ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ຈະເພີ້ມ ການຊ່ວຍເຫຼືອ 30 ລ້ານໂດລາ ໃຫ້ຊາວຊີເຣຍ


ຄ້າຍອົບພະຍົບຊາວຊີເຣຍແຫ່ງນຶ່ງໃນປະເທດຈໍແດນ
ຄ້າຍອົບພະຍົບຊາວຊີເຣຍແຫ່ງນຶ່ງໃນປະເທດຈໍແດນ
ສະຫະລັດ​ກ່າວ​ວ່າ ຕົນ​ກໍາລັງ​ສະໜອງ​ເງິນ​ຈໍານວນ 30 ລ້ານ​ໂດ​ລາ ​ເພີ້ມ​ເຂົ້າ​ໃສ່​ໃນ​ການ​ຊ່ວຍ​ເຫຼືອດ້ານ​ມະນຸດສະ​ທໍາສໍາລັບ​ພວກ​ທີ່ໄດ້​ຮັບ​ຜົນ​ກະທົບຍ້ອນ​ບັນຫາ​ຂັດ​ແຍ້​ງ​ໃນ​ຊີ​ເຣຍ.

ທ່ານ​ນາງ Hillary Clinton ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ​ໄດ້ປະ ກາດໃຫ້​ຊາບ​ ກ່ຽວ​ກັບການ​ເຄື່ອນ​ໄຫວ​ດັ່ງກ່າວ ​ທີ່​ປະ​ເທດ​ອອສ​ເຕຣ​ເລຍ ​ເມື່ອ​ວັນ​ພຸດ​ມື້​ນີ້​ໃນ​ຂະນະ​ທີ່​ທ່ານ​ນາງ​ກໍາລັງ​ຢ້ຽມຢາມ​ອອສ​ເຕຣ​ເລຍ​ສໍາລັບ​ການ​ເ​ຈລະ​ຈາ​ດ້ານ​ຄວາມໝັ້ນຄົງ​ປະ​ຈໍາປີ​ກັບປະ​ເທດ​ພັນທະ​ມິດ​ຂອງ​ອະ​ເມ​ຣິກາ. ທ່ານ​ນາງ​ກ່າວ​ວ່າ ການ​ຊ່ວຍ​ເຫຼືອຄັ້ງ​ນີ້ ຈະ​ຊ່ວຍ​ສະໜອງ​ອາຫານໃຫ້​ແກ່​ພວກ​ຄົນ​ທີ່​ອຶດຫິວ​ ຢູ່​ພາຍ​ໃນ​ປະ​ເທດ​ຊີ​ເຣຍ ພ້ອມ​ດ້ວຍ​ຊາວ​ອົບ​ພະ ຍົບຊີ​ເຣຍຢູ່​ໃນ​ປະ​ເທດ​ເທີ​ກີ ​ເລ​ບາ​ນອນ ຈໍ​ແດນ ​ແລະ​ອີຣັກນັ້ນ​ນໍາ.

ນອກ​ນີ້​ແລ້ວ ທ່ານ​ນາງ​ຍັງ​ໄດ້​ຮຽກຮ້ອງ​ໃຫ້ ພວກ​ຝ່າຍ​ຄ້ານ​ຂອງ​ຊີ​ເຣຍຈົ່ງ ສະ​ໜັບສະ​ໜຸນ​ຄວາມ​ໝັ້ນ​ໝາຍ​ຂອງພວກ​ຕົນ ທີ່​ໄດ້​ໃຫ້​ໄວ້​ທີ່​ກອງ​ປະຊຸມ ​ໂດ​ຮາ​ເມື່ອ​ບໍ່​ດົນ​ມາ​ນີ້ ​ແລະ​ຈົ່ງ​ເລີ່​ມສະ​ແດງ​ຄວາມ​ສາມາດ​ເພື່ອ​ຄວບ​ຄຸມ​ສະ​ຖານະການ​ຕ່າງໆ​ທາງ​ພາກ​ພື້ນ​ດິນ.

ການ​ປະກາດ​ດັງ​ກ່າວ​ຂອງ​ທ່ານ​ນາງ ຄຼິນຕັນ ​ແມ່ນ​ມີ​ຂຶ້ນ​ເວລາ​ລັດຖະມົນຕີ ​ຕ່າງປະ​ເທດ​ຂອງ​ຍີ່ປຸ່ນ ​ເວົ້າ​ວ່າ ກອງ​ປະຊຸມ​ຄັ້ງ​ທີ່​ຫ້າຂອງ​ປະ​ເທດເພື່ອນ​ມິດ​ຂອງ​ຊີ​ເຣຍ ຈະຈັດ​ຂຶ້ນ​ໃນ​ວັນ​ທີ 30 ​ເດືອນ​ພະຈິກ​ນີ້ ​ທີ່​ກຸງໂຕ​ກຽວ ຊຶ່ງ​ຍີ່ປຸ່ນ​ຈະ​ເປັນ​ເຈົ້າພາບ ​ໃນການຈັດ​ກອງ​ປະຊຸມ​ດັ່ງ​ກ່າວ.

​ເມື່ອ​ວັນ​ອັງຄານ​ວານ​ນີ້ ທ່ານ Francois Hollande ປະທານາທິບໍດີ​ຝຣັ່ງ ກ່າວ​ວ່າ ຝຣັ່ງ​ໄດ້​ຮັບ​ຮູ້ຢ່າງ​ເປັນ​ທາງ​ການ​ກຸ່ມ​ແນວ​ໂຮມ​ຝ່າຍ​ຄ້ານ​ຊີ​ເຣຍ ທີ່ ​ຕັ້ງ​ຂຶ້ນມາ​ໃໝ່ໆແລະ​ອາດ​ເວົ້າ​ໄດ້​ວ່າ​ເປັນ​ການ​ປະກອບ​ອາວຸດ​ໃຫ້​ແກ່​ກຸ່ມກະ ບົດ ຊຶ່ງ​ຝຣັ່ງ​ເປັນ​ປະ​ເທດ​ທໍາ​ອິດ​ໃນ​ພາກ​ພື້ນ​ຢູ​ໂຣບທີ່​ເຮັດ​ເຊັ່ນ​ນັ້ນ. ສະພາ​ການຮ່ວມ​ມືໃນ​ເຂດອ່າວ​ເປີ​ເຊຍ​ທີ່​ມີ​ສະມາຊິກຫົກ​ປະ​ເທດກໍ​ໄດ້​ຮັບ​ຮູ້​ກຸ່ມ​ກະ ບົດ​ດັ່ງກ່າວ​ເມື່ອ​ວັນ​ຈັນ​ຜ່ານ​ມາ​ນີ້.
XS
SM
MD
LG