ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຢືນພ້ອມແລ້ວ ທີ່ຈະປ້ອງກັນຕົນເອງ ແລະບັນດາພັນທະມິດ


US to North Korea: US Stands Ready to Defend Itself and Allies
please wait

No media source currently available

0:00 0:02:13 0:00

ພວກ​ເຈົ້າ​ໜ້າ​ທີ່​ສະຫະລັດ ​ເວົ້າ​ວ່າ ສະຫະລັດ​ຍັງ​ຄົງ​ມີ​ຄວາມ​ມໝັ້ນໝາຍ​ແບບບໍ່​ມີ​ການ​
ປ່ຽນ​ແປງ​ໃດໆ ​ຕໍ່ພັນທະ​ມິດ​ຂອງ​ຕົນໃນ​ເອ​ເຊຍ ຫລັງ​ຈາກ​ການຂົ່ມ​ຂູ່​ຂອງ​ເກົາ​ຫລີ​ເໜືອ.
ໃນ​ການ​ພົບ​ປະ​ທາງ​ດ້ານ​ການ​ປ້ອງ​ກັນ​ປະ​ເທດ ແລະ​ການ​ທູດ​ລະຫວ່າງ​ສະຫະລັດແລະ
​ຍີ່ປຸ່ນ ໃນ​ວັນ​ພະຫັດ​ທີ່​ຜ່ານ​ມານີ້ ທ່ານ Jim Mattis ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ
​ເທດ​ສະຫະລັດ ​ເວົ້າວ່າ ວໍ​ຊິງ​ຕັນຈະ​ເອົາ​ມາດ​ຕະການ​ແບບ​ຮີບ​ດ່ວນ​ ແລະເຈາະຈົງ​ເພື່ອ
​ຍິງ​ທຳລາຍລູກ​ສອນ​ໄຟ​ໃດໆ ທີ່​ຍິງ​ໂດຍເກົາຫລີເໜືອ ໄປໃສ່​ດິນ​ແດນຂອງ​ສະຫະລັດ
​ ແລະພັນທະ​ມິດຂອງ​ຕົນ. ນັກ​ຂ່າວ​ວີ​ໂອ​ເອປະຈຳ​ກະຊວງ​ຕ່າງ​ປະ​ເທດ Nike Ching
ມີ​ລາຍ​ງານ​ກ່ຽວ​ກັບ​ເລື່ອງ​ນີ້ ​ຊຶ່ງກິ່ງ​ສະຫວັນ ຈະ​ນຳ​ລາຍ​ລະອຽດ ມາສະ​ເໜີ​ທ່ານ.

ການ​ຊ້ອມ​ລົບຮ່ວມ​ທາງ​ທະຫານ ​ໃນ​ອາທິດ​ແລ້ວ​ນີ້​ ລະຫວ່າງສະຫະລັດ ​ແລະ​ຍີ່ປຸ່ນ ຢູ່
ໃນ​ເຂດ​ພາກ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ເອ​ເຊຍ​ເປັນ​ພຽງ​ໂຕ​ຢ່າງ ຂອງ​ອັນ​ທີ່​ເຈົ້າ​
ໜ້າ​ທີ່​ກ່າວ​ວ່າ ການ​ຮ່ວມ​ມື​ດ້ານຄວາມ​ປອດ​ໄພ​ແລະດ້ານ​ປ້ອງ​ກັນປະ​ເທດ​ ທີ່​ເຂັ້ມ​ແຂງ ລະຫວ່າງ​ສອງ​ພັນທະ​ມິດ ທ່າມກາງ​ການ​ຂົ່ມຂູ່ດ້ວຍ​ອາວຸດນິວ​ເຄລຍ ​ແລະ​ລູກ​ສອນ​ໄຟ​ ຂອງເກົາຫລີ​ເໜືອ.

ຫລັງ​ຈາກ​ການເຈລະຈາ ກັບ​ຄູ່​ຕຳ​ແໜ່​ງຝ່າຍຍີ່​ປຸ່ນ​ແລ້ວ ລັດຖະມົນຕີ​ກະຊວງ​ຕ່າງປະ​ເທດ
​ແລະ​ລັດຖະມົນ​ຕີ​ປ້ອງ​ກັນ​ປະ​ເທດສະຫະລັດ ​ໄດ້ກ່າວ​ເຖິງ​ຄວາມ​ເປັນ​ເອກ​ກະພາບ ​ໃນ​ວັນ​ພະຫັດ​ແລ້ວ​ນີ້ ໂດຍ​ສົ່ງຄຳ​ເຕືອນໄປ​ຫາ​ພຽງ​ຢາງ​ວ່າ ສະຫະລັດພ້ອມ​ແລ້ວ ທີ່​ຈະ​ປ້ອງ​ກັນ
ໂຕ ​ແລ​ະພັນທະ​ມິດຂອງ​ຕົນ.

ທ່ານ Mattis ກ່າ​ວວ່າ "ດ້ວຍ​ການ​ໂຮມ​ແຮງ​ກັນ ພວກ​ເຮົາ​ຈະ​ຢັບຢັ້ງ ​ແລະ​ຖ້າ​ຈໍາ​ເປັນ
ກໍ​ຈະ​ເອົາ​ຊະນະການ​ຂົ່ມ​ຂູ່​ໃດໆກໍ​ຕາມ​. ການ​ລິ​ເລີ່​ມຄວາມເປັນ​ປໍ​ລະ​ປັກ​ໃດໆ ຈະ​ຕ້ອງ​ຖືກຕອບໂຕ້ຢ່າງ​ມີ​ປະສິດທິ​ຜົນແລະດ້ວຍ​ກຳລັງອັນຖ້ວ​ມລົ້ນ. ທັງ​ສອງ​ປະ​ເທ​ດຂອງ
​ພວກ​ເຮົາ​ ຈະ​ສະ​ແດງ​ໃຫ້​ເຫັນ​ຄວາມ​ແຂງ​ແກ່ນ​ຂອງ​ການ​ເປັນ​ພັນທະ​ມິດ​ຂອງ​ພວກ​
ເຮົາ ​ໂດຍ​ການ​ສືບ​ຕໍ່ກິດຈະກຳ ທີ່​ດຳ​ເນີນ​ຮ່ວມ​ກັນ​ທັງ​ສອງ​ຝ່າຍ ​ແລະ​ໂດຍ​ການ​ເພີ້​ມ
ທະວີ​ ການ​ຮ່ວມ​ມື​ກັບ​ສາທາລະນະ​ລັດ​ເກົາຫລີ.”

ທ່ານ Rex Tillerson ລັດຖະມົນຕີ​ກະຊວງ​ຕ່າງປະ​ເທດ​ສະຫະລັດ ໃຫ້ຂໍ້​ສັງ​ເກດ​ວ່າ ໃນ
​ຂະນະ​ທີ່ຄວາມ​ພະຍາຍາມທາງການ​ທູດ ຄວນ​ຈະໄດ້​ຮັບ​ໂອກາດ ​ແຕ່ທາງ​ເລືອກ​ທາງ​
ທະຫານ​ ​ແມ່ນຍັງຢູ່​ເທິງ​ໂຕະຫຼື​ເປີດ​ກວ້າງ​ສະ​ເໝີ.

ທ່ານ Rex Tillerson ລັດຖະມົນຕີ​ກະຊວງ​ຕ່າງປະ​ເທດ​ກ່າວ​ວ່າ “ຄວາມ​ຈິງ​ແລ້ວ
ຄວາມ​ພະຍາຍ​າມທາງ​ການ​ທູດ​ໃດໆ ຢູ່​ໃນ​ສະພາບ​ການ​ໃດໆ ບ່ອນ​ທີ່​ມີ​ລະດັບ​ການ​
ຂົ່ມຂູ່​ຢ່າງ​ນີ້ ທີ່​ພວກ​ເຮົາ​ປະ​ເຊີນ​ໜ້າ​ຢູ່ ການ​ຂົ່ມຂູ່ໃນ​ລະດັບ​ທີ່​ສົມ​ສ່ວນ ທີ່​ພວກ​ເຮົາ
ທັງ​ໝົດບໍ່​ມັກຈະ​ນຳ​ເອົາ​ມາໄຕ່ຕອງ ​ຕ້ອງ​ໄດ້​ໜູນ​ຫລັງ​ຈາກການ​ປະຕິບັດ​ງານ​ທາງ​
ທະຫານທີ່​ເຂັ້ມ​ແຂງ ຖ້າ​ຫາກ​ເກົາຫລີ​ເໝືອ​ເລືອກ​ເອົາທາງ​ຜິດ."

ການ​ຮື້ຟື້ນຄວາມ​ໝັ້ນ​ໝາຍ​ຄືນ​ໃໝ່​ໂດຍ​ສະຫະລັດ ກໍ​ແມ່ນ​ເພື່ອແນ​ໃສ່​ການ​ຄໍ້າປະກັນຕໍ່
​ຍີ່ປຸ່ນ ​ໃນ​ຂະນະ​ທີ່​ໂຕ​ກຽວ​ຊອກ​ຫາ​ຊ່ອງ​ທາງ​ເສີມ​ຂະຫຍາຍການ​ປ້ອງ​ກັນຂອງ​ຕົນ​ ​ເພື່ອ​
ຮັບ​ມື​ກັບ​ການ​ປະຕິບັດ​ງານ​ທາງ​ທະຫານ ​ທີ່​ອາດ​ມີ​ຂຶ້ນ​ໂດຍ ເກົາຫລີ​ເໜືອ.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ຍີ່ປຸ່ນ ທ່ານ Taro Kono ກ່າວ​ວ່າ​ ພຽງ​ຢາງຕ້ອງຢຸດ​ເຊົາ​
ການ​ທ້າ​ທາຍ​ທາງ​ດ້ານ​ນິວເຄລຍກ່ອນ​ການເຈລະຈາ​ໃດໆຈະ​ເປັນ​ໄປ​ໄດ້.

​ໃນ​ຂະນະ​ດຽວ​ກັນ ປະທານາທິບໍດີ​ເກົາຫລີ​ໃຕ້ ທ່ານ Moon Jae-in ກ່າວຢູ່​ທີ່ ​ນະ​ຄອນ
​ໂຊ​ລ ​ໃນ​ວັນ​ພະຫັດ​ທີ່​ຜ່ານ​ມານີ້​ວ່າ ທ່ານ​ຈະ​ພິຈາລະນາ ​ສົ່ງທູດ​ພິ​ເສດ​ໄປ​ເກົາຫລີ​ເໜືອ
​ເພື່ອເປີດ​ການ​ເຈລະຈາ ຖ້າເກົາຫຼີ​ເໜືອຫາກ​ຢຸດ​ເຊົາ​ການ​ທົດ​ລອງ​ລູກ​ສອນ​ໄຟ ​ແລະອາ
ວຸດ​ນິວ​ເຄລຍ.

XS
SM
MD
LG