ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ຈະນໍາເອົາຜົນການສືບຫາຕົ້ນ ກໍາເນີດຂອງໂຄວິດ-19 ມາເປີດເຜີຍ ໃຫ້ຄົນທົ່ວໄປຮູ້


ພະນັກງານຮັກສາຄວາມສະຫງົບພາກັນຢືນຢູ່ໃກ້ທາງເຂົ້າຂອງສະຖາບັນດ້ານໄວຣັສຂອງເມືອງວູຫານໃນຂະນະທີ່ມີທີມງານຂອງອົງການອະນາໄມໂລກໄປເມືອງວູຫານຂອງຈີນ (ວັນທີ 3 ກຸມພາ 2021)
ພະນັກງານຮັກສາຄວາມສະຫງົບພາກັນຢືນຢູ່ໃກ້ທາງເຂົ້າຂອງສະຖາບັນດ້ານໄວຣັສຂອງເມືອງວູຫານໃນຂະນະທີ່ມີທີມງານຂອງອົງການອະນາໄມໂລກໄປເມືອງວູຫານຂອງຈີນ (ວັນທີ 3 ກຸມພາ 2021)

ສະຫະລັດຈະແບ່ງປັນຜົນຂອງການສືບເລິກລົງອີກຄັ້ງໃໝ່ ໂດຍອົງການສືບລັບຂັ້ນສູງສຸດຂອງຕົນ ຕໍ່ຕົ້ນກຳເນີດຂອງການລະບາດຂອງໄວຣັສໂຄໂຣນາ ທີ່ໄດ້ສັງຫານຊີວິດຂອງຜູ້ຄົນຫຼາຍລ້ານຄົນໃນທົ່ວໂລກ.

ກ່ອນທີ່ຈະຂຶ້ນເຮືອບິນປະຈໍາຕໍາແໜ່ງ Air Force One ເພື່ອເດີນທາງໄປຢ້ຽມ ຢາມນະຄອນຄລີບແລນ ໃນລັດໂອຮາຍໂອໃນວັນພະຫັດວານນີ້ ປະທານາທິບໍ ດີສະຫະລັດ, ທ່ານໂຈ ໄບເດັນ ໄດ້ກ່າວຕໍ່ບັນດານັກຂ່າວວ່າ ທ່ານຈະນໍາເອົາສິ່ງຄົ້ນພົບຈາກການທົບທວນຄືນເປັນເວລາ 90 ວັນ ເປີດເຜີຍໃຫ້ສາທາລະນະຊົນຮູ້, “ເວັ້ນເສຍແຕ່ວ່າມີບາງສິ່ງບາງຢ່າງ ທີ່ຂ້າພະເຈົ້າບໍ່ຮູ້ເທົ່ານັ້ນ.”

ທ່ານໄບເດັນໄດ້ສັ່ງໃຫ້ມີການທົບທວນຄືນໃໝ່ດັ່ງກ່າວ ໃນວັນພຸດຜ່ານມາ ທ້າມກາງມີການຄາດເດົາ ຂອງຄົນເພີ້ມຂຶ້ນວ່າ ໂຄວິດ-19 ອາດອອກມາຈາກຫ້ອງທົດລອງຂອງຈີນ, ໂດຍທີ່ທຳນຽບຂາວໄດ້ສັນຍາວ່າຈະໃຫ້ຊັບພະຍາກອນເພີ່ມເຕີມ, ລວມທັງຫ້ອງທົດລອງແຫ່ງຊາດຂອງປະເທດອີກດ້ວຍ.

ອົງການສືບລັບສູງສຸດຂອງສະຫະລັດກ່າວໃນປີກາຍນີ້ວ່າ ຂໍ້ມູນຂອງພວກເຂົາ ເຈົ້າໄດ້ມີຄວາມເຫັນສອດຄ່ອງກັນກັບ "ຄວາມເຫັນດີທາງດ້ານວິທະຍາສາດຢ່າງເປັນເອກະສັນວ່າ ເຊື້ອໄວຣັສໂຄວິດ-19 ບໍ່ໄດ້ຖືກສ້າງຂຶ້ນມາໂດຍມະນຸດ ຫຼືຖືກດັດແປງທາງພັນທຸກຳ" ແຕ່ກໍເວົ້າວ່າພວກເຂົາເຈົ້າ “ຈະສືບຕໍ່ກວດກາຢ່າງເຂັ້ມງວດກ່ຽວກັບຂໍ້ມູນ ແລະການສືບລັບທີ່ກຳລັງເກີດຂຶ້ນ” ເພື່ອຈະກໍານົດໃຫ້ໄດ້ວ່າການລະບາດໄດ້ເລີ້ມຕົ້ນຂຶ້ນຫຼັງຈາກເຊື້ອໄວຣັສນີ້ ໄດ້ຕິດຕໍ່ມາຈາກສັດຫາມະນຸດຢູ່ໃນທຳມະຊາດ ຫຼືເປັນຜົນເນື່ອງມາຈາກອຸປະຕິເຫດໃນຫ້ອງທົດລອງ.

ຢູ່ໃນຖະແຫຼງການສະບັບໃໝ່ ທີ່ອອກມາໃນວັນພະຫັດວານນີ້, ຫ້ອງການຜູ້ອຳນວຍການອົງການສືບລັບແຫ່ງຊາດ ຫລື ODNI ກ່າວວ່າ ບັນດາອົງການສືບລັບຂອງສະຫະລັດ ຍັງພະຍາຍາມຫາຄໍາຕອບຕໍ່ຄຳຖາມທີ່ກ່ຽວຂ້ອງກັບຕົ້ນກຳເນີດຂອງມັນຢູ່.

"ປະຊາຄົມສືບລັບຂອງສະຫະລັດບໍ່ຮູ້ຢ່າງແນ່ນອນວ່າ ເຊື້ອໄວຣັສໂຄວິດ-19 ໄດ້ຖືກແຜ່ເຊື້ອຄັ້ງທໍາອິດຢູ່ໃສ, ເມື່ອໃດ ຫລືແຜ່ໄດ້ຄືແນວໃດ ແຕ່ກໍໄດ້ລວບລວມເຂົ້າຢູ່ສອງສະຖານະການທີ່ອາດມີໄດ້ຄື: ມັນເກີດຂຶ້ນມາແບບທໍາມະຊາດໂດຍທີ່ມີການຕິດຕໍ່ໃສ່ມະນຸດທີ່ສໍາພັດກັບສັດທີ່ຕິດເຊື້ອໄວຣັສນີ້, ຫຼືບໍ່ ມັນກໍແມ່ນອຸປະຕິເຫດຢູ່ໃນຫ້ອງທົດລອງ," ນັ້ນຄືຄໍາເວົ້າຂອງໂຄສົກອົງການ ODNI, ທ່ານນາງອາແມນດາ ຊອກຄ໌ (Amanda Schoch).

ທ່ານນາງກ່າວຕື່ມວ່າ "ສ່ວນໃຫຍ່ຂອງອົງປະກອບ ພາຍໃນປະຊາຄົມສືບລັບບໍ່ເຊື່ອວ່າມີຂໍ້ມູນພຽງພໍເທື່ອທີ່ຈະປະເມີນໄດ້ວ່າມັນອາດຈະມີແນວໂນ້ມໄປທາງນຶ່ງ ຫຼາຍກວ່າອີກທາງນຶ່ງ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG