ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດນຳພາ ການຝຶກຊ້ອມ ຮັກສາ ສັນຕິພາບ ຢູ່ຢູເຄຣນ (ສະໄລດ໌/ວີດີໂອ)


ພວກທະຫານຢູເຄຣນ ຢືນຍາມ ຢູ່ດ່ານກວດກາແຫ່ງນຶ່ງໃນເມືອງ Mariupol,ແຄມທະເລໃນພາກໃຕ້ຂອງປະເທດ, ວັນທີ 14 ກັນຍາ 2014.
ພວກທະຫານຢູເຄຣນ ຢືນຍາມ ຢູ່ດ່ານກວດກາແຫ່ງນຶ່ງໃນເມືອງ Mariupol,ແຄມທະເລໃນພາກໃຕ້ຂອງປະເທດ, ວັນທີ 14 ກັນຍາ 2014.

ກອງທັບ​ສະຫະລັດມີ​ກຳນົດ​ຈະ​ນຳພາ​ ​ການ​ຝຶກຊ້ອມ​ຮັກສາ​ສັນ
ຕິພາບ​ໃນ​ວັນ​ຈັນ ມື້​ນີ້​ ໃນ​ພາກ​ຕາ​ເວັນ​ຕົກ​ຂອງ​ຢູ​ເຄຣນ ທີ່​ມີ 15
ປະ​ເທດ​ເຂົ້າ​ຮ່ວມ​ນຳ ​ໃນ​ຂະນະ​ທີ່​ປະທານາທິບໍດີ​ບາຣັກ ​ໂອ​ບາ​
ມາ ກຽມຈະ​ຕ້ອນຮັບປະທານາທິບໍດີ​ຢູ​ເຄຣນ ​ໃນ​ການ​ຫາລື​ກັນ
ຢູ່ທຳນຽບຂາວ​ໃນ​ທ້າຍ​ສັບປະດາ​ນີ້.

ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ​ໄດ້​ປະກາດໃຫ້​ຮູ້​ກ່ຽວ​ກັບ​
ການ​ຝຶກຊ້ອມດັ່ງ ກ່າວ​ ​ເປັນ​ເວລາ 12 ມື້ ໃນ​ຕົ້ນ​ເດືອນ​ນີ້ ​ແລະ
ກ່າວ​ວ່າ ຈະ​ມີ​ທະຫານ 1300 ຄົນປະກອບສ່ວນ​ ຮວມທັງ​ທະ
ຫານສະຫະລັດ 200 ຄົນ​ ຊຶ່ງ​ນັບ​ວ່າ​ເປັນ​ເທື່ອ​ທຳ​ອິດ ທີ່ມີ​ການ
​ສົ່ງ​ທະຫານພາກ​ພື້ນ​ດິນ​ຂອງ​ສະຫະລັດ ​ໄປ​ຍັງ​ຢູ​ເຄຣນ ນັບ​ແຕ່
​ວິ​ກິດ​ການ​ຢູ່​ທີ່​ນັ້ນ​ໄດ້​ເລີ້ມ​ຂຶ້ນ ​ໃນ​ຕົ້ນ​ປີ​ນີ້​ເປັນ​ຕົ້ນ​ມາ.

ການ​ຝຶກຊ້ອມດັ່ງກ່າວ​ມີ​ຂຶ້ນ ​ໃນ​ຂະນະທີ່​ການ​ສູ້​ລົບພວມ​ດຳ​ເນີນ​ໄປ​ ລະຫວ່າງ​ທະຫານ​
ຢູ​ເຄຣນ ​ແລະ​ພວກ​ກະບົດ​ ຢູ່​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄຣນ.

​ໃນ​ວັນ​ອາທິດ​ວານ​ນີ້ ການ​ສູ້​ລົບ​ກັນ​ຢ່າງ​ແຂງ​ຂັນ ​ໄດ້​ເກີດ​ຂຶ້ນ​ທີ່​ເດີ່ນ​ບິນ​ແຫ່ງ​ນຶ່ງ ທີ່ຢູ່​ພາຍ​ໃຕ້​ການ​ຄວບ​ຄຸມ​ຂອງ​ລັດຖະບານ ​ຢູ່​ນອກເມືອງ Donetsk ​ອັນ​ເປັນ​ທີ່​ໝັ້ນ​ຂອງ​ຝ່າຍ​ກະບົດນັ້ນ.

ອົງການ​ເພື່ອ​ຄວາມ​ປອດ​ໄພ​ແລະ​ການ​ຮ່ວມ​ມື​ໃນ​ຢູໂຣບ ຫລື OSCE ​ແຈ້ງ​ໃຫ້​ຊາບ​ເຊັ່ນ​ກັນ ໃນ​ວັນ​ອາທິດ​ວານ​ນີ້​ວ່າ ພວກ​ນັກ​ສັງ​ເກດ​ການ​ຂອງ​ຕົນ​ໄດ້​ໄປເບິ່ງຕະຫຼາດ​ແຫ່ງ​ນຶ່ງ​ໃນເມືອງ
Donetsk ທີ່​ປາກົດ​ວ່າ​ໄດ້​ຖືກ​ໂຈມ​ຕີ​ດ້ວຍ​ປືນ​ໃຫຍ່ ​ແລະ​ໃນຂະນະ​ທີ່ຢູ່​ຫັ້ນ ມີ​ລູກປືນ​ຄົກ 4
ລູກ​ຕົກ​ໃສ່​ບໍລິ​ເວນ ທີ່ຢູ່ຫ່າງ​ຈາກ​ພວກ​ເຂົາ​ເຈົ້າ​ໄປ​ປະມານ 200 ​ແມັດ. ອົງການ OSCE ກ່າວ​ວ່າ ພວກ​ນັກ​ສັງ​ເກດ​ການ​ຂອງ​ຕົນ​ໄດ້​ຍ້າຍ​ໄປ​ບ່ອນ​ອື່ນ ຊຶ່ງ​ຢູ່ໄກ​ອອກໄປ 1 ຫຼັກ​ກິ​ໂລ​ແມັດ ​ແລະ​ແຈ້ງ​ໃຫ້​ຊາບອີກ​ວ່າ ມີ​ລູກປືນ​ຄົກ​ອີກ​ລູກ​ນຶ່ງ ຕົກ​ໃສ່​ຢູ່​ຫ່າງ​ຈາກບ່ອນ​ທີ່​ພວກ​ເຂົາ​ເຈົ້າ​ຢູ່ ໄປ​ປະມານ 100 ​ແມັດ.

ukraine1stupd15september14
please wait

No media source currently available

0:00 0:00:57 0:00

XS
SM
MD
LG