ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ຈະບໍລິຈາກ ຢາວັກຊີນ 80 ລ້ານໂດສ ຢູ່ທົ່ວໂລກ ອີງຕາມຄວາມຕ້ອງການ


ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ກ່າວລະຫວ່າງການຢ້ຽມຢາມ ບໍລິສັດເພຊັດຊະກຳ ຟາຍເຊີ (Pfizer) ທີ່ຜະລິດຢາວັກຊີນກັນໂຄວິດ -19 ທີີເມືອງ Kalamazoo ລັດມີຊິແກນ ເມື່ອວັນທີ 19 ກຸມພາ 2021.
ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ກ່າວລະຫວ່າງການຢ້ຽມຢາມ ບໍລິສັດເພຊັດຊະກຳ ຟາຍເຊີ (Pfizer) ທີ່ຜະລິດຢາວັກຊີນກັນໂຄວິດ -19 ທີີເມືອງ Kalamazoo ລັດມີຊິແກນ ເມື່ອວັນທີ 19 ກຸມພາ 2021.

ສະຫະລັດ ໄດ້ປະກາດໃນອາທິດນີ້ວ່າ ຕົນຈະແບ່ງປັນຢາວັກຊີນກັນໄວຣັສໂຄໂຣນາ ໃຫ້
ແກ່ກັບບັນດາປະເທດອື່ນໆຕື່ມອີກ 20 ລ້ານໂດສ ສົມທົບໃສ່ 60 ລ້ານໂດສ ທີ່ຕົນໄດ້ໃຫ້
ຄວາມໝັ້ນໝາຍໄວ້ແລ້ວນັ້ນ. ຄຳຖາມທີ່ຍັງບໍ່ໄດ້ຮັບຄຳຕອບເທື່ອກໍຄື ຢາວັກຊີນເຫລົ່ານີ້
ຈະສົ່ງໄປໃສ.

ຜູ້ປະສານງານກະຊວງຕ່າງປະເທດສະຫະລັດ ໃນການຮັບມືກັບໂຄວິດຢູ່ໃນທົ່ວໂລກ
ທ່ານນາງເກລ ສະມິດໄດ້ຫລີກລ່ຽງຕໍ່ບັນຫາດັ່ງກ່າວ ໃນວັນພຸດວານນີ້ ລະຫວ່າງກອງ
ປະຊຸມທາງໂທລະສັບ ເຖິງແມ່ນໄດ້ມີການຖາມຄັ້ງແລ້ວອີກໃນ ຄວາມຕ້ອງການຢາກຮູ້
ເລື້ອງຂອງພວກນັກຂ່າວຈາກເຂດທະເລຄາຣິບຽນ ອິນ-ເດຍບຣາຊິລ ອາຟຣິກາເອເຊຍ
ຕາເວັນອອກ ແລະສະຫະພາບຢູໂຣບ. ເຖິງຢ່າງໃດກໍດີ ທ່ານນາງສະມິດ ໄດ້ເນັ້ນໜັກວ່າ
ສະຫະລັດ ກຳລັງເຮັດວຽກ ຢ່າງໃກ້ຊິດກັບອົງການ COVAX ເພື່ອພິຈາລະນາວ່າ ບ່ອນ
ໃດທີ່ມີຄວາມຕ້ອງ ການຢາວັກຊີນຫຼາຍທີ່ສຸດແລະພວກເຂົາເຈົ້າຈະແຈກຢາຍແບບໃດ
ເພື່ອໃຫ້ເທົ່າ ທຽມກັນ.

ທ່ານນາງກ່າວຢ້ຳຫຼາຍໆຄັ້ງວ່າ “ພວກເຮົາຍັງບໍ່ທັນໄດ້ຕັດສິນໃຈ ໃນການແຈກ ຢາຍເທື່ອ.
ພວກເຮົາຈະມີຂໍ້ມູນດັ່ງກ່າວ ໃຫ້ແກ່ທ່ານໃນບໍ່ຊ້ານີ້. ສິ່ງທີ່ພວກເຮົາ ເຮັດໃນປັດຈຸບັນກໍຄື
ສຶກສາເບິ່ງທຸກໆຂົງເຂດຢູ່ໂລກ ແລະພວກເຮົາກໍຮູ້ດີທີ່ ວ່າມີການແຈກຢາຍຢາວັກຊີນໃນ
ລະດັບທີ່ຕ່ຳຫຼາຍ ຢູ່ໃນທະວີບອາຟຣິກາ.

ບັນດາຜູ້ຊ່ຽວຊານດ້ານການແພດ ຢູ່ທີ່ສະຫະປະຊາຊາດ ຄາດຄະເນວ່າຈາກຈຳ ຢາວັກຊີນ
ທີ່ສັກໄປແລ້ວຢູ່ໃນໂລກ 1 ພັນ 4 ຮ້ອຍລ້ານໂດສ ມີແຕ່ 24 ລ້ານ ໂດສເທົ່ານັ້ນ ໄດ້ໄປເຖິງ
ອາຟຣິກາ ຄືໜ້ອຍກວ່າ 2 ເປີເຊັນ.

ອີກຈຸດນຶ່ງທີ່ທ່ານນາງສະມິດໄດ້ກ່າວເນັ້ນໜັກ ເຖິງແມ່ນວ່າຈີນ ແລະຣັດເຊຍ ຊຶ່ງເປັນຄູ່ປໍ
ລະປັກທີ່ສຳຄັນສຸດຂອງສະຫະລັດ ກຳລັງພາກັນເລັ່ງລັດໃນການບໍ ລິຈາກຢາວັກຊີນຂອງ
ຕົນ ຢູ່ໃນທົ່ວໂລກກໍຈິງ ແຕ່ການເຄື່ອນໄຫວຂອງສະຫະ ລັດນີ້ ບໍ່ແມ່ນກໍລະນີຂອງ “ຢາວັກ
ຊີນການທູດ.” ທ່່ານນາງສະມິດ ໄດ້ເນັ້ນຢໍ້າ ຊໍ້າແລ້ວຊໍ້າອີກວ່າ ສະຫະລັດ ຈະແຈກຢາຍ
ອີງຕາມຄວາມຕ້ອງການທີມີ ແລະ ບໍ່ໄດ້ຊອກສະແຫວງຫາການຕອບແທນໃດໆ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG