ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສ​ຫລ ປະ​ກາດ​ວ່າ ການ​ປະ​ຕິ​ບັດ​ຂອງ​ມຽນ​ມາ ​ຕໍ່​ຊົນ​​​ກຸ່ມນ້ອຍ​ໂຣ​ຮິງ​ຢາ 'ເປັນການ​ຂ້າ​​ລ້າງ​ເຊື້ອ​ຊາດ​ເຜົ່າ​ພັນ' ​


ແມ່​ຍິງ​ຊາວໂຣ​ຮິງ​ຢາແລະ​ລູກນັ່ງ​ຝີງ​ໄພ​ຢູ່​ຫາດ​ຊາຍ​ແຫ່ງ​ນຶ່ງ​ຫລັງ​ຈາກ​ເຮືອ​ເຂົາ​ເຈົ້າ​ຄ້າງຢູ່​ເກາະ Idaman ໃນ​ແຂວງ Aceh ຂອງ​ອິນ​ໂດ​ເນ​ເຊຍ, ວັນ​ທີ 4 ມິ​ຖຸ​ນາ, 2021 ພາຍຫລັງທີ່​ໄດ້​ຈາກ​ອອກ​ຈາກ​ຄ້າຍ​ອົບ​ພະ​ຍົບໃນ​ບັງ​ກ​ລາ​ແດ​ສ​ໄປ​ແລ້ວ
ແມ່​ຍິງ​ຊາວໂຣ​ຮິງ​ຢາແລະ​ລູກນັ່ງ​ຝີງ​ໄພ​ຢູ່​ຫາດ​ຊາຍ​ແຫ່ງ​ນຶ່ງ​ຫລັງ​ຈາກ​ເຮືອ​ເຂົາ​ເຈົ້າ​ຄ້າງຢູ່​ເກາະ Idaman ໃນ​ແຂວງ Aceh ຂອງ​ອິນ​ໂດ​ເນ​ເຊຍ, ວັນ​ທີ 4 ມິ​ຖຸ​ນາ, 2021 ພາຍຫລັງທີ່​ໄດ້​ຈາກ​ອອກ​ຈາກ​ຄ້າຍ​ອົບ​ພະ​ຍົບໃນ​ບັງ​ກ​ລາ​ແດ​ສ​ໄປ​ແລ້ວ

ສະຫະລັດລະ​ບຸ​ວ່າທະຫານ​ມຽນມາ ​ໄດ້​ກະທຳ​ການ​ຂ້າລ້າງເຊື້ອ​ຊາດ​ເຜົ່າ​ພັນ ​ແລະ​ອາດຊະຍາ​ກຳ​ຕ້ານມະນຸດ​ຊາດ ​ໃນ​ການ​ເຄື່ອນ​ໄຫວ​ຕໍ່ຕ້ານ​ຊົນກຸ່ມ​ນ້ອຍ​ ​ໂຣຮິງ​ຢາ.

ການ​ປະກາດ​ຢ່າງ​ເປັນ​ທາງ​ການ​ໄດ້​ມີ​ຂຶ້ນ​ໃນ​ວັນ​ຈັນ​ວານ​ນີ້ໂດຍ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະລັດ ທ່ານ​ແອນ​ໂທ​ນີ ບ​ລິງ​ເຄັນ ທີ່​ໄດ້​ອ້າງ​ກໍ​ລະ​ນີ​ຂອງ​ຜູ້​ເຄາະ​ຮ້າຍ​ຊາວ​ໂຣຮິງ​ຢາວ່າ ​ເປັນ​ຕົວຢ່າງອັນກວ້າງ ຂວາງ ​ແລະ​ເປັນ​ຫລັກ​ຖານທີ່​ເປັນລະບົບວ່າທະຫານ​ຂອງ​ມຽນ​ມາ​ທີ່​ນັບຖື​ສາສະໜາ​ພຸດ​ສ່ວນໃຫຍ່ມີເຈດ​ຕະ​ນາທຳລາຍ​ຊາວ​ມຸສລິ​ມ ທີ່​ເປັນ​ຊົນກຸ່ມ​ນ້ອຍນັ້ນ​ເປັນ​ຫລັກ​.

“ນອກ​ເໜືອ​ໄປ​ຈາກ​ການ​ຂ້າ​ລ້າງ​ເຜົ່າ​ພັນ (​ຂອງເຢຍຣະ​ມັນໃນ​ສະ​ໄໝ​ນາ​ຊີ) ແລ້ວ ສະ​ຫະ​ລັດ​ໄດ້​ສະ​ຫຼຸບວ່າ ​ມີ​ການ​ຂ້າ​ລ້າງ​ເຜົ່າ​ພັນ​ຖືກກະ​ທຳ​ເຈັດ​ເທື່ອ. ມື້ນີ້ເປັນເທື່ອ​ທີ 8 ທີ່ຂ້າ​ພະ​ເຈົ້າໄດ້​ລະ​ບຸວ່າ ສະມາຊິກຂອງ ທະຫານມຽນມາໄດ້ກະ ທຳການຂ້າລ້າງເຊື້ອຊາດເຜົ່າພັນ ແລະອາດຊະຍາກຳຕ້ານມະນຸດຊາດຕໍ່ຊາວ ໂຣຮິງຢາ,” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານບ​ລິງ​ເຄັນກ່າວໃນລະຫວ່າງການ​ອອກຄຳປາໄສທີ່ຫໍພິພິທະພັນການ​ຂ້າ​ລາງ​ເຜົ່າ​ພັນ​ຊາວ​ຢີວຫລື Holocaust ໃນສະຫະລັດ.

ກ່ອນ​ທີ່​ທ່ານຈະ​ກ່າວ​ຄຳ​ປາ​ໄສນັ້ນ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ທີ່ເປັນ​ລູກ​ຊາຍ​ຂອງ​ຜູ້​ລອດ​ຊີ​ວິດ ​ຈາກ​ຂະ​ບວນ​ການ​ຂ້າ​ລ້າງ​ເຊື້ອ​ຊາດເຜົ່າ​ພັນ​ຂອງ​ນາ​ຊີ ​ຕໍ່​ຊາວ​ຢິວນັ້ນ ໄດ້​ໄປ​ຢ້ຽມ​ຊົມ​ການ​ວາງ​ສະ​ແດງ​ຢູ່​ຫໍ​ພິ​ພິ​ທະ​ພັນ​ທີ່​ສຸມ​ໃສ່​ຄວາມ​ເສຍ​ຫາຍ​ຂອງ​ຊາວ​ໂຣ​ຮິງ​ຢາ.

ພາບ​ຖ່າຍ​ໃນ​ວັນ​ທີ 7 ກັນ​ຍາ, 2017 ສະ​ແດງ​ໃຫ້​ເຫັນ​ວ່າ​ເຮືອນ​ຊານໃນ​ບ້ານ Gawdu Zara, ລັດ​ຣາ​ໄຄ​ນ໌ໃນ​ມຽນ​ມາ​ຖືກ​ຈູດ​ເຜົາ​ໝົດ
ພາບ​ຖ່າຍ​ໃນ​ວັນ​ທີ 7 ກັນ​ຍາ, 2017 ສະ​ແດງ​ໃຫ້​ເຫັນ​ວ່າ​ເຮືອນ​ຊານໃນ​ບ້ານ Gawdu Zara, ລັດ​ຣາ​ໄຄ​ນ໌ໃນ​ມຽນ​ມາ​ຖືກ​ຈູດ​ເຜົາ​ໝົດ

ຊາວໂຣຮິງຢາ ຫຼາຍກວ່າ 700,000 ຄົນ ໄດ້ຫລົບໜີຈາກມຽນມາ ຊຶ່ງເອີ້ນກັນ ອີກ​ຊື່​ນຶ່ງວ່າ ພະມ້ານັ້ນໄປຢູ່ ສູນອົບພະຍົບ ໃນປະເທດເພື່ອນບ້ານ ບັງກລາແດັສ ຕັ້ງແຕ່ເດືອນສິງຫາ ປີ 2017 ທີ່​ເລີ້ມ​ມີການປະຕິບັດ ງານທາງທະຫານແນ​ໃສ່ຂັບໄລ່ພວກເຂົາເຈົ້າອອກຈາກປະເທດ ຫຼັງຈາກມີການໂຈມຕີຂອງກຸ່ມກະບົດ. ການ​ປຸກລະ​ດົມ​ ແມ່ນ​ກ່ຽວ​ພັນກັບ​ການ​ຄາດ​ຕະ​ກໍາ​, ການ​ຂົ່ມ​ຂືນ​ລວມ​ໝູ່ ແລະ​ການ​ຈູດເຜົາ​ບ້ານ​ເຮືອນ​.

"ໃນຂະນະທີ່ພວກເຮົາວາງພື້ນຖານ ສໍາລັບຄວາມຮັບຜິດຊອບ ໃນອະນາຄົດ, ພວກເຮົາຍັງເຮັດວຽກເພື່ອຍຸ​ຕິຄວາມໂຫດຮ້າຍຢ່າງຕໍ່ເນື່ອງຂອງທະຫານ ແລະສະຫນັບສະຫນູນປະຊາຊົນມຽນມາໃນ​ຂະ​ນະ​ທີ່ພວກ ເຂົາເຈົ້າພະຍາຍາມ ເຮັດໃຫ້ປະເທດກັບຄືນສູ່ເສັ້ນທາງທີ່​ກ້າວ​ໄປ​ຫາປະຊາທິປະໄຕ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ຫົວ​ໜ້ານັກການທູດຂອງສະຫະລັດ.

ທ່ານບ​ລິງ​ເຄັນ ຍັງໄດ້ປະຕິຍານວ່າ "ມັນ​ຈະ​ມີມື້ນຶ່ງ​ທີ່​ເຖິງ​ເວ​ລາພວກຮັບຜິດຊອບຕໍ່ການກະທຳທີ່ໜ້າຢ້ານ ກົວເຫຼົ່ານີ້ ຕ້ອງໄດ້ໃຫ້​ຄຳຕອບແກ່ພວກເຂົາ."

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG