ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ສຫລ ເຕືອນຈີນ ກ່ຽວກັບຜົນ ທີ່ຈະຕິດຕາມມາ ໃນການກະກຽມອາວຸດ ຢູ່ທະເລຈີນໃຕ້


ກຳປັ່ນຂຸດດິນຂອງຈີນ ຢູ່ທີ່ເກາະແຟຣີ ຄຣອສ ໃນໝູ່ເກາະ ສະແປຣັດລີ ຢູ່ທະເລຈີນໃຕ້.
ກຳປັ່ນຂຸດດິນຂອງຈີນ ຢູ່ທີ່ເກາະແຟຣີ ຄຣອສ ໃນໝູ່ເກາະ ສະແປຣັດລີ ຢູ່ທະເລຈີນໃຕ້.

ສະຫະລັດເຕືອນຈີນເຖິງຜົນທີ່ຈະຕິດຕາມມາ ກ່ຽວກັບການກະກຽມທາງທະຫານຂອງ
ຈີນຢູ່ໃນທະເລຈີນໃຕ້ ທ່າມກາງທີ່ມີລາຍງານວວ່າ ມີການສົ່ງອາວຸດຊະນິດໃໝ່ ໄປປະ ຈຳການຢູ່ທີ່ນັ້ນ.

ລັດຖະບານຂອງປະທານາທິບໍດີ ດໍໂນລ ທຣຳ ຍັງໄດ້ເພີ້ມໄລຍະແລະຄວາມຖີ່ໃນການ
ລາດຕະເວນ ໃນເຂດນ່ານນ້ຳ ທີ່ມີການຂັດແຍ້ງ ເພື່ອທ້າທາຍຕໍ່ອັນທີ່ຕົນເອີ້ນວ່າ ການ
ອ້າງເອົາກຳມະສິດທາງທະເລ ທີ່ກວ້າງຂວາງຈົນເກີນໄປ ໂດຍປະເທດຕ່າງໆ ພາຍໃຕ້
ນະໂຍບາຍ ຕໍ່ເຂດເອເຊຍຂອງຕົນ ທີ່ເອີ້ນວ່າ “ຍຸດທະສາດທີ່ເສລີແລະເປີດກວ້າງເຂດ
ອິນໂດ-ປາຊີຟິກ.”

ກຳປັ່ນບັນທຸກເຮືອບິນ ຫລຽວໜິງ ຂອງຈີນ ເຂົ້າຮ່ວມ ການຊ້ອມລົບ ໃນເຂດມະຫາສະໝຸດ ປາຊີຟິກ ຕາເວັນຕົກ. (ວັນທີ 18 ເມສາ 2018)
ກຳປັ່ນບັນທຸກເຮືອບິນ ຫລຽວໜິງ ຂອງຈີນ ເຂົ້າຮ່ວມ ການຊ້ອມລົບ ໃນເຂດມະຫາສະໝຸດ ປາຊີຟິກ ຕາເວັນຕົກ. (ວັນທີ 18 ເມສາ 2018)

ທ່ານນາງຊາຣາ ຮັກກາບີ ແຊນເດີຣ໌ສ ໂຄສົກຂອງທຳນຽບຂາວ ກ່າວໃນວັນພະຫັດຜ່ານ
ມາໃນການຕອບຄຳຖາມຂອງວີໂອເອວ່າ “ພວກເຮົາໄດ້ສະແດງຄວາມເປັນຫ່ວງໂດຍກົງ
ຕໍ່ຈີນ ກ່ຽວກັບເລື້ອງນີ້ ແລະກໍຈະມີຜົນທີ່ຕິດຕາມມາ ທັງໃນໄລຍະສັ້ນແລະໄລຍະຍາວ.”

ການໃຫ້ຄວາມເຫັນຂອງທ່ານນາງ ມີຂຶ້ນທ່າມກາງທີ່ມີລາຍງານວ່າຈີນໄດ້ສົ່ງລູກສອນໄຟ
ນຳວິຖີຕໍ່ຕ້ານກຳປັ່ນ ແລະລູກສອນໄຟຍິງຈາກພາກພື້ນດິນຫາອາກາດ ໄປຍັງໝູ່ເກາະສະ ແປຣັດລີ ໃນທະເລຈີນໃຕ້.

ຜູ້ຄວບຄຸມ ການຈາລະຈອນ ທາງອາກາດ ໃຫ້ສັນຍານ ແກ່ເຮືອບິນລົງຈອດ ຢູ່ກຳປັ່ນ ທີໂອດໍ ຊຶ່ງກຳລັງປະຕິບັດງານ ຢູ່ທະເລຈີນໃຕ້. (ວັນທີ 10 ເມສາ 2018)
ຜູ້ຄວບຄຸມ ການຈາລະຈອນ ທາງອາກາດ ໃຫ້ສັນຍານ ແກ່ເຮືອບິນລົງຈອດ ຢູ່ກຳປັ່ນ ທີໂອດໍ ຊຶ່ງກຳລັງປະຕິບັດງານ ຢູ່ທະເລຈີນໃຕ້. (ວັນທີ 10 ເມສາ 2018)

ໃນວັນສຸກວານນີ້ ໂຄສົກກະຊວງການຕ່າງປະເທດຈີນ ທ່ານນາງຫົວ ຈຸນຢິ້ງ ໄດ້ປະຕິ
ເສດວ່າ ການຕິດຕັ້ງອາວຸດດັ່ງກ່າວ ບໍ່ມີຫຍັງກ່ຽວຂ້ອງກັບການກະກຽມທາງທະຫານ.

ທ່ານນາງ ຫົວ ຈິນຢິ້ງ ກ່າວໃນລະຫວ່າງ ການຖະແຫຼງຂ່າວວ່າ “ກິດຈະກຳ ສ້າງສັນຕິ
ພາບຂອງຈີນ ທີ່ໝູ່ເກາະສະແປຣັດລີ ຊຶ່ງເປັນດິນແດນຂອງຈີນທີ່ຮວມທັງການຕິດຕັ້ງ
ອາວຸດສຳລັບປ້ອງກັນປະເທດແມ່ນມີຄວາມຈຳເປັນໃນການປົກປ້ອງອະທິປະໄຕແລະ
ຄວາມໝັ້ນຄົງຂອງຈີນ ຕະຫຼອດທັງສິດທິໃນຊັບພະຍາກອນທຳມະຊາດໂດຍປະເທດ ທີ່ມີອະທິປະໄຕຢ່າງຄົບຖ້ວນ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG