ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະ​ຫະ​ລັດ ​​ປິດ​ຊ່ອງ​ທາງ ບໍ່​ໃຫ້​ຣັດ​ເຊຍ ສາ​ມາດ​ຊຳລະ​ໜີ້​ສິນ​ ແກ່​ນັກ​ລົງ​ທຶນສາ​ກົນ​ໄດ້


ລັດຖະມົນຕີກະຊວງການເງິນ, ທ່ານ​ນາງ​ແຈແນັດ ເຢ​ລ​ເລັນ ໄປ​ໃຫ້​ຄຳ​ໃຫ້​ການ​ຕໍ່​ໜ້າ​ຄະ​ນະ​ກຳ​ມະ​ການດ້ານ​ວຽກ​ງານທະ​ນາ​ຄານ, ເຮືອນ ແລະຕົວເມືອງຂອງ​ສະ​ພາ​ສູງ, ວັນ​ທີ 10 ພຶດ​ສະ​ພາ, 2022, ໃນນະ​ຄອນ​ຫລວງ​ວໍ​ຊິງ​ຕັນ.
ລັດຖະມົນຕີກະຊວງການເງິນ, ທ່ານ​ນາງ​ແຈແນັດ ເຢ​ລ​ເລັນ ໄປ​ໃຫ້​ຄຳ​ໃຫ້​ການ​ຕໍ່​ໜ້າ​ຄະ​ນະ​ກຳ​ມະ​ການດ້ານ​ວຽກ​ງານທະ​ນາ​ຄານ, ເຮືອນ ແລະຕົວເມືອງຂອງ​ສະ​ພາ​ສູງ, ວັນ​ທີ 10 ພຶດ​ສະ​ພາ, 2022, ໃນນະ​ຄອນ​ຫລວງ​ວໍ​ຊິງ​ຕັນ.

ສະ​ຫະ​ລັດ​ຈະ​ປິດ​ຊ່ອງ​ທາງ​ສຸດ​ທ້າຍສຳ​ລັບ​ຣັດ​ເຊຍ​ໃນ​ການ​ຊຳລະ​ໜີ້​ສິນ​ຫຼາຍ​ຕື້​ໂດ​ລາ ແກ່​ນັກ​ລົງ​ທຶນ​ສາກົນ​ໃນ​ວັນ​ພຸດ​ມື້ນີ້ ຊຶ່ງ​ເຮັດ​ໃຫ້​ຣັດ​ເຊຍ​ພາດ​ວັນ​ຊຳ​ລະ​ໜີ້​ຂອງ​ຕົນທັງ​ໝົດ ​ທີ່​ຫຼີກ​ລ່ຽງບໍ່​ໄດ້ ເປັນ​ເທື່ອ​ທຳ​ອິດ​ ນັບຕັ້ງ​ແຕ່​ເກີດ​ການ​ປະ​ຕິ​ວັດ ໂບລເຊວິກ (Bolshevik) ເປັນ​ຕົ້ນ​ມາ, ອີງ​ຕາມ​ອົງ​ການ​ຂ່າວ​ເອ​ພີ (AP).

ກະ​ຊວງ​ການ​ເງິນ​ກ່າວຢູ່​ໃນໃບ​ແຈ້ງ​ການ​ວ່າ ຕົນ​ບໍ່​ມີ​ແຜນ​ຈະ​ຕໍ່​ອາຍຸ​ໃບ​ອະນຸຍາດ ​ທີ່ໃຫ້ຣັດ​ເຊຍ​ ສາມາດ​ຮັກສາ​ການ​ຊໍາລະ​ໜີ້​ສິນ​ ແກ່ເຈົ້າ​ໜີ້​ໂດຍ​ຜ່ານ​ທະນາຄານ​ຂອງອາ​ເມ​ຣິ​ກາໄດ້.

ນັບ​ຕັ້ງແຕ່ມີການ​ລົງ​ໂທດ​ຮອບ​ທຳ​ອິດ​, ກະ​ຊວງ​ການ​ເງິນ​ໄດ້​ໃຫ້​ອະ​ນຸ​ຍາດ​ທະ​ນາ​ຄານຕ່າງໆ ​ດຳ​ເນີນ​ການ​ຊຳ​ລະ​ພັນທະ​ບັດ​ຈາກຣັດ​ເຊຍ. ປ່ອງຢ້ຽມນັ້ນໝົດອາຍຸ ໄປ ໃນເວລາທ່ຽງຄືນຂອງວັນທີ 25 ພຶດສະພາມື້ນີ້.

ມີ​ສັນຍານ​ທີ່​ຊີ້​ໃຫ້​ເຫັນ​ແລ້ວວ່າ ລັດ​ຖະ​ບານ​ຂອງ​ທ່ານໄບ​ເດັນບໍ່ຍິນ​ດີ​ທີ່​ຈະ​ຕໍ່​ກຳ​ນົດເສັ້ນ​ຕາຍນັ້ນ.

ໃນກອງປະຊຸມຖະ​ແຫລງຂ່າວກ່ອນ​ຈະມຸ້ງຫນ້າໄປສູ່ກອງປະຊຸມລັດຖະມົນຕີກະ​ຊວງການເງິນຂອງເຈັດປະ​ເທດທີ່ເມືອງໂຄ​ເອ​ນິກ​ສວິນ​ເຕີ (Koenigswinter), ປະເທດເຢຍຣະມັນ ໃນອາທິດຜ່ານມາ, ລັດຖະມົນຕີກະຊວງການເງິນ, ທ່ານ​ນາງ​ແຈແນັດ ເຢ​ລ​ເລັນ (Janet Yellen) ກ່າວວ່າ ປ່ອງຢ້ຽມຍັງມີຢູ່ "ເພື່ອໃຫ້ ເວລາສໍາລັບການປ່ຽນ ແປງທີ່ເປັນລະບຽບຮຽບ​ຮ້ອຍເກີດຂຶ້ນໄດ້ ແລະ ເພື່ອໃຫ້ ນັກລົງທຶນສາມາດຂາຍຫຼັກຊັບຂອງຕົນ​ໄດ້."

"​ສິ່ງຄາດຫວັງໄວ້ ​ກໍແມ່ນວ່າ ມັນແມ່ນເວລາອັນຈໍາກັດ," ນັ້ນ​ຄື​ຄໍ​າ​ເວົ້າ​ຂອງ​ທ່ານ​ນາງເຢ​ລ​ເລັນ.

ຖ້າ​ບໍ່​ມີ​ໃບ​ອະນຸຍາດ​ໃຫ້ໃຊ້​ທະນາຄານ​ສະຫະລັດເພື່ອ​ຊຳລະ​ໜີ້​ສິນ​ຂອງ​ຕົນແລ້ວ, ຣັດ​ເຊຍ​ຈະ​ບໍ່ສາມາດຊໍາລະ​ໜີ້ ​ໃຫ້​ບັນດາ​ນັກ​ລົງທຶນ ​ໃນພັນທະບັດ​ສາກົນ. ວັງເຄ​ຣັ​ມ​ລິນໄດ້ໃຊ້ທະ​ນາ​ຄານ JPMorgan Chase ແລະ Citigroup ເປັນຊ່ອງ​ທາງສຳ​ລັບຈ່າຍພັນທະໜີ້​ສິນຂອງຕົນ.

​ທ່ານ​ເຈ ອອ​ສ​ແລນ​ເດີ (Jay Auslander), ທະນາຍຄວາມດ້ານໜີ້ສິນຂອງ​ປະ​ເທດທີ່ມີຊື່ສຽງທີ່ເຄີຍດໍາເນີນຄະດີໃນວິກິດການໜີ້ສິນອື່ນໆ ເຊັ່ນດຽວ​ກັບຄະ​ດີ​ທີ່​ຢູ່​ໃນປະເທດອາເຈນຕິນານັ້ນກ່າວວ່າ ໃນຕອນນີ້ ນັກລົງທຶນແບບສະ ຖາບັນໃນຫນີ້ສິນຂອງຣັດເຊຍ ມີແນວໂນ້ມທີ່ຈະຂາຍສິດ​ການຖືຄອງພັນ​ທະ​ບັດ​ຂອງເຂົາ​ເຈົ້າ ເມື່ອຮູ້ວ່າກໍານົດເສັນ​ຕາຍນີ້ຈະມາເຖິງ. ຜູ້ທີ່ຍັງຮັກ​ສາການ​ຖື​ຄອງຫນີ້ສິນ ນີ້​ໄວ້​ຢູ່ ແມ່ນນັກລົງທຶນໃນຫນີ້ສິນທີ່ພົບຄວາມຫຍຸ້ງຍາກ ຫຼືຜູ້ທີ່ຍິນ​ດີທີ່ຈະລໍຖ້າ ການດໍາເນີນຄະດີໃນສອງສາມປີຂ້າງຫນ້າ.

ທ່ານກ່າວວ່າ "ສ່ວນຫລາຍ​ແລ້ວ​ຜູ້ທີ່ຢາກອອກ​ໄປ​ກໍໄດ້ອອກໄປແລ້ວ. ມີບັນຫາ ອັນດຽວ ກໍ​ຄືການຊອກຫາຜູ້ຊື້."

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG