ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະຫະລັດຍົກເລີກ ການຫ້າມ ນຳເຂົ້າສິນຄ້າ ຈາກມຽນມາ


ທ່ານນາງ ຮິລແລຣີ ຄລິນຕັນ ລັດຖະມົນຕີຕ່າງປະເທດ ສຫລ ຮັບເອົາຊອງຈົດໝາຍຈາກ ທ່ານ ເທນ ເຊນ ປະທທານາທິບໍດີ ມຽນມາ ໃນການພົບປະກັນຢູ່ນິວຢອກ, ວັນທີ 26 ກັນຍາ 2012.
ທ່ານນາງ ຮິລແລຣີ ຄລິນຕັນ ລັດຖະມົນຕີຕ່າງປະເທດ ສຫລ ຮັບເອົາຊອງຈົດໝາຍຈາກ ທ່ານ ເທນ ເຊນ ປະທທານາທິບໍດີ ມຽນມາ ໃນການພົບປະກັນຢູ່ນິວຢອກ, ວັນທີ 26 ກັນຍາ 2012.
ທ່ານນາງ ຮິລແລຣີ ຄລິນຕັນ ລັດຖະມົນຕີຕ່າງປະເທດສະຫະລັດ
ກ່າວວ່າ ວໍຊິງຕັນຈະເອົາບາດກ້າວຕ່າງໆເພື່ອຍົກເລີກການຫ້າມ
ໃນການນຳເຂົ້າ ສິນຄ້າຈາກມຽນມາ ອັນເປັນການຕອບສະໜອງ
ຕໍ່ການປະຕິຮູບທີ່ກໍາລັງດໍາ ເນີນໄປຢູ່ໃນຂະນະນີ້ໂດຍລັດຖະ
ບານມຽນມາທີ່ໜຸນຫຼັງຈາກພວກທະຫານ ນັ້ນ.

ທີ່ການພົບປະກັນບັ້ນນຶ່ງ ຢູ່ນອກກອງປະຊຸມສະມັດຊາໃຫຍ່ອົງ
ການສະຫະ ປະຊາຊາດ ທ່ານ​ນາງຄລິນ​ຕັນໄດ້​ບອກ​ປະທານາ
ທິບໍດີທຽນ ​ເຊ​ນ ຂອງ ມຽນມາ​ວ່າ ສະຫະລັດ​ຈະ​ເລີ່​ມດໍາ​ເນີ​ນ
ການ ​ເພື່ອ​ຜ່ອນຜັນ​ ການ​ຈຳກັດຮັດ​ແຄບ​ກ່ຽວ​ກັບ​ການ​ນຳ​ສິນຄ້າ
​ຂອງມຽນມາ ​ເຂົ້າມາ​ຍັງ​ສະຫະລັດ.

ການເຄຶ່ອນໄຫວດັ່ງກ່າວນີ້ ຊຶ່ງຈະປະຕິບັດໂດຍໄດ້ຮັບການ
ຮ່ວມມືຈາກລັດຖະສະພາສະຫະລັດ ແມ່ນຈະໝາຍເຖິງ ການຍົກເລີກການລົງໂທດດ້ານ
ການຄ້າທີ່ສໍາຄັນອັນສຸດທ້າຍຕໍ່ມຽນມາ ຊຶ່ງກຳລັງຟື້ນຕົວຄືນຈາກການໂດດ ດ່ຽວທາງດ້ານ
ການເມືອງແລະເສດຖະກິດ ມາໄດ້ຫຼາຍທົດສະວັດນັ້ນ.

ເລຶ່ອງນີ້ ແມ່ນມີຂຶ້ນລຸນຫຼັງການຕັດສິນໃຈຂອງສະຫະລັດເມື່ອບໍ່ດົນມານີ້ ເພື່ອຟື້ນຟູ
ຄວາມສໍາພັນທາງການທູດ ແລະຍົກເລີກການລົງໂທດຕ່າງໆ ກ່ຽວກັບການລົງທຶນຂອງ
ສະຫະລັດໃນມຽນມາ.

ປະທານາທິບໍດີ ທຽນ ເຊນ ຜູ້ທີ່ໄດ້ກໍາກັບດູແລຄື້ນຟອງຂອງການປະຕິຮູບ ຕ່າງໆ ນັບຕັ້ງແຕ່
ໄດ້ເຂົ້າກໍາອໍານາດເມື່ອປີຜ່ານມາກ່າວລຸນຫຼັງການພົບປະ ວ່າ ທ່ານເອງຂໍສະແດງຄວາມຮູ້
ບຸນຄຸນ ແລະວ່າ ປະຊາຊົນມຽນມາແມ່ນມີຄວາມຍິນດີທີ່ສຸດ ກັບການເຄຶ່ອນໄຫວດັ່ງກ່າວ
ຂອງສະຫະລັດ.

ເມື່ອອາທິດຜ່ານມານີ້ ທ່ານນາງອອງຊານ ຊູຈີ ຜູ້ນໍາພັກຝ່າຍຄ້ານມຽນມາ ກໍໄດ້ສະແດງ
ຄວາມສະໜັບສະໜຸນຂອງທ່ານນາງຕໍ່ການຍົກເລີກຂໍ້ຫ້າມນໍາ ເຂົ້າສິນຄ້າ ໂດຍກ່າວວ່າ
ການຜ່ອນຜັນການລົງໂທດຕ່າງໆຕໍ່ມຽນມາເພີ່ມ ຕື່ມນັ້ນ ແມ່ນຈະຊ່ວຍປະຊາຊົນມຽນມາ.
ທ່ານນາງ ຄລິນຕັນ ກ່າວເມື່ອວັນພຸດວານນີ້ວ່າ ການເຄຶ່ອນໄຫວດັ່ງກ່າວນີ້ ໄດ້ມີຂຶ້ນ ສ່ວນ
ນຶ່ງແລ້ວກໍແມ່ນຍ້ອນຄໍາຮ້ອງຂໍຂອງທັງສອງຝ່າຍ ຄືຝ່າຍລັດຖະບານ ແລະຝ່າຍຄ້ານມຽນມາ.
XS
SM
MD
LG