ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສ​ຫລ ສົ່ງ​ພວກ​ຄົນ​ເຂົ້າ​ເມືອງ ຈາກລັດ​ເທັກ​ຊັ​ສ ໄປ ແຊນ​ດີ​ອາ​ໂກ


ພວກ​ຄົນ​ເຂົ້າ​ເມືອງ ຈາກ​ອາ​ເມ​ຣິ​ກາ​ກາງ ຊອກ​ຫາ​ບ່ອນ​ຊົ້ນ ເທິງ​ລົດ​ເມ​ຄັນ​ນຶ່ງ ເມື່ອ​ວັນ​ທີ 2 ກັນ​ຍາ 2019 ໃນ​ເຂດ​ໃຈ​ກາງ​ເມືອງ ຂອງ​ນະ​ຄອນ​ແຊນ​ອານ​ໂຕ​ນີ​ໂອ.
ພວກ​ຄົນ​ເຂົ້າ​ເມືອງ ຈາກ​ອາ​ເມ​ຣິ​ກາ​ກາງ ຊອກ​ຫາ​ບ່ອນ​ຊົ້ນ ເທິງ​ລົດ​ເມ​ຄັນ​ນຶ່ງ ເມື່ອ​ວັນ​ທີ 2 ກັນ​ຍາ 2019 ໃນ​ເຂດ​ໃຈ​ກາງ​ເມືອງ ຂອງ​ນະ​ຄອນ​ແຊນ​ອານ​ໂຕ​ນີ​ໂອ.

ກະ​ຊວງ​ຮັກ​ສາ​ຄວາມ​ປອດ​ໄພ​ພາຍ​ໃນ​ຂອງ​ສະ​ຫະ​ລັດເລີ້ມ​ສົ່ງ​ພວກ​ຄົນ​ເຂົ້າ​ເມືອງຫຼາຍ​ຮ້ອຍ​ຄົນ ຈາກ​ລັດ​ເທັກ​ຊັ​ສ​ໃນ​ພາກ​ໃຕ້​ຂອງ​ສະ​ຫະ​ລັດ ໄປ​ຍັງ​ນະ​ຄອນ​ແຊນ​ດີ​ອາ​ໂກ ໃນ​ລັດ​ຄາ​ລີ​ຟໍ​ເນຍ ເພື່ອ​ປະ​ກອບ​ເອກ​ກະ​ສານ​ຕ່າງໆ ອີງ​ຕາມ​ຄຳ​ຖະ​ແຫຼງ​ຂອງ​ພວກ​ເຈົ້າ​ໜ້າ​ທີ່​ໃນ​ວັນ​ສຸກວານນີ້.

ພວກ​ເຈົ້າ​ໜ້າ​ທີ່​ຈາກ​ອົງ​ການ​ພາ​ສີ ​ແລະ​ຄຸ້ມ​ຄອງ​ຊາຍ​ແດນ​ຂອງ​ສະ​ຫະ​ລັດ ບໍ່​ສາ​ມາດຮັບ​ມື ກັບ​ຈຳ​ນວນ​ພວກ​ຄົນ​ເຂົ້າ​ເມືອງ ທີ່​ເຂົ້າມາ​ຂໍ​ລີ້​ໄພ​ຢູ່​ໃນ​ສະ​ຫະ​ລັດ.

ມີຫຼາຍກວ່າ 500 ພັນ​ຄົນ ທີ່ເຂົ້າ​ມາ​ຂໍ​ລີ້​ໄພ​ຢູ່​ໃນ​ສະ​ຫະ​ລັດ ໄດ້​ຖືກ​ຈັບ​ຢູ່​ໃນ​ບໍ​ລິ​ເວນ​ຊາຍ​ແດນ​ທາງ​ໃຕ້​ຂອງ​ສະ​ຫະ​ລັດ ຕິດ​ກັບ​ເມັກ​ຊິ​ໂກ ນັບ​ແຕ່​ວັນ​ທີ 1 ຕຸ​ລາ​ປີ​ກາຍນີ້​ເປັນ​ຕົ້ນ​ມາ ຈຶ່ງ​ເຮັດ​ໃຫ້​ມີ​ຄວາມ​ຫຍຸ້ງ​ຍາກ​ຫຼາຍ​ ໃນ​ການ​ປະ​ກອບ​ເອກ​ກະ​ສານ​ຕ່າງໆ ກ່ອນ​ທີ່​ຈະ​ມອບ​ໂຕ​ພວກ​ເຂົາ​ເຈົ້າ​ໃຫ້​ແກ່​ຄອບ​ຄົວ ແລະ​ສ່ວນ​ບຸກ​ຄົນ ທັນ​ຕາມ​ກຳ​ນົດ​ເວ​ລາ.

ເຈົ້າ​ໜ້າ​ທີ່ກວດ​ຄົນ​ເຂົ້າ​ເມືອງ​ກ່າວ​ວ່າ ຈະ​ຈັດ​ຖ້ຽວ​ບິນ 3 ຖ້ຽວ​ຕໍ່​ອາ​ທິດ​ໄປ​ຍັງ​ນະ​ຄອນ​ແຊນ​ດີ​ອາ​ໂກ ໂດຍ​ຈະ​ມີ​ຢ່າງ​ໜ້ອຍ 130 ຄົນ​ຕໍ່​ຖ້ຽວ.

ລາຍ​ງານ​ຂອງ​ສື່ມວນ​ຊົນ​ແຈ້ງວ່າ ພະ​ແນກ​ຄົນ​ເຂົ້າ​ເມືອງ​ຂອງ​ສະ​ຫະ​ລັດ​ພວມ​ພິ​ຈາ​ລະ​ນາ​ເຊັ່ນ​ດຽວ​ກັນ ທີ່​ຈະ​ສົ່ງ​ພວກ​ຄົນ​ເຂົ້າ​ເມືອງ ໄປ​ຍັງ​ຫົວ​ເມືອງ​ຕ່າງໆ​ໃນ​ທົ່ວ​ປະ​ເທດ ເພື່ອ​ປະ​ກອບ​ເອກ​ກະ​ສານ​ໃຫ້​ແກ່​ພວກ​ເຂົາ​ເຈົ້າ.

ການ​ຈັດ​ສົ່ງ​ພວກ​ທີ່​ບໍ່​ມີ​ເອກ​ກະ​ສານ​ ແລະ​ຄອບ​ຄົວ ​ໂດຍ​ທາງ​ເຮືອ​ບິນ​ແມ່ນ​ເປັນ​ການ​ເຄື່ອນ​ໄຫວ​ພິ​ເສດສຳ​ລັບ​ເຈົ້າ​ໜ້າ​ທີ່ກວດ​ຄົນ​ເຂົ້າ​ເມືອງ ໂດຍ​ສະ​ເພາະ​ແມ່ນ​ມີ​ຂຶ້ນ​ຫຼັງ​ຈາກ​ເກີດ​ເຫດ​ການ​ຕ່າງໆທີ່​ພວກ​ເດັກ​ນ້ອຍ​ເຂົ້າ​ເມືອງໄດ້​ຖືກ​ແຍກ​ໄປ​ຈາກ​ຄອບ​ຄົວ​ຂອງ​ພວກ​ເຂົາ​ເຈົ້າຢູ່​ທີ່​ຊາຍ​ແດນ ແລະ​ເຈົ້າ​ໜ້າ​ທີ່ກວດ​ຄົນ​ເຂົ້າ​ເມືອງກໍ​ມີ​ຄວາມ​ຫຍຸ້ງ​ຍາກ ທີ່​ຈະ​ນຳ​ເອົາ​ພວກ​ເດັກ​ນ້ອຍ​ເຫຼົ່າ​ນັ້ນ​ໃຫ້​ກັບ​ຄືນ​ໄປ​ພົບ​ກັບ​ຄອບ​ຄົວ​ຂອງ​ພວກ​ເຂົາ​ເຈົ້າ.

ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າ ມີ​ມາດ​ຕະ​ການ​ຄຸ້ມ​ຄອງ​ແບບ​ໃດ ຖ້າ​ຫາກ​ມີ ໄດ້​ມີ​ການ​ກຳ​ນົດ​ໄວ້ ​ໃນ​ການ​ຈັດ​ສົ່ງ​ພວກ​ຄົນ​ເຂົ້າ​ເມືອງ ​ທີ່​ບໍ່​ມີ​ເອກ​ກະ​ສານ​ເຫຼົ່າ​ນີ້ໄປ​ຍັງ​ທົ່ວ​ປະ​ເທດ.

​ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG