ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະຫະລັດ ເລີ້ມດໍາເນີນການສ້າງເຄືອຂ່າຍປະຊາທິປະໄຕ ສໍາລັບ​ຊາວໜຸ່ມ


ແຟ້ມຮູບ-ທ່ານນາງລິນດາ ໂທມັສ-ກຣີນຟີລ, ເອກອັກຄະລັດຖະທູດຂອງສະຫະລັດ ປະຈໍາອົງການສະຫະປະຊາຊາດ ກ່າວ​ຄຳປາໄສ ຢູ່ທີ່ສໍານັກງານໃຫຍ່ອົງການສະຫະປະຊາຊາດ, ວັນທີ 27 ກັນຍາ 2022.
ແຟ້ມຮູບ-ທ່ານນາງລິນດາ ໂທມັສ-ກຣີນຟີລ, ເອກອັກຄະລັດຖະທູດຂອງສະຫະລັດ ປະຈໍາອົງການສະຫະປະຊາຊາດ ກ່າວ​ຄຳປາໄສ ຢູ່ທີ່ສໍານັກງານໃຫຍ່ອົງການສະຫະປະຊາຊາດ, ວັນທີ 27 ກັນຍາ 2022.

ເອກອັກຄະລັດຖະທູດສະຫະລັດ ປະ​ຈຳ​ອົງ​ການສະ​ຫະ​ປະ​ຊາ​ຊາດ ທ່ານນາງລິນດາ ໂທມັສ-ກຣີນຟີລ ໄດ້ປະກາດ ໃນວັນພະຫັດວານນີ້ ໃນລະຫວ່າງກອງປະຊຸມສຸດຍອດ ເພື່ອເສີມຂະ​ຫຍາຍຄວາມເຂັ້ມແຂງທາງດ້ານປະຊາທິປະໄຕ ໃຫ້​ແກ່ເຄືອຂ່າຍປະຊາທິປະໄຕ ສໍາລັບຊາວໜຸ່ມ ຢູ່ໃນທົ່ວໂລກ ເພື່ອຝຶກສອນການເປັນຜູ້ນໍາ ແລະການເປັນນັກເຄື່ອນໄຫວ ໃຫ້ແກ່ຄົນຮຸ້ນຕໍ່ໆໄປ.

ສໍາລັບຊາວໜຸ່ມຢູ່ໃນທຸກໆຮຸ້ນ ມັນເປັນຊ່ວງເວລາສໍາລັບພວກເຈົ້າທີ່ຈໍາເປັນຈະຕ້ອງໄດ້ຮຽນຮູ້ເຫດຜົນໃໝ່ຫຼາຍໆຢ່າງ ແລະພາກັນຊອກຫາຊ່ອງທາງໃໝ່ໆ ເພື່ອສ້າງໂລກຂອງພວກເຮົາໃຫ້ດີກວ່າເກົ່າ,” ທ່ານທູດໂທມາສ-ກຣີນຟີລ ກ່າວໃນ​ຄຳປາໄສຢູ່ໃນກອງປະຊຸມສຸດຍອດເພື່ອປະຊາທິປະໄຕ, ໂດຍກ່າວເພີ້ມເຕີມວ່າ “ແລະສໍາລັບພວກເຈົ້າ, ມັນເຖິງເວລາແລ້ວ.”

ທ່ານນາງກ່າວອີກວ່າ ຢູ່ທົ່ວໂລກຂອງພວກເຮົາກໍາລັງມອງຫາຄົນໜຸ່ມ ເພື່ອມາເປັນຜູ້ນໍາ ແລະມາເປັນແນວຄວາມຄິດໃໝ່ໆ ສໍາລັບພວກເຂົາເຈົ້າ ເພື່ອຊ່ວຍເຮັດໃຫ້ໂລກໜ່ວຍນີ້ ເດີນໄປຕາມທິດທາງທີ່ຖືກຕ້ອງ.

ທ່ານນາງກ່າວວ່າ ເຄືອຂ່າຍອັນໃໝ່ນີ້ ຈະດໍາເນີນງານຮ່ວມກັນ ກັບການຮ່ວມມືຂອງປະຊາຄົມປະຊາທິປະໄຕຢູ່ໃນທົ່ວໂລກ ແລະຈະເຮັດໃຫ້ໝັ້ນໃຈວ່າ ບັນດາຄົນໜຸ່ມນ້ອຍຄືອົງປະກອບອັນສໍາຄັນຢູ່ໃນຊີວິດທາງການເມືອງ ແລະເປັນຜູ້ສ້າງນະໂຍບາຍ. ນອກຈາກນີ້ ຍັງຈະຈັດຕັ້ງ​ການ​ພົບ​ປະເພື່ອປະຊາທິປະໄຕ ສໍາລັບຊາວໜຸ່ມປະຈໍາປີຂຶ້ນມາອີກດ້ວຍ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG