ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະ​ຫະ​ລັດ ຈະ​ເຊື້ອ​ເຊີນ​ຜູ້​ຕາງ​ໜ້າ ທີ່​ບໍ່​ແມ່ນ​ກຸ່ມ​ການ​ເມືອງ​ຈາກ​ມຽນ​ມາ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ກັບ ອາ​ຊຽນ


ແຟ້ມ - ພະ​ນັກ​ງານ​ຄົນ​ນຶ່ງ ຍ່າງ​ຜ່ານ​ເຄື່ອງ​ໝາຍ​ອາ​ຊຽນ ໃນ​ລະ​ຫວ່າງກອງ​ປ​ະ​ຊຸມ​ສຸດຍອດ​ທຸ​ລະ​ກິດ ແລະ​ການ​ລົງ​ທຶນ​ອາ​ຊຽນ ທີ່​ຈັດ​ຂຶ້ນ​ຄຽງ​ຄ​ູ່​ກັບ​ກອງ​ປະ​ຊຸມ​ສຸດຍອ​ດ​ອາ​ຊຽນ ທີ່​ນົນ​ບຸ​ຣີ ປະ​ເທດ​ໄທ ເມື່ອ​ວັນ​ທີ 2 ພະ​ຈິກ 2019.
ແຟ້ມ - ພະ​ນັກ​ງານ​ຄົນ​ນຶ່ງ ຍ່າງ​ຜ່ານ​ເຄື່ອງ​ໝາຍ​ອາ​ຊຽນ ໃນ​ລະ​ຫວ່າງກອງ​ປ​ະ​ຊຸມ​ສຸດຍອດ​ທຸ​ລະ​ກິດ ແລະ​ການ​ລົງ​ທຶນ​ອາ​ຊຽນ ທີ່​ຈັດ​ຂຶ້ນ​ຄຽງ​ຄ​ູ່​ກັບ​ກອງ​ປະ​ຊຸມ​ສຸດຍອ​ດ​ອາ​ຊຽນ ທີ່​ນົນ​ບຸ​ຣີ ປະ​ເທດ​ໄທ ເມື່ອ​ວັນ​ທີ 2 ພະ​ຈິກ 2019.

ສະ​ຫະ​ລັດ​ກ່າ​ວ​ໃນ​ວັນ​ພຸດ​ນີ້​ວ່າ ຕົນ​ຈະ​ປະ​ຕິ​ບັດ​ແບບ​ດຽວ​ກັນ​ກັບ​ທີ່​ສະ​ມາ​ຄົມ​ບັນ​ດາ​ປະ​ຊາ​ຊາດ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້​ ຫຼື​ອາ​ຊຽນ ເຄີຍ​ເຮັດ​ມາ​ແລ້ວ ໂດຍ​ຈະ​ເຊື້ອ​ເຊີນ​ແຕ່​ຜູ​ຕາງ​ໜ້າ​ທີ່​ບໍ່​ແມ່ນ​ທາງ​ດ້ານ​ການ​ເມືອງ ຈາກ​ມຽນ​ມາ​ທີ່​ປົກ​ຄອງ​ດ້ວຍ​ທະ​ຫານ ມາ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ຂອງ​ກຸ່ມ​ສິບ​ປະ​ເທດ​ດັ່ງ​ກ່າວ ທີ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ອີງ​ຕາມ​ລາຍ​ງານ​ອົງ​ການ​ຂ່າວ​ຣອຍ​ເຕີ້.

ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ມີ​ແຜນ​ທີ່​ຈະ​ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ນັກ​ພິ​ເສດ​ລະ​ຫວ່າງ​ພວກ​ຜູ້​ນຳ​ຂອງ​ສະ​ຫະ​ລັດ ແລະ​ອາ​ຊຽນ ໃນ​ວັນ​ທີ 28 ຫາ 29 ມີ​ນາ​ຈະ​ມານີ້.

ໂຄ​ສົກ​ຂອງກະ​ຊວງ​ການ​ຕ່​າງ​ປະ​ເທດ​ສະ​ຫະ​ລັດ ​ທີ່​ເອີ້ນ​ມຽນ​ມາ​ຕາມ​ຊື່​ເກົ່າ ກ່າວ​ວ່າ “ສະ​ຫະ​ລັດ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຕໍ່​ການ​ຕັດ​ສິນ​ໃຈ​ທີ່​ຈະ​ເຊື້ອ​ເຊີນ​ຜູ້​ຕາງ​ໜ້າ​ທີ່​ບໍ່​ແມ່ນ​ກຸ່ມ​ການ​ເມືອງ ຈາກ​ປະ​ເທດ​ພະ​ມາ ມາ​ຮ່ວມກອງ​ປະ​ຊຸມ​ລະ​ດັບ​ສູງ​ຂອງ​ອາ​ຊຽນ.”

ເຈົ້າ​ໜ້າ​ທີ່​ທ່ານນີ້ກ່າວ​ວ່າ “ພວກ​ເຮົາແມ່ນ​ຄ້າຍ​ຄື​ກັນໄດ້​ຕັດ​ສິນ​ໃຈ​ທີ່​ຈະ​ເຊື້ອ​ເຊີນ​ຜູ້​ຕາງ​ໜ້າ​ທີ່​ບໍ່​ແມ່ນ​ກຸ່ມ​ການ​ເມືອງຈາກ​ພະ​ມ້າ ມາ​ຮ່ວມກອງ​ປະ​ຊຸມ​ສຸດຍອດ. ອຳ​ນາດ​ການ​ປົກ​ໄດ້​ປະ​ສົບ​ກັບ​ຄວາມ​ລົ້​ມ​ແຫຼວ ໃນ​ການ​ສ້າງ​ຄວາມ​ກ້າວ​ໜ້າ​ແບບ​ມີ​ຄວາມ​ໝາຍ ກ່ຽວ​ກັບ​ຂໍ້​ຕົກ​ລົງ​ຢ່າງ​ເປັນ​ເອກ​ກະ​ສັນ 5 ຂໍ້​ຂອງ​ອາ​ຊ​ຽນແລະ​ຄວນ​ຈະ​ເປັນ​ຜູ້​ຮັບ​ຜິດ​ຊອບ.”

ເຈົ້າ​ໜ້າ​ທີ່​ບໍ່​ໄດ້​ຕອບ ເວ​ລາ​ມີ​ການ​ຖາມ​ວ່າ ຜູ້​ໃດ​ທີ່​ອາດ​ຈະ​ເປັນ​ຜູ້​ຕາງ​ໜ້າ.

ໃນ​ທ້າຍ​ປີ​ກາຍນີ້ ອາ​ຊຽນ​ໄດ້​ຫ້າມ​ບໍ່​ໃຫ້​ອຳ​ນາດ​ການ​ປົກ​ຄອງ​ທະ​ຫານ​ມຽນ​ມາ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ທີ່​ສຳ​ຄັນໆ ຍ້ອນ​ພວກ​ເຂົາ​ບໍ່​ໄດ້​ປະ​ຕິ​ບັດ​ຕາມ​ແຜນ​ການ​ທີ່​ໄດ້ຕົກ​ລົງ​ກັນ​ໄວ້​ກັບ​ອາ​ຊຽນ ເພື່ອ​ຍຸ​ຕິ​ຄວາມ​ຮຸນ​ແຮງ​ຢູ່​ໃນ​ປະ​ເທດ​ດັ່ງ​ກ່າວ​ທີ່​ເຮັດ​ໃຫ້​ພົນ​ລະ​ເຮືອນ​ຫຼາຍ​ຮ້ອຍ​ຄົນ​ເສຍ​ຊີ​ວິດ ຫຼາຍກວ່າ 300,000 ຄົນ​ຕ້ອງ​ໄດ້​ອົບ​ພະ​ຍົບ​ຫຼົບ​ໜີ​ຈາກ​ເຮືອນ​ຊານ​ບ້ານ​ຊ່ອງ ແລະ​ມີ​ການ​ຫຼັ່ງ​ໄຫຼ​ໜີ​ຂອງ​ບໍ​ລິ​ສັດ​ຕ່າງ​ປະ​ເທດ.

ອາ​ຊຽນ​ຫຼັງ​ຈາກນັ້ນ ກໍ​ໄດ້​ເຊື້ອ​ເຊີນ​ຜູ້​ຕາງ​ໜ້າ ​ທີ່​ບໍ່​ແມ່ນ​ກຸ່ມ​ການ​ເມືອງ ໄປ​ຮ່ວມກອງ​ປະ​ຊຸມ​ຕ່າງໆ​ຂອງ​ຕົນ ແຕ່​ພວກ​ທະ​ຫານ​ປະ​ຕິ​ເສດ ໂດຍ​ໂຕ້​ຖຽງ​ວ່າ​ຕົນ​ເປັນ​ຜູ້​ຕາງ​ໜ້າ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ຂອງ​ປະ​ເທດ.

ອາ​ຊຽນ​ຍັງ​ບໍ່​ທັນ​ຮັບ​ຮູ້​ລັດ​ຖະ​ບານ​ທະ​ຫານ​ຢ່າ​ງ​ເປັນ​ທາງ​ການ​ເທື່ອ ຊຶ່ງ​ໄດ້​ຖືກ​ລົງ​ໂທດ​ຈາກ​ສະ​ຫະ​ລັດ ອັງ​ກິດ ສະ​ຫະ​ພາບ​ຢູ​ໂຣບ ແລະ​ປະ​ເທດ​ອື່ນໆ​ອີກ.

ກອງ​ປະ​ຊຸມ​ສຸດຍອດ​ຂອງ​ທຳ​ນຽບ​ຂາວ ແມ່ນ​ສ່ວນ​ນຶ່ງ​ໃນ​ຄວາມ​ພະ​ຍາ​ຍາມ​ທີ່​ຈະ​ເພີ້ມ​ການ​ພົວ​ພັນ​ກັບ​ຂົງ​ເຂດ ທີ່​ວໍ​ຊິງ​ຕັນ​ມອງ​ເຫັນ​ວ່າ ມີ​ຄວາມ​ສຳ​ຄັນ​ໃນ​ການ​ຢັບ​ຢັ້ງ​ອິດ​ທິ​ພົນ​ທີ່​ມີ​ເພີ້ມ​ຂຶ້ນ​ຂອງ​ຈີນ.

ລັດ​ຖະ​ບານ​ທ່ານ​ໄບ​ເດັນ​ໄດ້​ປະ​ກາດ​ໃຫ້​ເຂດ​ອິນ​ໂດ​ປາ​ຊີ​ຟິກ ແລະ​ການ​ແຂ່ງ​ຂັນ​ກັບ​ຈີນ ເປັນ​ຈຸດ​ເພັ່ງ​ເລັງ​ຫຼັກ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ ທີ່​ຕົນ​ໃຫ້​ຄວາມ​ສຳ​ຄັນ​ເປັນ​ພິ​ເສດ ທັງໆ​ທີ່​ໄດ້​ມີ​ການ​ຮຸກ​ຮານ​ຂອງ​ຣັດ​ເຊຍ​ເຂົ້າ​ໄປ​ໃນ​ຢູ​ເຄ​ຣນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG