ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາຜູ້ນຳ ໃນອາຣັບ ເຕືອນວ່າ ບໍ່ໃຫ້ຮັບຮູ້ ເຈຣູເຊແລັມ ເປັນນະຄອນຫຼວງ ຂອງ ອິສຣາແອລ


ປະທານາທິບໍດີ ດໍໂນລ ທຣຳ ພົບປະກັບ ປະທານາທິບໍດີ ຂອງປາແລັສໄຕນ໌ ທ່ານ ມາມູດ ອັບບັສ ຢູ່ທີ່ໂຮງແຮມ ປາເລັສ ໃນລະຫວ່າງ ກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ໃນນະຄອນນິວຢອກ, ວັນທີ 20 ກັນຍາ 2017.
ປະທານາທິບໍດີ ດໍໂນລ ທຣຳ ພົບປະກັບ ປະທານາທິບໍດີ ຂອງປາແລັສໄຕນ໌ ທ່ານ ມາມູດ ອັບບັສ ຢູ່ທີ່ໂຮງແຮມ ປາເລັສ ໃນລະຫວ່າງ ກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ໃນນະຄອນນິວຢອກ, ວັນທີ 20 ກັນຍາ 2017.

ລັດຖະມົນຕີ ການຕ່າງປະເທດຂອງຈໍແດັນ ທ່ານ ໄອແມນ ຊາຟາດີ ກ່າວວ່າ ທ່ານໄດ້
ບອກ ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແຣັກສ໌ ທິລເລີສັນ ກ່ຽວກັບ
“ອັນຕະລາຍທີ່ຈະຕິດຕາມມາ” ຖ້າຫາກ ສະຫະລັດ ຍອມຮັບຮູ້ ວ່າ ເຈຣູເຊແລັມ
ເປັນນະຄອນຫຼວງຂອງ ອິສຣາແອລ.

ທ່ານ ຊາຟາດີ ໄດ້ຂຽນລົງທະວິດເຕີ້ ວ່າ “ການຕັດສິນໃຈເຊັ່ນນັ້ນ ຈະກໍ່ໃຫ້ເກີດ
ຄວາມໂກດແຄ້ນ ຂອງຊາວອາຣັບ ມຸສລິມ ໃນທົ່ວໂລກ ທີ່ເປັນເຊື້ອໄຟ ສຳລັບ
ຄວາມເຄັ່ງຕຶງ ແລະ ເປັນໄພອັນຕະລາຍ ຕໍ່ຄວາມພະຍາຍາມສ້າງສັນຕິພາບ.”

ມີການຄາດໝາຍວ່າ ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ຈະທຳການ
ປະກາດ ໃນສັບປະດານີ້ ກ່ຽວກັບເລື່ອງ ນະໂຍບາຍຂອງລັດຖະບານທ່ານ ຕໍ່ເລື່ອງ
ຂອງ ເຈຣູເຊແລັມ.

ສ່ວນທ່ານ ຈາເຣດ ຂຸຊເນີ້ ຜູ້ເປັນລູກເຂີຍ ແລະ ຜູ້ຊ່ວຍອາວຸໂສ ຂອງທ່ານທຣຳ ໄດ້
ກ່າວຢູ່ທີ່ງານແຫ່ງນຶ່ງ ໃນວັນອາທິດວານນີ້ ວ່າ ປະທານາທິບໍດີ ຍັງບໍ່ໄດ້ຕັດສິນໃຈ
ເທື່ອ.

ທ່ານ ຂຸຊເນີ້ ເວົ້າວ່າ “ທ່ານ ຍັງຈະເບິ່ງ ຄວາມແທ້ຈິງ ທີ່ແຕກຕ່າງກັນຫຼາຍຢ່າງ ຢູ່.”

ບັນດາເຈົ້າໜ້າທີ່ ສະຫະລັດ ໄດ້ກ່າວໃນສັບປະດານີ້ ວ່າ ຄາດກັນວ່າ ທ່ານທຣຳ
ຈະຍອມຮັບຮູ້ວ່າ ເຈຣູເຊແລັມ ເປັນນະຄອນຫຼວງຂອງ ອິສຣາແອລ ແຕ່ທ່ານໄດ້
ໂຈະການຕັດສິນໃຈ ທີ່ຈະຍ້າຍສະຖານທູດສະຫະລັດ ໄປແຫ່ງນັ້ນ ຈາກສະຖານທີ່
ໃນປັດຈຸບັນ ຊຶ່ງຕັ້ງຢູ່ໃນ ນະຄອນ ແທລ ລາວີຟ.

ອິສຣາແອລ ໄດ້ຍຶດເອົາການຄວບຄຸມ ນະຄອນເຈຣູເຊແລັມ ໃນສົງຄາມຫົກວັນ ເມື່ອ
ປີ 1967 ແລະ ລຸນຫລັງຈາກນັ້ນ ໄດ້ບຽດຍຶດເອົາເຂດຕາເວັນອອກຂອງເຈຣູເຊແລັມ
ອັນເປັນການເຄື່ອນໄຫວ ທີ່ບໍ່ເຄີຍຖືກຍອມຮັບຮູ້ ໂດຍປະຊາຄົມໂລກ. ພວກຊາວ
ປາແລັສໄຕນ໌ ຢາກໃຫ້ ເຂດຕາເວັນອອກຂອງເຈຣູເຊແລັມ ເປັນນະຄອນຫຼວງຂອງ
ປະເທດຂອງຕົນ ໃນອະນາຄົດ ໃນຂະນະດຽວກັນ ອິສຣາແອລ ກໍໄດ້ຕອບໂຕ້ວ່າ
ເມືອງທັງໝົດ ແມ່ນແຍກອອກເປັນນະຄອນຫຼວງ ບໍ່ໄດ້.

ປະທານາທິບໍດີ ມາມູດ ອາບັດສ໌ ໄດ້ເຕືອນໃນວັນອທິດວານນີ້ ວ່າ ບໍ່ວ່າຈະເປັນການ
ຍົກຍ້າຍສະຖານທູດ ຫຼື ຍອມຮັບຮູ້ ເຈຣູເຊແລັມ ເປັນນະຄອນຫຼວງ ຂອງອິສຣາແອລ
ຫຼືບໍ່ກໍຕາມ ມັນຈະເປັນໄພຂົ່ມຂູ່ຕໍ່ຂະບວນການສັນຕິພາບ ໃນຕາເວັນອອກກາງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG