ສະຫະລັດ ໄດ້ສັ່ງ ໃນວັນຈັນວານນີ້ ໃຫ້ນັກການທູດຣັດເຊຍ 60 ຄົນທີ່ຕົນກ່າວຫາວ່າ
ທຳການສືບລັບ ໜີອອກໄປຈາກປະເທດ ພາຍໃນນຶ່ງສັບປະດານີ້. ອີງຕາມທຳນຽບຂາວ
ແລ້ວແມ່ນວ່າ ມີ ປະເທດອື່ນໆ ອີກ 22 ປະເທດ ທີ່ຮວມທັງ ຝຣັ່ງ, ເຢຍຣະມັນ ແລະ
ໂປແລນ ກໍໄດ້ຂັບໄລ່ເຈົ້າໜ້າທີ່ໜ່ວຍສືບລັບຣັດເຊຍ ອອກໄປ ລວມທັງໝົດ 77 ຄົນ.
ລາຍຊືື່ຂອງທຳນຽບຂາວ ບໍ່ໄດ້ຮວມເອົາອອສເຕຣຍເລຍ ທີ່ໄດ້ປະກາດໃນວັນອັງຄານ
ມື້ນີ້ ວ່າ ຕົນໄດ້ໄລ່ເຈົ້າໜ້າທີ່ “ທີ່ບໍ່ໄດ້ລະບຸວ່າແມ່ນພວກນັກສືບ” ຈຳນວນ 2 ຄົນ
ອອກປະເທດ.
ອີງຕາມກະຊວງການຕ່າງປະເທດແລ້ວແມ່ນວ່າ ການເອົາບາດກ້າວຂອງສະຫະລັດ
ກ່ຽວກັບການປິດສະຖານກົງສຸນຂອງຣັດເຊຍໃນປະເທດ ແມ່ນເປັນການໂຕ້ຕອບຕໍ່
ມົສກູ “ທີ່ລະເມີດຂໍ້ຕົກລົງຫ້າມອາວຸດເຄມີອາວຸດເຄມີແລະລະເມີດກົດໝາຍສາກົນ,”
ທີ່ພົວພັນກັບການໃຊ້ສານພິດ ໂຈມຕີອະດີດສອດແນມນົກສອງຫົວຂອງຣັດເຊຍ
ກັບລູກສາວຂອງລາວໃນປະເທດອັງກິດ.
ເຊີນຊົມ: ເຈົ້າໜ້າທີ່ທາງການທູດຣັດເຊັຍ ຖືກຂັບໄລ່ອອກນອກປະເທດ
ນອກນັ້ນ ອັງກິດ ແລະປະເທດຕາເວັນຕົກອື່ນໆ ລວມທັງອົງການເນໂຕນຳ ໄດ້ປະນາມ
ຣັດເຊຍອະທິບາຍເຖິງ ສຳລັບການໂຈມຕີດ້ວຍອາວຸດເຄມີ ໃນວັນທີ 4 ມີນາຜ່ານມາ
ໃນເມືອງໂຊລສແບຣີ.
ໂດຍການເອົາບາດກ້າວຂອງທຳນຽບຂາວນັ້ນ ທາງເຈົ້າໜ້າທີ່ອາວຸໂສຂອງສະຫະລັດ
ຜູ້ນຶ່ງ ກ່າວວ່າ “ຣັດເຊຍ ໄດ້ຮ້ອງໂຮແບບສຽງກຶກກ້ອງຢ່າງສະໜັ່ນຫວັ່ນໄຫວທັງເອົາ
ບາດກ້າວແບບຮຸກຮານບຸກລຸກນຳ,”.
ສະຫະລັດ ໄດ້ອອກຄຳສັ່ງໃຫ້ປິດສະຖານກົງຊຸນ ຣັດເຊຍ ພາຍໃນວັນທີ 2 ເມສາ
ໃນເມືອງທ່າປາຊິກຟິກ ທີ່ນະຄອນຊີອາເຕິລ ລັດວໍຊີງຕັນ ທີ່ຮູ້ກັນວ່າເປັນບ່ອນຢູ່ໃກ້ໆ
ກັບໂຮງງານສ້າງເຮືອບິນໂບອິ້ງ ແລະຖານທັບທະຫານເຮືອກິຕສາບ ທີ່ເປັນທ່າເຮືອ
ດຳນ້ຳບັນຈຸ ລູກສອນໄຟຂີປະນາວຸດ.
ອ່ານຂ່າວນີ້ເພີ່ມຕື່ມເປັນພາສາອັງກິດ