ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະລັດ ຈະທຳການຫາລື ຢ່າງເປີດເຜີຍກັບ ຈີນ ກ່ຽວກັບ ການຄ້າ


ທ່ານນາງ ແຄເທີຣິນ ຊີ ຖາຍ, ໃຫ້ການຕໍ່ໜ້າຄະນະກຳມະການດ້ານການເງິນ ສະພາສູງ ໃນນະຄອນຫຼວງ ວໍຊິງຕັນ.
ທ່ານນາງ ແຄເທີຣິນ ຊີ ຖາຍ, ໃຫ້ການຕໍ່ໜ້າຄະນະກຳມະການດ້ານການເງິນ ສະພາສູງ ໃນນະຄອນຫຼວງ ວໍຊິງຕັນ.

ນັກເຈລະຈາການຄ້າລະດັບສູງ ຂອງ ສະຫະລັດ ໄດ້ກ່າວວ່າ ຈີນ ແມ່ນບໍ່ສາມາດທີ່ຈະຮັກສາຄຳໝັ້ນສັນຍາດ້ານການຄ້າຂອງເຂົາເຈົ້າຈາກປີກາຍນີ້ ແລະ ວ່າ ວໍຊິງຕັນ ຈະທຳການ “ສົນທະນາຢ່າງເປີດເຜີຍ” ກັບ ຈີນ ໃນໄວໆນີ້.

ໃນຄຳປາໄສເມື່ອວັນຈັນວານນີ້ໃນນະຄອນຫຼວງ ວໍຊິງຕັນ, ທູດການຄ້າ ສະຫະລັດ ທ່ານນາງ ແຄ-ເທີຣິນ ຖາຍ (Katherine Tai) ໄດ້ກ່າວວ່າ “ຈີນ ໄດ້ໃຫ້ຄຳໝັ້ນສັນຍາທີ່ມີຈຸດປະສົງເພື່ອໃຫ້ຜົນປະໂຫຍດແກ່ບາງອຸດສາຫະກຳຂອງ ອາເມຣິກາ, ລວມທັງກະສິກຳ, ທີ່ພວກເຮົາຕ້ອງບັງຄັບໃຊ້.”

ຈີນ ໃຫ້ຄຳໝັ້ນສັນຍາທີ່ຈະເພີ່ມ 200 ຕື້ໂດລາຕື່ມອີກໃນການຊື້ສິນຄ້າສົ່ງອອກຂອງ ສະຫະລັດ ອັນເປັນສ່ວນນຶ່ງຂອງຂໍ້ຕົກລົງການຄ້າໄລຍະທີນຶ່ງ ລະຫວ່າງ ລັດຖະບານຂອງອະດີດປະທານາທິ ບໍດີ ດໍໂນລ ທຣຳ.

ທ່ານນາງ ຖາຍ ໄດ້ກ່າວວ່າ ຈີນ ແມ່ນບໍ່ໄດ້ເຮັດຕາມຄຳສັນຍາການຊື້ຂອງເຂົາເຈົ້າ ແລະ ໄດ້ກ່າວວ່າ ທ່ານນາງຈະພະຍາຍາມພົບປະກັບຄູ່ຕຳແໜ່ງຂອງລາວ ຮອງນາຍົກລັດຖະມົນຕີ ທ່ານ ຫຼິວ ເຮ, ເພື່ອທົບທວນບັນຫາດັ່ງກ່າວ.

ທ່ານນາງ ຖາຍ ໄດ້ກ່າວ ໃນງານທີ່ຖືກຈັດຂຶ້ນໂດຍສູນກາງແຜນຍຸດທະສາດ ແລະ ການສຶກສາສາກົນ ໃນວັນຈັນວານນີ້ວ່າ “ກ່ອນອື່ນໝົດ, ພວກເຮົາຕ້ອງທຳການປ້ອງກັນໃຫ້ເຖິງທີ່ສຸດເພື່ອຜົນປະໂຫຍດຕໍ່ເສດຖະກິດຂອງພວກເຮົາ.”

ທ່ານ ວິລລຽມ ອາດາມສ໌, ຮອງປະທານອາວຸໂສ ແລະ ນັກເສດຖະກິດອາວຸໂສຈາກກຸ່ມບໍລິການດ້ານການເງິນ PNC, ໄດ້ອະທິບາຍ ລັກສະນະຂໍ້ຄວາມໂດຍລວມຂອງຄຳປາໄສຂອງທ່ານນາງ ຖາຍ ວ່າເປັນ “ນຶ່ງໃນການສືບຕໍ່ວິທີເຂົ້າຫາສາຍພົວພັນການລະຫວ່າງ ສະຫະລັດ ກັບ ຈີນ ຂອງລັດຖະບານທ່ານ ທຣຳ.”

ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໄດ້ຮັກສາການເກັບພາສີທີ່ຖືກກຳນົດໂດຍທ່ານ ທຣຳ ໄວ້ຄືເກົ່າ ໃນຂະນະທີ່ທ່ານນາງ ຖາຍ ໄດ້ດຳເນີນການທົບທວນຫຼາຍເດືອນ ກ່ຽວກັບ ນະໂຍບານການຄ້າ ສະຫະລັດ ກັບ ຈີນ.

ທ່ານນາງ ຖາຍ ໄດ້ກ່າວວ່າ ຈາກຈຸດນີ້, ລັດຖະບານທ່ານ ໄບເດັນ ຈະຕັດສິນຄ້ານຳເຂົ້າບາງຢ່າງຂອງ ຈີນ ອອກຈາກພາສີທີ່ຖືກກຳນົດໂດຍທ່ານ ທຣຳ. ການຍົກເວັ້ນພາສີສ່ວນໃຫຍ່ໃນຄັ້ງທີ່ຜ່ານມາແມ່ນໄດ້ໝົດອາຍຸໃນທ້າຍປີກາຍນີ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG