ສະຫະລັດມີກຳນົດທີ່ຈະປະກາດວ່າ ຈີນເປັນປະເທດນຶ່ງຮວມຢູ່ໃນບັນດາປະເທດທີ່
ກະລະເມີດຮ້າຍແຮງສຸດ ໃນໂລກ ກ່ຽວກັບການຄ້າມະນຸດ ແລະການບັງຄັບໃຊ້ແຮງ
ງານ ໂດຍຈະຖືກຈັດເຂົ້າໄວ້ກັບບັນດາປະເທດຕ່າງໆທີ່ສະຫະລັດໄດ້ຕ້ອງຕິມາເປັນ
ເວລາດົນນານແລ້ວ ຄືດັ່ງອີຣ່ານ ເກົາຫລີເໜືອ ແລະຊີເຣຍ.
ການລະບຸຊື່ດັ່ງກ່າວ ຄາດວ່າຈະປະກາດຢ່າງເປັນທາງການໂດຍລັດຖະມົນຕີ ການ
ຕ່າງປະເທດສະຫະລັດ ທ່ານ Rex Tillerson ໃນວັນອັງຄານມື້ນີ້ ທີ່ອາດຈະສ້າງ
ຄວາມເຄັ່ງຕຶງເພີ່ມຕື່ມ ລະຫວ່າງສະຫະລັດແລະປັກກິ່ງ ໃນເວລາທີ່ປະ ທານາທິບໍດີ
ສະຫະລັດ ທ່ານ ດໍໂນລ ທຣໍາ ໄດ້ຊອກຫາທາງ ຂໍໃຫ້ປະທານປະເທດຈີນ ທ່ານ Xi
Jinping ຊ່ວຍໃນຄວາມພະຍາຍາມເພື່ອຊັກຊວນໃຫ້ເກົາຫຼີ ເໜືອຢຸດເຊົາການພັດ
ທະນາອາວຸດນິວເຄລຍ.”
ກ່ອນການເຄື່ອນດັ່ງກ່າວຈະຖືກປະກາດຢ່າງເປັນທາງການ ທ່ານ Lu Kang ໂຄສົກ
ກະຊວງການຕ່າງປະເທດຈີນ ກ່າວວ່າ ຈີນຂໍຄັດຄ້ານຢ່າງແຂງຂັນຕໍ່ສະຫະລັດ “ທີ່
ກ່າວແບບບໍ່ມີຄວາມຮັບຜິດຊອບ” ແລະຈີນເຕັມໃຈ ທີ່ຈະເສີມຂະ ຫຍາຍການຮ່ວມມື
ໃນການຕໍ່ສູ້ຕ້ານການຄ້າມະນຸດກັບທຸກໆປະເທດ.
ຍັງບໍ່ທັນເປັນທີ່ແຈ້ງຂາວໃນທັນທີເທື່ອວ່າ ແມ່ນຫຍັງທີ່ໄດ້ເຮັດທ່່ານ Tillerson ຫລຸດ
ລະດັບຂອງຈີນລົງ ຢູ່ໃນການຊັ່ງຊາການຄ້າມະນຸດປະຈຳປີຂອງກະຊວງການຕ່າງ
ປະເທດສະຫະລັດ ທີ່ກວມເອົາຫລາຍກວ່າ 180 ປະເທດ. ລາຍງານຂອງປີແລ້ວນີ້
ກ່າວວ່າ ປັກກິ່ງບໍ່ໄດ້ດຳເນີນການຢ່າງພຽງພໍ ເພື່ອຫລຸດຜ່ອນ“ການບັງຄັບໃຊ້ແຮງ
ງານຂອງລັດຖະບານ” ແລະບໍ່ໄດ້ບັນລຸ “ມາດຕະຖານຂັ້ນຕ່ຳສຸດ” ໃນການຕໍ່ສູ້ຕ້ານ
ການຄ້າມະນຸດ ເຖິງແມ່ນວ່າໄດ້ທຳຄວາມກ້າວໜ້າກໍຕາມ.
ຢູ່ໃນບັນຊີຂອງລາຍງານປີ 2017 ຈີນຖືກຈັດຢູ່ໃນກຸ່ມທີ 3 ຂອງການຄ້າມະນຸດ ແລະ
ເປັນຜູ້ກະທຳຜິດໃນການບັງຄັບອອກແຮງງານ ທີ່ຢູ່ໃນລະດັບຕໍ່າສຸດ ອີງຕາມບັນດາ
ເຈົ້າໜ້າທີ່ລື້ງເຄີຍກັບການຈັດອັນດັບ. ລາຍງານປີ 2016 ໄດ້ຈັດໃຫ້ ຈີນຢູ່ໃນກຸ່ມທີ
2 “ໃນບັນຊີປະເທດທີ່ຖືກຕິດຕາມສິ້ງຊອມ” ທີ່ຈະໄດ້ຮັບ ການ ກວດສອບເປັນພິເສດ
ໃນປີແລ້ວນີ້.
ເມື່ອນຶ່ງປີທີ່ຜ່ານມາ ລາຍງານໄດ້ອະທິບາຍວ່າ ຈີນເປັນ “ແຫລ່ງ ຈຸດໝາຍ ແລະປະ
ເທດທາງຜ່ານ” ຂອງການບັງຄັບໃຊ້ແຮງງານ ແລະການຄ້າປະເວນີ. ຄົນທີ່ຍົກຍ້າຍ
ບ່ອນຢູ່ໃນປະເທດຈີນ ໄດ້ຕົກຢູ່ອັນຕະລາຍເປັນການສະເພາະທີ່ລາຍງານກ່າວ ພ້ອມ
ດ້ວຍຄົນຈຳນວນນຶ່ງໄດ້ຖືກບັງຄັບໃຫ້ເຮັດວຽກຢູ່ໃນບັນດາໂຮງງານອຸດສາຫະກຳ
ຕ່າງໆ ແລະບໍ່ຖ່ານຫີນທີ່ລັດຖະບານໃຫ້ຄວາມສົນໃຈເລັກນ້ອຍ. ນອກນັ້ນຍັງກ່າວ
ວ່າພວກຜູ້ຊາຍ ແມ່ຍິງ ແລະເດັກນ້ອຍຈາກປະເທດເອເຊຍຕ່າງໆ ແລະຈາກອາຟຣິ
ກາກຳລັງຖືກສວຍໃຊ້ ໃນຂະນະທີ່ຍິງສາວ ແລະແມ່ຍິງຈາກບັນດາເຂດຊົນນະບົດ
ມັກຈະຖືກເກັບເກນເອົາມາເພື່ອການຄ້າປະເວນີ ຢູ່ໃນເມືອງຕ່າງໆ.
ບັນດາປະເທດທີ່ຢູ່ໃນກຸ່ມທີ 3 ສາມາດຖືກລົງໂທດ ໂດຍຫ້າມບໍ່ໃຫ້ເຂົາເຈົ້າເຂົ້າ ຮ່ວມ
ການແລກປ່ຽນວັດທະນາທຳກັບສະຫະລັດ. ແຕ່ວ່າ ບັນດາປະທານາທິບໍດີສະຫະລັດ
ທີ່ຜ່ານມາ ໄດ້ຍົກເວັ້ນຜູ້ທີ່ກະທຳຄວາມຜິດທີ່ຮ້າຍແຮງສຸດແລະປະທາ ນາທິບໍດີ ທຣໍາ
ກໍອາດຈະເຮັດເຊັ່ນດຽວກັນ.