ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະລັດ ຈະຈັດໃຫ້ພວກກະບົດຮູຕິ ຂອງເຢເມນ ເປັນອົງການກໍ່ການຮ້າຍ


ທະຫານຂອງກຸ່ມຮູຕິ ຂີ່ລົດກະບະໄປ ຫລັງຈາກໄປໂຮມຊຸມນຸມກັນ ຢູ່ນະຄອນ Sanaa ຂອງເຢເມນ, ວັນທີ 19 ກຸມພາ 2020.
ທະຫານຂອງກຸ່ມຮູຕິ ຂີ່ລົດກະບະໄປ ຫລັງຈາກໄປໂຮມຊຸມນຸມກັນ ຢູ່ນະຄອນ Sanaa ຂອງເຢເມນ, ວັນທີ 19 ກຸມພາ 2020.

ລັດຖະມົນຕີຕ່າງປະເທດສະຫະລັດ ທ່ານ ໄມຄ໌ ພອມພຽວ ກ່າວວ່າ ທ່ານມີແຜນ ທີ່ຈະຈັດໃຫ້ພວກກະບົດຮູຕິ ຂອງເຢເມນ ໃຫ້ເປັນອົງການກໍ່ການຮ້າຍ.

ການເຄື່ອນໄຫວດັ່ງກ່າວຄາດວ່າ ຈະເປັນການກະທຳອັນນຶ່ງທີ່ອາດເປັນໄປໄດ້ຂອງກະຊວງການຕ່າງປະເທດ ໃນໄລຍະເວລາທີ່ການເຮັດວຽກ ຂອງຄະນະລັດຖະບານຂອງທຣໍາໃກ້ຈະສິ້ນສຸດລົງ ທ່າມກາງຄວາມກົດດັນເພີ່ມຂຶ້ນຕໍ່ອີຣານນີ້. ການຈັດປະເພດດັ່ງກ່າວ ຈະມີຜົນບັງຄັບໃຊ້ໃນວັນທີ 19 ມັງກອນນີ້.

ໃນຖະແຫຼງການສະບັບນຶ່ງ ທີ່ອອກມາໃນວັນອາທິດວານນີ້, ທ່ານພອມພຽວກ່າວວ່າ ການຈັດໃຫ້ພວກຮູຕິທີ່ໄດ້ຮັບການໜູນຫລັງຈາກອີຣ່ານ ແລະຜູ້ນຳສາມຄົນຂອງກຸ່ມ ແບບນັ້ນ ແມ່ນເພື່ອໃຫ້ພວກເຂົາເຈົ້າ ຮັບຜິດຊອບຕໍ່ການກະທຳເຊັ່ນ "ການໂຈມຕີຂ້າມຊາຍແດນທີ່ເປັນໄພຂົ່ມຂູ່ຕໍ່ພົນລະເຮືອນ, ພື້ນຖານໂຄງລ່າງ ແລະການຂົນສົ່ງທາງການຄ້າ."

ທ່ານ ພອມພຽວ ຍັງກ່າວອີກວ່າ ເຈດຈໍານົງແມ່ນເພື່ອຊ່ວຍເຮັດໃຫ້ຄວາມພະ ຍາຍາໃນການຍຸຕິການຂັດແຍ້ງກັນຢູ່ໃນເຢເມນທີ່ເລີ່ມຕົ້ນຂຶ້ນໃນທ້າຍປີ 2014 ຊຶ່ງໃນນັ້ນ ພວກກະບົດຮູຕິໄດ້ຍຶດເອົານະຄອນຫຼວງຂອງເຢເມນແລະຂະຫຍາຍ ຕົວອອກໄປໃນຕົ້ນປີ 2015 ໂດຍມີການເລີ່ມຕົ້ນ ຂອງການປຸກລະດົມຂອງກໍາລັງປະສົມທີ່ນຳໂດຍຊາອຸດີ ເພື່ອຂັບໄລ່ພວກກະບົດ ແລະເຮັດໃຫ້ລັດຖະບານທີ່ໄດ້ຮັບການຮັບຮູ້ຈາກສາກົນນັ້ນ ກັບຄືນມາໃໝ່.

ຫ້ອງການມະນຸດສະທຳຂອງອົງການສະຫະປະຊາຊາດກ່າວໃນບົດລາຍງານໃນເດືອນທັນວາຜ່ານມາວ່າ ມີຜູ້ເສຍຊີວິດປະມານ 233,000 ຄົນ, ໃນນັ້ນລວມມີ 131,000 ເສຍຊີວິດຍ້ອນສາເຫດທາງອ້ອມເຊັ່ນ ການຂາດເຂີນອາຫານ ແລະການບໍລິການສຸຂະພາບ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG