ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຈະສືບຕໍ່ແຜນການ ເພື່ອເປີດ ສະຖານກົງສຸນ ໃນນະຄອນ ເຈຣູຊາແລັມ ຄືນອີກ


ປະຊາຊົນຍ່າງຜ່ານສະຖານກົງສຸນ ສະຫະລັດ ໃນນະຄອນ ເຈຣູຊາແລັມ, 24 ກຸມພາ, 2018.
ປະຊາຊົນຍ່າງຜ່ານສະຖານກົງສຸນ ສະຫະລັດ ໃນນະຄອນ ເຈຣູຊາແລັມ, 24 ກຸມພາ, 2018.

ສະຫະລັດ ຈະດຳເນີນຕໍ່ໄປກັບແຜນການຂອງເຂົາເຈົ້າ ທີ່ຈະເປີດຄືນສະຖານ ກົງສຸນ ສະຫະລັດ ໃນນະຄອນ ເຈຣູຊາແລັມ ໃນຂະນະທີ່ ສະຫະລັດ ຟື້ນຟູສາຍພົວພັນກັບ ປາແລັສໄຕນ໌ ແລະ ໃຫ້ຄຳໝັ້ນສັນຍາຕໍ່ການແກ້ໄຂບັນຫາສອງລັດ.

ລັດຖະມົນຕີການຕ່າງປະເທດ ສະຫະລັດ ໄດ້ກ່າວໃນລະຫວ່າງກອງປະຊຸມຖະແຫຼງຂ່າວໃນວັນພຸດວານນີ້ວ່າ “ຄືທີ່ຂ້າພະເຈົ້າໄດ້ເວົ້າໃນເດືອນພຶດສະພາ, ພວກເຮົາຈະດຳເນີນໄປໜ້າກັບຂັ້ນຕອນຂອງການເປີດຄືນສະຖານກົງສຸນອັນເປັນສ່ວນນຶ່ງຂອງການຮັດແໜ້ນສາຍພົວພັນກັບ ປາແລັສໄຕນ໌.” ແຕ່ທ່ານບໍ່ໄດ້ສະໜອງຕາຕະລາງຂອງຂັ້ນຕອນນັ້ນ.

ທ່ານ ບລິງເຄັນ ໄດ້ກ່າວວ່າຕື່ມວ່າ ສະຫະລັດ ໃຫ້ການສະໜັບສະໜູນຄວາມພະຍາຍາມເພື່ອສ້າງຄວາມກ້າວໜ້າໃຫ້ແກ່ສັນຕິພາບທີ່ຍາວນານໃນພາກຕາເວັນອອກກາງ ແລະ ຈະສືບຕໍ່ “ເສີມຂະ ຫຍາຍທຸກດ້ານຂອງການເປັນຄູ່ຮ່ວມ ລະຫວ່າງ ສະຫະລັດ ກັບ ອິສຣາແອລ.”

ຄຳເຫັນຂອງທູດລະດັບສູງ ສະຫະລັດ ດັ່ງກ່າວໄດ້ມີຂຶ້ນລຸນຫຼັງການປະຊຸມຂອງທ່ານກັບນາຍົກລັດຖະມົນຕີໝູນວຽນຂອງ ອິສຣາແອລ ແລະ ລັດຖະມົນຕີການຕ່າງປະເທດ ທ່ານ ແຢ ລາປິດ (Yair Lapid) ແລະ ລັດຖະມົນຕີ ສະຫະລັດ ອາຣັບ ເອມີເຣັສ ເຊກ ອັບດຸລລາ ບິນ ຊາເຢັດ ອາລ ນາຢານ (Sheikh Abdullah bin Zayed Al Nahyan).

ສະຖານກົງສຸນ ສະຫະລັດ ໃນນະຄອນ ເຈຣູຊາແລັມ ໄດ້ຖືກປິດນັບຕັ້ງແຕ່ປີ 2019 ເປັນຕົ້ນມາ, ແລະ ບັນຫາ ປາແລັສໄຕນ໌ ແມ່ນໄດ້ຖືກຮັບມືໂດຍສະຖານທູດ.

ໃນເດືອນພຶດສະພາທີ່ຜ່ານມາ, ທ່ານ ບລິງເຄັນ ໄດ້ປະກາດແຜນການຂອງ ສະຫະລັດ ທີ່ຈະເປີດຄືນສະຖານກົງສຸນຂອງເຂົາເຈົ້າໃນລະຫວ່າງການຢ້ຽມຢາມເມືອງ ຣາມາລລາ (Ramallah) ໃນເຂດຝັ່ງແມ່ນໍ້າຈໍແດນ ຫຼື West Bank, ບ່ອນທີ່ທ່ານໄດ້ຈັດການເຈລະຈາກັບອຳນາດການປົກ ຄອງ ປາແລັສ ໄຕນ໌ ປະທານາທິບໍດີ ມາກມູດ ອາບບາສ (Mahmoud Abbas).

ອິສຣາແອລ ໄດ້ຄັດຄ້ານແຜນການຂອງ ວໍຊິງຕັນ, ໂດຍເອີ້ນການເປີດຄືນສະຖານກົງສຸນວ່າ “ເປັນຄວາມຄິດທີ່ບໍ່ດີ.”

ໃນຕົ້ນເດືອນກັນຍາແລ້ວນີ້, ທ່ານ ລາປິດ ໄດ້ກ່າວຕໍ່ບັນດານັກຂ່າວຢູ່ກອງປະຊຸມຖະແຫຼງຂ່າວວ່າ “ພວກເຮົາຮູ້ວ່າລັດຖະບານທ່ານ ໄບເດັນ ມີທິດທາງທີ່ແຕກຕ່າງໃນການເບິ່ງບັນຫານີ້, ແຕ່ເມື່ອມັນໄດ້ເກີດຂຶ້ນໃນ ອິສຣາແອລ, ພວກເຮົາແນ່ໃຈວ່າເຂົາເຈົ້າແມ່ນກຳລັງຟັງພວກເຮົາຢ່າງລະມັດລະວັງ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG