ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ສະ​ຫະ​ລັດ ຈະ​ສືບ​ຕໍ່ ສະ​ໜອງ​ຂໍ້​ມູນ​ສືບ​ລັບ ໃຫ້​ແກ່​ຢູ​ເຄ​ຣນ ຫຼັງ​ຈາກ​ໄດ້​ມີ​ການ​​ສັບ​ຊ້ອນ ​ເຈົ້າ​ໜ້າ​ທີ່ ເມື່ອ​ໄວໆ​ມານີ້


ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເຊ​ເລນ​ສ​ກີ ທີ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ຮ່ວມ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ​ເນ​ເທີ​ແລນ ທ່ານ Mark Rutte (ທີ່​ບໍ່​ເຫັນ​ໃນ​ພາບ) ຢູ​່​ນະ​ຄອນ​ຫຼວງ​ກີ​ຢິບ ເມື່ອ​ວັນ​ທີ 11 ກໍ​ລະ​ກົດ, 2022.
ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເຊ​ເລນ​ສ​ກີ ທີ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ຮ່ວມ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ​ເນ​ເທີ​ແລນ ທ່ານ Mark Rutte (ທີ່​ບໍ່​ເຫັນ​ໃນ​ພາບ) ຢູ​່​ນະ​ຄອນ​ຫຼວງ​ກີ​ຢິບ ເມື່ອ​ວັນ​ທີ 11 ກໍ​ລະ​ກົດ, 2022.

ສະ​ຫະ​ລັດຈະ​ສືບ​ຕໍ່​ສະ​ໜອງ​ຂໍ້​ມູນ​ສື​ບ​ລັບ​ຫຼື​ຂ່າວກອງ​ໃຫ້​ແກ່​ຢູ​ເຄ​ຣນ ຫຼັງ​ຈາກ​ໄດ້​ມີ​ການ​ປ່ຽນ​ແປງ​ດ້ານ​ບຸກ​ຄະ​ລາ​ກອນ​ເມື່ອ​ໄວໆ​ມານີ້ ຢູ່ໃນ​ວົງ​ໃນ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເຊ​ເລນ​ສ​ກີ ນັ້ນ​ຄື​ຄຳ​ເວົ້າ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ຣອຍ​ເຕີ້.

ທ່ານ​ເຊ​ເລນ​ສ​ກີ​ໄດ້​ສັ່ງ​ໂຈະ​ການ​ປະ​ຕິ​ບັດ​ໜ້າ​ທີ່ເພື່ອນ​ຄົນ​ນຶ່ງ​ຂອງ​ທ່ານ​ໃນ​ສະ​ໄໝ​ທີ່​ຍັງ​ເປັນ​ເດັກ ທີ່​ກຳ​ຕຳ​ແໜ່ງ​ຫົວ​ໜ້າ​ອົງ​ການ​ຄຸ້​ມ​ຄອງ​ຄວາມ​ປອດ​ໄພ​ຂອງ​ຢູ​ເຄ​ຣນ ແລະ​ພັນ​ທະ​ມິດ​ທີ່​ໃກ້​ຊິດ​ອີກ​ຄົນ​ນຶ່ງ ທີ່​ເປັນ​ອະ​ທິ​ໄອ​ຍະ​ການ ໃນ​ການ​ປັບ​ປ່ຽນ​ພາຍ​ໃນ ​ຄັ້ງ​ໃຫຍ່​ທີ່​ສຸດ ໃນ​ລະ​ຫວ່າງ​ທີ່​ເກີດ​ສົງ​ຄາມ ​ຂອງ​ກີ​ຢິບ ໂດຍ​ມີ​ການ​ອ້າງ​ຄວາມ​ລົ້ມ​ແຫຼວ​ຂອງ​ບຸກ​ຄົນ​ທັງ​ສອງ ເພື່ອ​ກຳ​ຈັດ​ສາຍລັບຂອງ​ຣັດ​ເຊຍ.

ທ່ານ​ເຊ​ເລນ​ສ​ກີ​ຮັບ​ຮູ້​ວ່າ ພັນ​ທະ​ມິດ​ທັງ​ສອງ​ຂອງ​ທ່ານ ຫົວ​ໜ້າ​ອົງ​ການ​ຄຸ້ມ​ຄອງ​ຄວາມ​ປອດ​ໄພ SBU ທ່ານ​ໄອ​ແວນ ບາກາ​ນັອບ (Ivan Bakanov) ແລະ​ອະ​ທິ​ໄອ​ຍະ​ການ ອີ​ຣີ​ນາ ເວ​ເນ​ດິກ​ໂຕວາ (Iryna Venediktova) ບໍ່​ສາ​ມາດ​ລະ​ບຸ​ໂຕ​ພວກ​ “ຄົນ​ຂາຍ​ຊາດ” ຢູ່​ພາຍ​ໃນ​ອົງ​ການ​ຕ່າງໆ​ໄດ້.

ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່​ານ​ເນດ ໄພ​ຣ​ສ໌ ກ່າວ​ໃນ​ການ​ຖະ​ແຫຼງ​ຂ່າວ​ວ່າ “ພວກ​ເຮົາ​ໄດ້​ມີ​ການ​ຕິດ​ຕໍ່​ທຸກໆ​ມື້ ກັບ​ພາ​ຄີ​ຝ່າຍ​ຢູ​ເຄ​ຣນ​ຂອງ​ພວກ​ເຮົາ…ພວກ​ເຮົາ​ໄດ້​ລົງ​ທຶນ​ບໍ່​ແມ່ນ​ໃນ​ດ້ານ​ສ່ວນ​ບຸກ​ຄົນ ພວກ​ເຮົາ​ລົງ​ທຶນ​ໃນ​ສະ​ຖາ​ບັນ.”

ທ່ານ​ກ່າວ​ຕື່ມ​ວ່າ “ພວກ​ເຮົາ​ມີ​ຄວາມ​ສຳ​ພັນ​ໃນ​ການ​ແບ່ງ​ປັນ​ຂໍ້​ມູນ​ສືບ​ລັບ​ກັບ​ຄູ່​ຕຳ​ແໜ່ງ​ຝ່າຍ​ຢູ​ເຄ​ຣນ​ຂອງ​ພວກ​ເຮົາ…ພວກ​ເຮົາ​ຈະ​ສືບ​ຕໍ່​ດຳ​ເນີນ​ການ​ຕໍ່​ໄປ​ໃນ​ເລື້ອງນັ້ນ.”

ມີ​ເຈົ້າ​ໜ້າ​ທີ່​ຫຼາຍກວ່າ 60 ຄົນ​ຈາກ​ອົງ​ການ​ຄຸ້ມ​ຄອງ​ຄວາມ​ປອດ​ໄພ SBU ຂອງ​ທ່ານບາ​ກາ​ນັອບ ແລະຫ້ອງ​ການ​ອະ​ທິ​ໄອ​ຍະ​ການ ທີ່​ເຮັດ​ວຽກ​ຕໍ່​ຕ້ານ​ຢູ​ເຄ​ຣນ ໃນ​ເຂດ​ຢຶດ​ຄອງ​ຂອງ​ຣັດ​ເຊຍ ແລະ​ມີ​ການເປີດ​ການ​ດຳ​ເນີນ​ຄະ​ດີ​ຂາຍ​ຊາດ​ແລະ​ໃຫ້​ການ​ຮ່ວມ​ມື​ກັບ​ສັດ​ຕູ 651 ຄະ​ດີ​ຕໍ່​ພວກ​ເຈົ້າ​ໜ້າ​ທີ່​ປະ​ຕິ​ບັດ​ກົດ​ໝາຍ ອີງ​ຕາມ​ການ​ເປີດ​ເຜີຍ​ຂອງ​ທ່ານ​ເຊ​ເລນ​ສ​ກີ.

ທ່ານ​ເຊ​ເລນ​ສ​ກີ ໄດ້​ຮັບ​ການ​ຍົກ​ຍ້ອງ​ໃນ​ເວ​ທີ​ໂລກວ່າ ເປັນ​ຜູ້​ນຳ​ໃນ​ຍາມ​ສົງ​ຄາມ​ທີ່​ເດັດ​ຂາດນັ້ນ ເຄີຍ​ຖືກ​ໂຈມ​ຕີ​ມາ​ກ່ອນ​ທີ່​ມີ​ການ​ຮຸກ​ຮານ ໂດຍ​ຖືກ​ກ່າວ​ຫາ​ວ່າ ໄດ້​ແຕ່ງ​ຕັ້ງ​ໝູ່​ເພື່ອນ​ແລະ​ບຸກ​ຄົນ​ພາຍນອກ ໃຫ້​ເຂົ້າ​ມາ​ກຳ​ຕຳ​ແໜ່ງ​ທີ່​ພວກ​ເຂົາ​ເຈົ້າ​ບໍ່​ມີ​ຄວາມ​ຮູ້​ທີ່​ເລິກ​ແລບ​ພໍ​.

ທ່ານ​ບາ​ກາ​ນັອບ ຊຶ່ງ​ເປັນ​ໝູ່​ເພື່ອ​ນ​ໃນ​ສະ​ໄໝ​ທີ່​ຍັງ​ເປັນ​ເດັກ​ນ້ອຍ​ຈາກ​ພາກ​ໃຕ້​ຢູ​ເຄ​ຣນ ໄດ້​ຊ່ວຍ​ເປັນ​ຜູ້​ບໍ​ລິ​ຫານ​ງານ​ສື່ມວນ​ຊົນ​ທຸ​ລະ​ກິດ​ໃຫ້​ທ່ານ​ເຊ​ເລນ​ສ​ກີ​ໃນ​ລະ​ຫວ່າງ​ທີ່​ທ່ານ​ມີ​ອາ​ຊີບ​ທາງ​ໂທ​ລະ​ພາບ. ຫຼັງ​ຈາກນັ້ນ​ທ່ານ​ກໍ​ໄດ້​ນຳ​ພາ​ການ​ໂຄ​ສະ​ນາ​ຫາ​ສຽງ ຊຶ່ງ​ທ່ານ​ເຊ​ເລນ​ສ​ກີ​ໄດ້​ຖືກ​ຮັບ​ເລືອກ​ດ້ວຍ​ຄະ​ແນນ​ສຽງ​ຖ້ວມ​ລົ້ນ.

ສ່ວນ​ທ່ານ​ນາງ​ເວ​ເນ​ດິກ​ໂຕວາ ເປັນ​ນັກ​ກົດ​ໝາຍ​ທີ່​ໄດ້​ເດີນ​ທາງ​ໄປ​ຮ່ວມ​ການ​ຫາ​ລື​ທີ່​ນະ​ຄອນ​ເຮກ​ເມື່​ອ​ອາ​ທິດ​ແລ້ວ ໃນ​ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ຂອງ​ສາ​ກົນ​ທີ່​ຈະ​ດຳ​ເນີນ​ຄະ​ດີ​ອາ​ຊະ​ຍາ​ກຳ​ສົງ​ຄາມ​ຂອງ​ຣັດ​ເຊຍ​ຢູ່​ໃນ​ຢູ​ເຄ​ຣນ ໄດ້​ແນະ​ນຳ​ໃຫ້​ທ່ານ​ເຊ​ເລນ​ສ​ກີ​ກ່ຽວ​ກັບ​ການ​ປະ​ຕິ​ຮູບ​ລະ​ບົບ​ຍຸ​ຕິ​ທຳ ນັບ​ແຕ່​ທ່ານ​ໄດ້​ກ້າວ​ເຂົ້າ​ສູ່​ວົງ​ການ​ການ​ເມືອງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG