ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສຫລ ເປີດ ສະຖານທູດ ແຫ່ງໃໝ່ ໃນໄຕ້ຫວັນ ເຊິ່ງເປັນການລອງດີ ຕໍ່ການກົດດັນຈາກ ປັກກິ່ງ


ພາບຖ່າຍເມື່ອວັນທີ 3 ພຶດສະພາ 2018 ນີ້, ສະແດງໃຫ້ເຫັນ ປ້າຍແຈ້ງການກໍ່ສ້າງ ວາງຢູ່ດ້ານນອກຕໍ່ໜ້າ ອາຄານໃໝ່ ຂອງ ສະຖາບັນ ອາເມຣິກັນ ໃນໄທເປ ຫຼື (AIT) ທີ່ນະຄອນຫຼວງ
ໄທເປ ຂອງໄຕ້ຫວັນ.
ພາບຖ່າຍເມື່ອວັນທີ 3 ພຶດສະພາ 2018 ນີ້, ສະແດງໃຫ້ເຫັນ ປ້າຍແຈ້ງການກໍ່ສ້າງ ວາງຢູ່ດ້ານນອກຕໍ່ໜ້າ ອາຄານໃໝ່ ຂອງ ສະຖາບັນ ອາເມຣິກັນ ໃນໄທເປ ຫຼື (AIT) ທີ່ນະຄອນຫຼວງ ໄທເປ ຂອງໄຕ້ຫວັນ.

ຜົນສຳເລັດການກໍ່ສ້າງ ຂອງລັດຖະບານ ສະຫະລັດ ໃນສັບປະດານີ້ ພື້ນທີ່ສະຖານທູດ
ຂອງອາເມຣິກາ ຢູ່ໃນນະຄອນຫຼວງໄທເປ ຂອງໄຕ້ຫວັນ ທີ່ເປັນຈິງນັ້ນ ສົ່ງສັນຍານ ຂອງ
ສາຍສຳພັນທີ່ອົບອຸ່ນຢ່າງໜັກແໜ້ນ ລະຫວ່າງ ທັງສອງລັດຖະບານ ເຖິງແມ່ນວ່າ ຈະມີ
ການກົດດັນຈາກປັກກິ່ງກໍຕາມ.

ບັນດາເຈົ້າໜ້າທີ່ຈາກວໍຊິງຕັນ ຈະເປີດເຜີຍ ອາຄານໃໝ່ ສຳລັບພາລະກິດດ້ານການທູດ
ທີ່ບໍ່ເປັນທາງການຂອງຕົນ ໃນວັນອັງຄານມື້ອື່ນນີ້ ອີງຕາມ ສະຖາບັນຂອງອາເມຣິກັນ
ຢູ່ໃນໄຕ້ຫວັນ. ສະຖານທີ່ດັ່ງກ່າວ ຕັ້ງຢູ່ທາງພາກຕາເວັນອອກສຽງເໜືອສຸດ ຂອງນະ
ຄອນຫລວງຂອງໄຕ້ຫວັນ ທີ່ມີເນື້ອທີ່ 14,000 ຕາລາງແມັດ ມູນຄ່າ 250 ລ້ານໂດລາ
ຈະຖືກປ່ຽນແທນ ສະຖານທີ່ທີ່ນ້ອຍກວ່ານັ້ນ ເຊິ່ງຕັ້ງຢູ່ໃນໃຈກາງເມືອງ.

ເປັນເວລາຫຼາຍປີຜ່ານມາ ສະຫະລັດ ໄດ້ຍ້າຍສະຖານທູດຂອງຕົນ ຢູ່ໃນທົ່ວໂລກ ເພື່ອ
ປະຕິບັດຕາມກົດລະບຽບດ້ານຄວາມປອດໄພໃໝ່ ຫຼັງຈາກເກີດການໂຈມຕີ ດ້ວຍ
ລະເບີດມາແລ້ວສອງຄັ້ງ ຕໍ່ສະຖານທູດ ສະຫະລັດ ຢູ່ໃນ ອາຟຣິກາ ເມື່ອ 20 ປີກ່ອນ.
ກະຊວງການຕ່າງປະເທດ ສະຫະລັດ ໄດ້ໃຊ້ຈ່າຍເງິນຈຳນວນ 21 ຕື້ໂດລາ ເພື່ອການ
ສັບປ່ຽນ 201 ແຫ່ງ ອັນທີ່ບັນດາເຈົ້າໜ້າທີ່ ຂອງສຳນັກງານໃຫຍ່ເພື່ອຄວາມຮັບຜິດຊອບ
ຂອງລັດຖະບານ ສະຫະລັດ ກ່າວວ່າ ມັນບໍ່ພຽງແຕ່ບໍ່ມີຄວາມປອດໄພ ແຕ່ມັນເປັນສະ
ຖານທີ່ການທູດທີ່ “ເພພັງ.”

ແຕ່ຈຸດທີ່ຕັ້ງ ຂອງສະຖານທີ່ ສະຫະລັດ ແບບຢູ່ໃນກ່ອງ ເທິງຈ້າຍພູໃນນະຄອນຫຼວງ
ໄທເປ ໄດ້ສ້າງຄວາມຕື່ນເຕັ້ນໃຫ້ແກ່ບັນດາເຈົ້າໜ້າທີ່ ໃນໄຕ້ຫວັນ ກໍເພາະວ່າ ມັນເປັນ
ສິ່ງທີ່ພວກເຂົາເຈົ້າເຫັນວ່າ ເປັນການເຄື່ອນໄຫວເມື່ອບໍ່ດົນມານີ້ ທີ່ໃຫ້ກຳລັງໃຈ ໂດຍ
ວໍຊິງຕັນ ດັ່ງທີ່ບັນດາເຈົ້າໜ້າທີ່ຂອງໄຕ້ຫວັນເຫັນວ່າ ຈະເປັນການເສີມກຳລັງໃຫ້ແກ່
ພວກເຂົາເຈົ້າ ເພື່ອຕ້ານຢັນ ຕໍ່ການກົດດັນຈາກຈີນ. ປັກກິ່ງອ້າງວ່າ ເກາະທີ່ປົກຄອງ
ຕົນເອງນັ້ນ ເປັນເຂດແດນສ່ວນນຶ່ງຂອງຕົນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG