ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ສະຫະລັດ ຈະສິ້ນສຸດ ຖ້ຽວບິນ ອົບພະຍົບ ອັຟການິສຖານ ໄວກວ່າຂີດເສັ້ນຕາຍ ວັນທີ 31 ສິງຫາ


ການຍົກຍ້າຍຜູ້ຄົນອອກຈາກສະໜາມບິນສາກົນ ຮາມິດ ກາໄຊ ທີ່ນະຄອນຫຼວງກາບູລ
ການຍົກຍ້າຍຜູ້ຄົນອອກຈາກສະໜາມບິນສາກົນ ຮາມິດ ກາໄຊ ທີ່ນະຄອນຫຼວງກາບູລ

ເຖິງແມ່ນຈະມີຄວາມກົດດັນ ຈາກພາຍໃນປະເທດ ແລະ ສາກົນ ເພື່ອຍືດເວລາອອກໄປກໍຕາມ, ປະທານາທິບໍດີ ໂຈ ໄບເດັນ ແມ່ນໄດ້ຍຶດໝັ້ນກັບຂີດເສັ້ນຕາຍວັນທີ 31 ສິງຫາຂອງທ່ານ ເພື່ອສຳເລັດການຖອນ ສະຫະລັດ ອອກຈາກ ອັຟ ການິສຖານ.

ລັດຖະບານຂອງທ່ານຈະຢຸດການປະຕິບັດການເພື່ອຍົກຍ້າຍຊາວ ອາເມຣິກັນ, ອັຟການິສຖານ ແລະ ຄົນຈາກປະເທດທີສາມອອກຈາກ ອັຟການິສຖານ ໄວກວ່າຂີດເສັ້ນຕາຍເພື່ອທີ່ຈະອະນຸຍາດໃຫ້ມີການຖອນກອງທະຫານ ອາເມຣິກັນ ແລະ ອຸປະກອນທາງທະຫານ, ອີງຕາມການກ່າວຂອງທຳນຽບຂາວ.

ທ່ານ ໄບເດັນ ໄດ້ກ່າວຈາກທຳນຽບຂາວ ເມື່ອຕອນບ່າຍວັນອັງຄານວານນີ້ວ່າ “ຕອນນີ້ພວກເຮົາຢູ່ໃນໄລຍະທີ່ຈະສິ້ນສຸດພາຍໃນວັນທີ 31 ສິງຫາ. ຍິ່ງພວກເຮົາແລ້ວໄວເທົ່າໃດ, ມັນກໍຍິ່ງດີກວ່າ. ການປະຕິບັດການໃນແຕ່ລະວັນຈະເພີ່ມຄວາມສ່ຽງຕໍ່ກອງທະຫານຂອງພວກເຮົາ.”

ທ່ານ ໄບເດັນ ໄດ້ກ່າວໃນຕອນບ່າຍ ຂອງວັນອັງຄານວານນີ້ວ່າ, ສະຫະລັດ ໄດ້ຊ່ວຍຍົກຍ້າຍປະ ຊາຊົນ 70,700 ຄົນນັບຕັ້ງແຕ່ວັນທີ 14​ ສິງຫາເປັນຕົ້ນ ມາ. ແຕ່ໄດ້ຍອມຮັບວ່າ ການສຳເລັດການປະຕິບັດການພາຍໃນຂີດເສັ້ນຕາຍແມ່ນຂຶ້ນກັບການຮ່ວມມືຂອງກຸ່ມຕາລີບານ ໃນການອະນຸຍາດໃຫ້ຜູ້ອົບພະຍົບເຂົ້າໄປໃນສະໜາມບິນ. ທ່ານໄດ້ກ່າວວ່າ ທ່ານໄດ້ຖາມທຳນຽບຫ້າແຈ ແລະ ກະຊ່ວງການຕ່າງປະເທດ ສຳລັບແຜນການສຸກເສີນ ເພື່ອປັບປ່ຽນຕາຕະລາງ, ຖ້າມັນມີຄວາມຈຳ ເປັນ.

ໃນຄຳປາໄສຂອງທ່ານ, ທ່ານ ໄບເດັນ ບໍ່ໄດ້ກ່າວເຖິງການສິ້ນສຸດຖ້ຽວບິນຍົກຍ້າຍຖິ່ນຖານໄວກວ່າຂີດເສັ້ນຕາຍ, ແຕ່ໂຄສົກທຳນຽບຂາວ ທ່ານນາງ ເຈັນ ຊາກີ ໄດ້ຢືນຢັນຕໍ່ບັນດານັກຂ່າວໃນວັນອັງຄານວານນີ້ວ່າ “ມັນຈະຕ້ອງມີເວລາເພື່ອຄ່ອຍໆສິ້ນສຸດລົງ.”

ໂດຍປະຕິເສດທີ່ຈະສະໜອງ “ລາຍລະອຽດ ກ່ຽວກັບ ການປະຕິບັດການນັ້ນ,” ທ່ານນາງ ຊາກີ ໄດ້ກ່າວວ່າກຳລັງທະຫານ ອາເມຣິກັນ ໃນນະຄອນຫຼວງ ກາບູລ ແມ່ນໄດ້ປະເຊີນກັບໄພຂົ່ມຂູ່ຍິ່ງຂຶ້ນຈາກພວກ ISS-K, ເຊິ່ງອ້າງເຖິງເຄືອຂ່າຍ ໂຄຣາຊານ, ທີ່ອ້າງຕົນເອງວ່າເປັນສາຂາຂອງກຸ່ມຫົວຮຸນແຮງ ລັດອິສລາມ ທີ່ປະຕິບັດງານໃນເອເຊຍກາງ ແລະ ໃຕ້.

ໃນຕອນເຊົ້າຂອງວັນອັງຄານວານນີ້, ໂຄສົກກະຊວງປ້ອງກັນປະເທດ ທ່ານ ຈອນ ເຄີບີ ໄດ້ຢືນຢັນວ່າ ກອງທັບຈະຕ້ອງການເວລາເພື່ອຜ່ອນເບົາລົງກ່ອນຂີດເສັ້ນຕາຍ.

ທ່ານ ເຄີບີ ໄດ້ກ່າວໃນກອງປະຊຸມລາຍງານຕໍ່ບັນດານັກຂ່າວວ່າ “ຈະເວົ້າໂດຍ ລວມແລ້ວ, ເຈົ້າຕ້ອງການຢ່າງໜ້ອຍຫຼາຍມື້ ເພື່ອນຳເອົາຈຳນວນກອງກຳລັງ ແລະ ອຸປະກອນທີ່ພວກເຮົາມີຢູ່ທີ່ສະ ໜາມບິນ, ໄປສູ່ບ່ອນທີ່ປອດໄພ ແລະ ຖອນອອກຢ່າງມີປະສິດທິຜົນ. ຂ້າພະເຈົ້າຈະບໍ່ເວົ້າເຖິງເວ ລາທີ່ສະເພາະເຈາະຈົງ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG