ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Cater ກ່າວວ່າ ກຸ່ມ al-Qaida ສວຍໂອກາດ ໃນຂະນະທີ່ເຢເມັນ ວຸ້ນວາຍ


Yemen
please wait
Embed

No media source currently available

0:00 0:01:34 0:00

ລັດຖະມົນ​ຕີ​ປ້ອງ​ກັນ​ປະ​ເທດ ສະຫະລັດ ທ່ານ Ashton Carter
ກ່າວ​ໃນ​ວັນ​ພຸດ​ມື້​ນີ້​ວ່າ ສາຂາ​ຂອງ​ກຸ່ມ al-Qaida ​ໃນ​ປະ​ເທດ
​ເຢ​ເມັນ ກຳລັງ​ສວຍໂອກາດ ໃນການ​ສູ້ລົບ​ລ​ະຫວ່າງ ພວກ​ກະ
ບົດ Houti ​ແລະ​ກຳລັງ​ສະໜັບສະໜູນລັດຖະບານນັ້ນ ​ເຂົ້າ​ຍຶດ
​ເອົາພື້ນທີ່ຢູ່ໃນ​ປະ​ເທດດັ່ງກ່າວ ທີ່​ໄດ້ດີ້ນ​ຮົນ​ເພື່ອສ້າງ​ສະຖຽນ​
ລະ​ພາບ ນັບ​ຕັ້ງ​ແຕ່​ຜູ້ນຳຄົນ​ກ່ອນ​ໄດ້​ຖືກ​ຂັບ​ໄລ່​ອອກ​ຈາກ​ຕຳ​
ແໜ່​ງ​ໃນ​ປີ 2012.

ທ່ານ Carter ​ໄ​ດ້ກ່າວ​ຕໍ່​ບັນດາ​ນັກ​ຂ່າວ ລະຫວ່າງ​ການ​ຢ້ຽມ
ຢາມ​ຍີ່​ຢຸ່ນວ່າ ວິ​ກິດ​ການ​ໃນ​ເຢ​ເມັນ ​ໄດ້​ເຮັດ​ໃຫ້​ຄວາມ​ພະຍາ
ຍາມ​ຂອງສະຫະລັດ ເພື່ອຕ້ານ​ຢັນ ​ກັບກຸ່ມກໍ່ການຮ້າຍ al-
Qaida ​ໃນ​ແຫລມ​ອາຣາ​ເບຍ ຫຼື AQAP ນັ້ນ ລຳບາກ​ຕື່ມຂື້ນແລະ​ການ​ປະ​ຕິ​ບັດ​ງານ​ດັ່ງ
ກ່າວ​ແມ່ນ​ມີ​ຄວາມງ່າຍ​ຂື້ນ ​ເວລາໃດ​ທີ່​ລັດຖະບານ ​ມີ​ສະຖຽນລະພາບ.

ທ່ານ​ຍັງ​ກ່າວ​ວ່າ ສະຫະລັດ ກຳລັງສະໜອງຂໍ້ມູນ​ໃຫ້ ຊາ​ອຸ​ດີ ອາ​ເຣ​ເບ​ຍ ດ້ານ​ສືບລັບ
ດ້ານສັງ​ເກດ​ການ ​ແລະ​ດ້ານສອດ​ແນມ​ ​ເພື່ອ​ຊ່ວຍ​ກຳລັງ​ປະສົມຕໍ່ສູ້ກັບ ​ພວກກະບົດ
Houthi.

​ໃນ​ວັນ​ອັງຄານວານ​ນີ້ ຮອງ​ລັດ​ມົນຕີ​ກະຊວງ​ຕ່າງປະ​ເທດສະຫະລັດ ທ່ານ Anthony
Blinken ກ່່າວ​ວ່າ ລັດຖະບານພວມເລັ່ງລັດໃນ​ການ​ຈັດສົ່ງ​ອາວຸດ​ ໄປໃຫ້. ​

​ໃນ​ວັນ​ອັງຄານ​ວານ​ນີ້ເຊັ່ນ​ກັນ ຊາວ​ເຢ​ເມັນ​ຫລາຍ​ກ່ວາ 100 ຄົນ​ໄດ້ພາກັນ​ປະ​ທ້ວງ ຢູ່​
ຕໍ່ໜ້າ​ສະຖານທູດ​ເຢ​ເມັນ ​ໃນ​ນະຄອນຫລວງໄຄ​ໂຣ ຂອງ​ປະ​ເທດ​ອີ​ຈິບ ຂໍ​ຄວາມ​ຊ່ວຍ​
ເຫລືອ ​ໃຫ້​ສົ່ງ​ເຂົາ​ເຈົ້າ​ເມືອ​ບ້ານ. ພວກ​ປະ​ທ້ວງບາງ​ຄົນ​ກ່າວ​ວ່າ ​ເຂົາ​ເຈົ້າເດີນທາງ​ໄປ​ໄຄ
​ໂຣ ​ເມື່ອ​ສອງ​ສາມ​ອາທິດ​ກ່ອນ ກ່ອນ​ທີ່​ຊາ​ອູ​ດີ ອາ​ເຣ​ເບຍ ​ຈະ​ທຳ​ການ​ໂຈມ​ຕີ​ທາງ​ອາກາດ
​ໃນ​ເຢ​ເມັນ.

Saudis Seek More Help in Yemen
please wait

No media source currently available

0:00 0:01:55 0:00

XS
SM
MD
LG