ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສຫລ ແລະ ຣັດເຊຍ ຈະເຈລະຈາ ກ່ຽວກັບ ຄວາມປອດໄພ ທາງອາກາດ ຢູ່ເໜືອຊີເຣຍ


ຮູບພາບ ທີ່ນຳອອກເຜີຍແຜ່ ເມື່ອວັນທີ 5 ຕຸລາ ໂດຍກະຊວງ ປ້ອງກັນປະເທດຣັດເຊຍ ທີ່ສະແດງໃຫ້ເຫັນ ເຮືອບິນຣັດເຊຍ ພວມທຳການຖິ້ມລະເບີດ ຢູ່ໃນຊີເຣຍ.
ຮູບພາບ ທີ່ນຳອອກເຜີຍແຜ່ ເມື່ອວັນທີ 5 ຕຸລາ ໂດຍກະຊວງ ປ້ອງກັນປະເທດຣັດເຊຍ ທີ່ສະແດງໃຫ້ເຫັນ ເຮືອບິນຣັດເຊຍ ພວມທຳການຖິ້ມລະເບີດ ຢູ່ໃນຊີເຣຍ.

ຣັດເຊຍ ແລະສະຫະລັດ ມີກຳນົດຈະເລີ້ມການເຈລະຈາກັນຕື່ມ
ແນໃສ່ເພື່ອຫຼີກລ່ຽງບໍ່ໃຫ້ເກີດອຸບັດຕິເຫດຢູ່ເທິງທ້ອງຟ້າຂອງຊີ
ເຣຍໃນຂະນະທີ່ປະເທດທັງສອງ ຕ່າງກໍທຳການໂຈມຕີທາງອາ
ກາດຢູ່ທີ່ນັ້ນ.

ໂຄສົກຂອງທຳນຽບຫ້າແຈ ທ່ານ Peter Cook ກ່າວໃນວັນສຸກ
ວານນີ້ວ່າ ການເຈລະຈາຮອບສອງ ອາດຈະມີຂຶ້ ນພາຍໃນສອງ
ສາມມື້ຂ້າງໜ້ານີ້.

ສະຫະລັດທີ່ຄັດຄ້ານຕໍ່ການໃຫ້ຄວາມສະໜັບສະໜຸນຂອງມົສກູ
ຕໍ່ປະທານາທິບໍດີຊີເຣຍ ທ່ານ Bashar al-Assad ໄດ້ປະຕິເສດ
ກ່ຽວກັບຄວາມເປັນໄປໄດ້ ໃນການທີ່ຈະຮ່ວມມືກັບຣັດເຊຍ ແຕ່ກໍໄດ້ຕົກລົງທີ່ຈະເຮັດວຽກ ກ່ຽວກັບຂັ້ນຕອນໃນດ້ານຄວາມປອດໄພທາງອາກາດ.

ເຮືອບິນຣັດເຊຍໄດ້ບິນລ່ວງລ້ຳເຂົ້າໄປໃນເຂດນ່ານຟ້າຂອງເທີກີເມື່ອຫຼາຍໆມື້ຜ່ານມາ ຊຶ່ງ
ໄດ້ພາໃຫ້ມີການປະທ້ວງ ໃນທັນທີ ໂດຍເທີກີ ແລະການໃຫ້ຄຳໝັ້ນສັນຍາຈາກອົງການເນ
ໂຕ້ວ່າ ຈະປົກປ້ອງປະເທດສະມາຊິກຂອງຕົນ. ເຮືອບິນລົບຂອງຣັດເຊຍລຳນຶ່ງໄດ້ບິນເຂົ້າ ໄປໃກ້ໆ ຫ່າງຈາກເຮືອບິນບໍ່ມີຄົນຂັບຂອງສະຫະລັດ ພຽງບໍ່ເທົ່າໃດກິໂລແມັດ.

ໃນຮອບສັບປະດາຜ່ານມານີ້ມົສກູໄດ້ຍິງລູກສອນໄຟນຳວິຖີຈາກກຳປັ່ນລົບຢູ່ທະເລແຄັສ ປ່ຽນ ໄປໃສ່ປະເທດຊີເຣຍ ແລະສະຫະລັດ ກ່າວວ່າ ລູກສອນໄຟດັ່ງກ່າວ 4 ລູກ ໄດ້ອອກ ຈາກເສັ້ນທາງແລະໄດ້ຕົກໃສ່ປະເທດອີຣ່ານ. ມົສກູປະຕິເສດວ່າບໍ່ມີລູກສອນໄຟຂອງຕົນ ໄດ້ອອກຈາກເສັ້ນທາງທີ່ເປັນເປົ້າໝາຍ.

ການເຈລະຈາດັ່ງກ່າວນີ້ ມີທ່າທາງວ່າ ຈະເວົ້າເຖິງເລື້ອງເຮືອບິນລົບຂອງສະຫະລັດ ແລະ ຣັດເຊຍຄວນຢູ່ຫ່າງກັນຫຼາຍປານໃດ ແລະຄວນຈະໃຊ້ພາສາໃດເພື່ອຕິດຕໍ່ກັນ.

ຂ່າວກ່ຽວກັບການເຈລະຈານີ້ ມີຂຶ້ນໃນຂະນະທີ່ສະຫະລັດ ປະກາດໃນເຊົ້າວັນສຸກວານນີ້ ກ່ຽວກັບການປ່ຽນແປງໃນໂຄງການ 500 ລ້ານໂດລາ ພາຍໃຕ້ການນຳ ຂອງທຳນຽບຫ້າ
ແຈເພື່ອຝຶກແອບແລະຕິດອາວຸດໃຫ້ແກ່ພວກຕໍ່ຕ້ານລັດຖະບານ ຊີເຣຍເພື່ອຕໍ່ສູ້ກັບພວກ ຫົວຮຸນແຮງລັດອິສລາມ.

ການປະຕິບັດງານດັ່ງກ່າວຈະມີການປ່ຽນແປງ ໃນການຄັດເລືອກເອົາອັນທີ່ເອີ້ນວ່າ ພວກ
ຕໍ່ຕ້ານລັດຖະບານທີ່ນິຍົມແນວທາງປານກາງແລະຝຶກແອບພວກເຂົາຢູ່ທີ່ ປະເທດຈໍແດັນ ຊາອຸດີ ອາຣາເບຍ ກາຕ້າ ແລະສະຫະລັດອາຣັບເອເມີເຣັສ.

Russia’s Syrian Escalation Tests Obama’s Crisis Response
please wait

No media source currently available

0:00 0:03:00 0:00

XS
SM
MD
LG