ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສຫລ ເກັບພາສີ ເຫຼັກກ້າ ແລະ ອາລູມີນຽມ ຈາກ ອີຢູ ການາດາ ແລະ ເມັກຊິໂກ


ພວກຄົນງານ ຈາກອຸດສາຫະກຳ ເຫຼັກກາ ແລະອາລູມີນຽມ ຕົບມື ໃຫ້ປະທານາທິບໍດີ ດໍໂນລ ທຣຳ ຫຼັງຈາກທ່ານ ໄດ້ລົງນາມ ໃນມາດຕະການ ເກັບພາສີ.
ພວກຄົນງານ ຈາກອຸດສາຫະກຳ ເຫຼັກກາ ແລະອາລູມີນຽມ ຕົບມື ໃຫ້ປະທານາທິບໍດີ ດໍໂນລ ທຣຳ ຫຼັງຈາກທ່ານ ໄດ້ລົງນາມ ໃນມາດຕະການ ເກັບພາສີ.

ສະຫະລັດ ພວມເຮັດໃຫ້ຄວາມເຄັ່ງຕຶງ ໃນການຄ້າຂ້າມມະຫາສະໝຸດແອັດແລນຕິກ ແລະອາເມຣິກາເໜືອ ເພີ້ມທະວີຄວາມຮ້າຍແຮງຂຶ້ນ ດ້ວຍການເກັບພາສີ 25 ເປີເຊັນ
ໃນການນຳເຂົ້າເຫຼັກກ້າແລະ 10 ເປີເຊັນກ່ຽວກັບການນຳເຂົ້າອາລູມີນຽມຈາກສະຫະ ພາບຢູໂຣບຫຼືອີຢູ ການາດາ ແລະເມັກຊິໂກ ເລີ່ມແຕ່ວັນສຸກວານນີ້ເປັນຕົ້ນໄປ.

ນອກນັ້ນ ສະຫະລັດ ຍັງໄດ້ເຈລະຈາ ເພື່ອວາງໂຄຕ້າ ຫຼືປະລິມານຈຳກັດ ຕໍ່ປະເທດ
ອື່ນໆເຊັ່ນເກົາຫຼີໃຕ້ ອາເຈັນຕິນາ ອອສເຕຣເລຍແລະບຣາຊິລ ແທນທີ່ຈະແມ່ນການ
ເກັບພາສີຊຶ່ງລັດຖະມົນຕີກະຊວງການຄ້າທ່ານວິລເບີ ຣັອສ ໄດ້ກ່າວຕໍ່ພວກນັກຂ່າວ
ທາງໂທລະສັບເຊັ່ນກັນ.

ກະຊວງການຕ່າງປະເທດຈີນ ໄດ້ກ່າວໃນວັນສຸກມື້ນີ້ວ່າ ທຸກໆປະເທດຄວນປົກປ້ອງ
ລະບຽບການຄ້າປົກກະຕິໄວ້ເມື່ອມີການຖາມກ່ຽວກັບການຕັດສິນໃຈຂອງສະຫະລັດ.

ປະທານາທິບໍດີດໍໂນລ ທຣຳ ໄດ້ກ່າວໃນວັນພະຫັດຜ່ານມານີ້ວ່າ ວັນເວລາທີ່ສະຫະລັດ ໄດ້ຖືກເອົາລັດເອົາປຽບ ໃນຂໍ້ຕົກລົງການຄ້າ “ແມ່ນຈົບລົງແລ້ວ” ໃນຖະແຫຼງການທີ່ໃຊ້
ຄຳເວົ້າຕອບໂຕ້ຢ່າງຮຸນແຮງຕໍ່ຄຳຕ້ອງຕິຂອງນາຍົກລັດຖະມົນຕີການາດາທ່ານຈັສຕິນ
ທຣູໂດ ກ່ຽວກັບການເກັບພາສີເຫຼັກກ້າ ແລະອາລູມີນຽມຄັ້ງໃໝ່.

ທ່ານທຣຳ ໄດ້ຕ້ອງຕິການາດາແຮງຂຶ້ນໃນວັນສຸກວານນີ້ຕໍ່ອັນທີ່ທ່ານເອີ້ນວ່າການເຮັດ
ການຄ້າ “ທີ່ມີການຈຳກັດເປັນຢ່າງສູງ” ຂອງການາດານັ້ນ.

ປະທານາທິບໍດີທຣຳ ກ່າວວ່າ “ການາດາໄດ້ປະຕິບັດຕໍ່ທຸລະກິດກະສິກຳ ແລະພວກພໍ່
ໄຮ່ຊາວສວນ ຂອງພວກເຮົາແບບທີ່ບໍ່ຄ່ອຍດີ ມາເປັນເວລາດົນນານແລ້ວ. ຈຳກັດຮັດ
ແຄບທີ່ສຸດ ໃນເລື້ອງການຄ້າ! ເຂົາເຈົ້າຕ້ອງໄດ້ເປີດຕະຫຼາດເຂົາເຈົ້າແລະທັບມ້າງ ກຳ
ແພງການຄ້າ.”

ທ່ານທຣຳໄດ້ກ່າວຊໍ້າແລ້ວຊໍ້າອີກວ່າ ມາດຕະການຕ່າງໆເຊັ່ນການເກັບພາສີແມ່ນ
ມີຄວາມຈຳເປັນ ເພື່ອປົກປ້ອງວຽກງານ ຂອງຊາວອາເມຣິກັນ ແລະ ອຸດສາຫະກຳ ຕ່າງໆໃນພາກສ່ວນການຜະລິດທີ່ສຳຄັນ.

ໂຄສົກທຳນຽບຂາວທ່ານຣາຈ ຊາ ໄດ້ກ່າວຕໍ່ໂທລະພາບຟັອກສນິວສ໌ວ່າ “ການກະ
ທຳຂອງປະທານາທິບໍດີແມ່ນກ່ຽວກັບການປົກປ້ອງເຫຼັກກ້າຂອງອາເມຣິກາ ອາລີມູ
ນຽມຂອງອາເມຣິກາ ແມ່ນມີຄວາມສຳຄັນຫຼາຍ ສຳລັບຄວາມໝັ້ນຄົງແຫ່ງຊາດ.”

ແຕ່ປະຕິກິລິຍາທາງລົບ ຈາກພັນທະມິດຍຸດທະສາດທີ່ສຳຄັນທີ່ສຸດຂອງສະຫະລັດ
ບາງປະເທດ ແມ່ນໄດ້ມີຂຶ້ນຢ່າງວ່ອງໄວ ແລະຢ່າງແຮງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG