ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສ​ຫລ ຍົກ​ເລີກ ​ການ​ລົງ​ໂທດ​ຕໍ່ 3 ບໍ​ລິ​ສັດຍັກ​ໃຫຍ່ ຂອງ ​ຣັດ​ເຊຍ


ທ່ານ ສ​ຕີ​ເວັນ ມ​ນຸ​ສ​ຈິນ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ຂອງ​ສະ​ຫະ​ລັດ ກ່າວ​ຕໍ່​ພວກ​ນັກ​ຂ່າວ ຢູ່​ທຳ​ນຽບ​ຂາວ ໃນ​ວັນ​ທີ 3 ທັນ​ວາ 2018
ທ່ານ ສ​ຕີ​ເວັນ ມ​ນຸ​ສ​ຈິນ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ຂອງ​ສະ​ຫະ​ລັດ ກ່າວ​ຕໍ່​ພວກ​ນັກ​ຂ່າວ ຢູ່​ທຳ​ນຽບ​ຂາວ ໃນ​ວັນ​ທີ 3 ທັນ​ວາ 2018

ບໍ​ລິ​ສັດຍັກ​ໃຫຍ່ຂອງຣັດ​ເຊຍ 3 ບໍ​ລິ​ສັດ​ ໄດ້​ຕັດ​ສາຍ​ພົວ​ພັນ​ ກັບ​ບໍ​ລິ​ສັດ​ໃຫຍ່​ແຫ່ງ​ນຶ່ງທີ່​ຖືກ​ລົງ​ໂທດ ແລະ​ພວກ​ເຂົາ​ເຈົ້າ​ເອງ​ກໍຈະ​ບໍ່​ໄດ້​ຖືກ​ລົງ​ໂທດ​ຈາກ​ສະຫະ​ລັດ, ອີງ​ຕາມຄຳ​ເວົ້າ​ຂອງ​ທ່ານ ສ​ຕີ​ເວັນ ມ​ນຸ​ສ​ຈິນ ໃນ​ວັນ​ພະ​ຫັດ​ວານນີ້.

​ທ່ານມ​ນຸ​ສ​ຈິນໄດ້​ໄປ​ປາ​ກົດ​ໂຕຢູ່​ສະ​ພາ​ຕ່ຳ ບ່ອນ​ທີ່​ພວກ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ຢາກ​ໃຫ້​ລັດ​ຖະ​ບານ​ທ່ານ​ທ​ຣຳ ​ໂຈະການ​ເລີກ​ການ​ລົງ​ໂທດ​ຕໍ່ 3 ບໍ​ລິ​ສັດ​ດັ່ງ​ກ່າວ ນັ້ນໄວ້​ກ່ອນ.

ຢູ່​ໃນ​ຖະ​ແຫລງ​ການ​ສະ​ບັບ​ນຶ່ງ ທີ່​ອອກ​ມາ​ກ່ອນ​ໜ້າ​ເວ​ລາ​ທີ່​ທ່ານ​ຈະ​ໄປ​ກັບ ພວກ​ຢູ່​ໃນ​ລັດ​ຖະ​ສ​ະພານັ້ນ ທ່ານ​ ມ​ນຸ​ສ​ຈິນເວົ້າ​ວ່າບໍ​ລິ​ສັດໂອ​ເລກ ເດີ​ຣີ​ປັ​ສ​ກາ (Oleg Deripaska) ຍັງ​ຈະ​ຖືກ​ລົງ​ໂທດ​ຢູ່​ຄື​ເກົ່າ, ແຕ່​ວ່າ3 ບໍ​ລິ​ສັດທີ່​ທ່ານ​ໄດ້​ຄຸບ​ຄຸມ ຊຶ່ງ​ມີ ບໍ​ລິ​ສັດຍັກ​ໃຫຍ່​ດ້ານ​ອາ​ລູ​ມີ​ນຽມ Rusal, ບໍ​ລິ​ສັດ En+ ທີ່​ເປັນບໍ​ລິດແມ່​ຂອງ​ມັນ, ແລະ​ບໍ​ລິ​ສັດ EuroSIbEnergo ທີ່​ເປັນ​ບໍ​ລິ​ສັດ​ດ້ານ​ພະ​ລັງ​ງານ​ນັ້ນ ຈະ​ບໍ່​ຖືກ​ລົງ​ໂທດ.

ຖະ​ແຫລງ​ການ​ສະ​ບັບ​ນຶ່ງ ຍັງ​ເວົ້າ​ວ່າ "ພວກບໍ​ລິ​ສັດດັ່ງ​ກ່າວ ໄດ້​ມີ​ຄວາມ​ມຸ້ງ​ໝັ້ນ ໃນ​ການ​ເຮັດ​ໃຫ້​ກະ​ຊວງ​ການ​ເງິນ​ສະ​ຫະ​ລັດ ເຫັນ​ວ່າ​ມີຄວາມ​ໂປ່ງ​ໃສ​ໃນ​ລະ​ດັບ​ທີ່ບໍ່​ເຄີຍ​ມີ​ມາ​ກ່ອນໃນ​ການ​ເຮັດ​ທຸ​ລະ​ກິດ​ຂອງເຂົາ ເພື່ອ​ຮັບ​ປະ​ກັນ​ວ່າ ບໍ​ລິ​ສັດໂອ​ເລກ ເດີ​ຣີ​ປັ​ສ​ກາ (Oleg Deripaska) ບໍ່​ໄດ້​ທຳ​ການ​ຄວບ​ຄຸມບໍ​ລິ​ສັດ ດັ່ງ​ກ່າວ​ຄືນ​ອີກ.”

ທ່ານ​ ມ​ນຸ​ສ​ຈິນ ໄດ້​ໃຫ້​ການ​ຄ້ຳ​ປະ​ກັນພວກ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ວ່າ ລັດ​ຖະ​ບານ​ທ່ານ​ທ​ຣຳ ​ຈະ​ຕິດ​ຕາມ​ເບິ່ງ ບໍ​ລິ​ສັດ​ເຫລົ່າ​ນີ້​ຢ່າງ​ໃກ້​ຊິດ ໂດຍ​ໃຫ້​ສັນ​ຍາ​ວ່າ ຖ້າ​ຫາກ​ພວກ​ເຂົາ​ເຈົ້າ​ບໍ່​ປະ​ຕິ​ບັດ​ຕາມ​ຂໍ້​ກຳ​ນົດ​ທີ​ໃຫ້​ໄວ້​ໃນ​ເລື້ອງ​ຍຸ​ຕິ ການ​ລົງ​ໂທດ​ແລ້ວນັ້ນ ພວກ​ເຂົາ​ເຈົ້າ​ກໍ​ຈະ​ປະ​ເຊີນກັບ "ຜົນ​ຕາມ​ມາ​ທີ່​ແທ້​ຈິງ ແທ້ໆ ແລະໃນ​ທັນ​ທີ​ທັນ​ໃດ​ໂລດ ຊຶ່ງ​ລວມ​ທັງ​ການ​ຖືກ​ມາດ​ຕະ​ການ​ລົງ​ໂທດ​ຄືນ​ອີກ.”

ກະ​ຊວງ​ການ​ເງິນ​ສະ​ຫະ​ລັດ ໄດ້​ໃຊ້​ມາດ​ຕະ​ການ​ລົງ​ໂທດ​ຕໍ່ ບໍ​ລິ​ສັດເດີ​ຣີ​ປັ​ສ​ກາ (Deripaska) ໃນ​ເດືອນ​ເມ​ສາ 2018 ຍ້ອນ​ສິ່ງ​ທີ່​ຕົນ​ເອີ້ນ​ວ່າ ເປັນ "ການ​ເຄື່ອນ​ໄຫວ​ທີ່ເປັນ​ອັນ​ຕະ​ລາຍ" ຂອງ​ຣັດ​ເຊຍ ຊຶ່ງ​ລວມ​ມີ​ການ​ແຊກ​ແຊງ​ເຂົ້າ ໃນ​ການ​ເລືອກ​ຕັ້ງ ແລະ​ການກໍ່​ອາດ​ຊະ​ຍາ​ກຳ ໂດຍ​ທ່ານ ເດີ​ຣີ​ປັ​ສ​ກາ (Deripaska) ເອງ ທີ່​ລວມ​ມີ​ຂໍ້​ກ່າວ​ຫາ​ວ່າ ມີ​ການ​ໃຫ້​ສິນ​ບົນ, ການ​ຂູ່​ເຂັນ, ການ​ຄາດ​ຕະ​ກຳ ແລະ​ເຊື່ອມ​ໂຍງ​ກັບ​ການກໍ່​ອາດ​ຊະ​ຍາ​ກຳ​ທີ່​ມີ​ການ​ຈັດ​ຕັ້ງ.

​ທ່ານ ໂອ​ເລກ ເດີ​ຣີ​ປັ​ສ​ກາເຂົ້າ​ຮ່ວມ​ພິ​ທີ​ເຊັນ​ສັນ​ຍາ ກັບເຂດ Krasnoyarsk ຂອງ​ລັດ​ຖະ​ບານ​ຣັດ​ເຊຍ ຢູ່​ນະ​ຄອນ​ມົ​ສ​ກູ ໃນ​ວັນ​ທີ 12 ທັນ​ວາ, 2017
​ທ່ານ ໂອ​ເລກ ເດີ​ຣີ​ປັ​ສ​ກາເຂົ້າ​ຮ່ວມ​ພິ​ທີ​ເຊັນ​ສັນ​ຍາ ກັບເຂດ Krasnoyarsk ຂອງ​ລັດ​ຖະ​ບານ​ຣັດ​ເຊຍ ຢູ່​ນະ​ຄອນ​ມົ​ສ​ກູ ໃນ​ວັນ​ທີ 12 ທັນ​ວາ, 2017

ທ່ານ ເດີ​ຣີ​ປັ​ສ​ກາ ໄດ້​ປະ​ຕິ​ເສດ​ຕໍ່​ຂໍ້​ກ່າວ​ຫາ​ດັ່ງ​ກ່າວ.

ທ່ານມ​ນຸ​ສ​ຈິນ​ເວົ້າ​ວ່າ "ນຶ່ງ​ໃນ​ເປົ້າ​ໝາຍ​ຂອງ​ການ​ລົງ​ໂທດ​ກໍ​ຄື ເຮັດ​ໃຫ້​ມີ​ການ​ປ່ຽນ​ແປງ​ການ​ປະ​ພຶດ, ແລະ ບໍ​ລິ​ສັດ​ທີ່​ໄດ້​ຖືກ​ສະ​ເໜີ​ໃຫ້ເອົາ​ອອກ​ຈາກ​ບັນ​ຊີ ລົງ​ໂທດ ທີ່ ທ່ານ ເດີ​ຣີ​ປັ​ສ​ກາ ຈະ​ບໍ່​ໄດ້​ຄວບ​ຄຸມ​ຕໍ່​ໄປ​ແລ້ວນັ້ນ ສະ​ແດງ​ໃຫ້​ເຫັນ​ວ່າ ການ​ລົງ​ໂທດ​ໄດ້​ພາ​ໃຫ້​ມີ​ການ​ປ່ຽນ​ແປງ​ທີ່​ດີ.”

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG