫຼາຍ.

ສະ​ມາ​ຊິ​ກ​ພັກ​ລະ​ດັບ​ສູງ ຢູ່​ໃນ​ຄະ​ນະ​ກຳ​ມະ​ການ ການ​ເງິນ ສະ​ພາ​ສູງ, ທ່ານ ຣອນ ວາຍ
​ເດັນ ຈາກ​ລັດ ອໍ​ເຣ​ກັອນ, ໄດ້​ເຕືອນ​ລັດ​ຖະ​ບານ​ຕໍ່​ການ​ເຮັດ​ສິ່ງ​ທີ່​ທ່ານ​ເອີ້ນ​ວ່າ “ຂໍ້​ຕົກ​ລົງ
ທີ່ບໍ່ສົມບູນ ແລະ ໄວ.”

ທ່ານໄດ້​ກ່າວ​ວ່າ “ລັດ​ຖະ​ບານ ຕ້ອງ​ໃຊ້​ເວ​ລາ​ເພື່ອ​ຈັດ​ການ​ກັບ​ອຸ​ປະ​ສັກ ທາງ​ການ​ຄ້າ​
ຢ່າງ​ຮອບ​ຄອບ, ລວມ​ທັງ​ໃຊ້​ໂອ​ກາດນີ້ ເພື່ອ​ຕັ້ງ​ມາດ​ຕະ​ຖານ​ໃນ​ຂົງ​ເຂດ​ຕ່າງໆ​ຄື ສິດ​ທິ
ແຮງງານ, ການປົກປ້ອງສິ່ງແວດລ້ອມ, ແລະ ການຄ້າທາງລະບົບດິຈິຕອລ.”

ປະ​ທາ​ນາ​ທິ​ບໍ​ດີ ທ​ຣຳ ໄດ້​ຈັດເກັບ​ພາ​ສີການ​ສົ່ງ​ອອກ​ເຫຼັກ​ກ້າ ແລະ ອາ​ລູ​ມີ​ນຽມ ຕໍ່ ຢູ​ໂຣບ
ໃນຕົ້ນປີນີ້ ແລະ ໄດ້ຂົ່ມຂູ່ວ່າຈະເກັບພາສີເພີ່ມເຕີມກັບລົດທີ່ຖືກນຳເຂົ້າ ເຊິ່ງເປັນການ
ຕອບໂຕ້ຕໍ່ສິ່ງທີ່ທ່ານເອີ້ນວ່າ ຂໍ້ຕົກລົງທີ່ບໍ່ເປັນທຳ ທີ່ເຮັດໃຫ້ ສະຫະລັດ ເສຍປຽບ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG