ລັດຖະບານຂອງທ່ານດໍໂນລ ທຣຳ ໄດ້ຍຸຕິການໃຫ້ຜົນປະໂຫຍ ດ້ານຄົນເຂົ້າເມືອງ
ສຳຫຼັບຊາວ Nicaragua ເກືອບ 2 ພັນ 500 ຄົນ ແຕ່ໄດ້ຕໍ່ອາຍຸການໃຫ້ຜົນປະໂຫຍດ
ສຳຫຼັບຊາວ Handuras ຈຳນວນ 57 ພັນຄົນ.
ພວກຄົນເຂົ້າເມືອງຊາວອາເມຣິກາກາງ ແມ່ນໄດ້ຮັບອະນຸຍາດໃຫ້ຢູ່ ແລະເຮັດວຽກ
ໃນສະ ຫະລັດ ພາຍໃຕ້ໂຄງການທີ່ເອີ້ນວ່າ ຖານະໃຫ້ການຄຸ້ມຄອງຊົ່ວຄາວ ຫຼື TPS.
ກະຊວງຮັກສາຄວາມປອດໄພພາຍໃນຂອງສະຫະລັດ ໄດ້ອະນຸມັດໃຫ້ພວກທີ່ໄດ້ຮັບ
ຖານະຄຸຸ້ມຄອງຊົ່ວຄາວຊາວ Nicaragua 12 ເດືອນຫຼັງຈາກໄດ້ໝົດອາຍຸລົງໃນ
ວັນທີ 5 ເດືອນມັງກອນ ເພື່ອຈັດການກ່ຽວກັບວຽກງານຕ່າງໆ ແລະເດີນທາງອອກ
ຈາກປະເທດຫຼືບໍ່ກໍຊອກຫາ ຖານະອື່ນຂອງວີຊ່າຢ່າງຖືກຕ້ອງຕາມກົດໝາຍ.
ຊາວ Nicaragua ແລະຊາວ Handuras ທີ່ໄດ້ຮັບຖານະຄຸ້ມຄອງຊົ່ວຄາວ ແມ່ນໄດ້
ອາໄສຢູ່ໃນສະຫະລັດ ພາຍໃຕ້ການຄຸ້ມຄອງ ນັບຕັ້ງແຕ່ເຮີຣິເຄນ Mitch ໄດ້ເອົາຊີວິດ
ຜູ້ຄົນ 10 ພັນຄົນໄປ ໃນທົ່ວອາເມຣິກາກາງ ໃນປີ 1998 ນັ້ນໝາຍຄວາມວ່າ ຜູ້ຄົນ
ສ່ວນໃຫຍ່ພວກນີ້ ແມ່ນໄດ້ອາໄສຢູ່ໃນສະຫະລັດ ມາໄດ້ 2 ທົດສະວັດແລ້ວ.
ນາງ Mathar Irraheta ຊາວ Nicaragua ຜູ້ຊຶ່ງໄດ້ມາຮອດນະຄອນ Miami ປະມານ
25 ປີກ່ອນ ແລະໄດ້ປະກອບອາຊີບເປັນແມ່ຄົວ ໃນຮ້ານອາຫານ Islas del Caribe
ໄດ້ກ່າວວ່າ ລາວຢ້ານກົວທີ່ຈະຕ້ອງໄດ້ກັບຄືນປະເທດ ຊຶ່ງລາວກ່າວວ່າ “ຂ້ອຍຢ້ານກົວ
ຫຼາຍ. ຂ້ອຍບໍ່ຢາກກັບຄືນເມືອປະເທດຂອງຂ້ອຍ ຍ້ອນຄວາມຮຸນແຮງແບບນີ້ ບໍ່ມີ
ທາງ.” ລາວຈະຕ້ອງໄດ້ພັດພາກຈາກລູກສາວ ຜູ້ຊຶ່ງເກີດຢູ່ໃນສະຫະລັດ ໄວ 22 ປີ
ທີ່ຖືສັນຊາດອາເມຣິການັ້ນ.
ທ່ານ Roger Castano ຕົວແທນຂອງສະຫະລັດ ຜູ້ຕາງໜ້າຖາວອນຂອງຄະນະກຳມາ
ທິການສິດທິມະນຸດຊາວ Nicaragua ໄດ້ກ່າວວ່າ ລັດຖະບານ Managua ບໍ່ສາມາດ
ທີ່ຈະຄ້ຳປະກັນເລື່ອງຄວາມປອດໄພຂອງພວກທີ່ຖືກບັງຄັບໃຫ້ກັບຄືນປະເທດນັ້ນ.
ທ່ານຖາມວ່າ “ສະຫະລັດຈະເນລະເທດ ຫຼືສົ່ງກັບຄືນຜູ້ຄົນຈຳນວນຫຼາຍພັນຄົນ ພວກນີ້
ແນວໃດ?”
ມີຊາວ Salvador ອີກ 195 ພັນຄົນ ແລະ ຊາວ Haiti ອີກ 46 ພັນຄົນ ແມ່ນກຳລັງລໍຖ້າ
ການຕັດສິນໃຈ ກ່ຽວກັບຊະຕາກຳຂອງພວກເຂົາເຈົ້າ ໃນຂະນະທີ່ ກະຊວງຮັກສາຄວາມ
ປອດໄພພາຍໃນຂອງສະຫະລັດ ຕ້ອງຕັດສິນໃຈ ໃນອີກບໍ່ເທົ່າໃດສັບປະດາຂ້າງໜ້ານີ້ ກ່ຽວກັບພວກທີ່ຢູ່ພາຍໃຕ້ຖານະຄຸ້ມຄອງຊົ່ວຄາວຈາກບັນດາປະເທດເຫຼົ່າ ທີ່ຖານະຢ່າງ
ຖືກຕ້ອງຕາມກົດໝາຍຂອງພວກເຂົາເຈົ້າ ຈະໝົດອາຍຸລົງໃນຕົ້ນປີໜ້ານີ້.
ອ່ານຂ່າວນີ້ເພີ່ມຕື່ມເປັນພາສາອັງກິດ