ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສຫລ ​ຈະ​ຍົກ​ເລີກ ​ໜີ້ເງິນ​ກູ້ ​ຈຳ​ນວນ 6 ຕື້​ໂດ​ລາ ຂອງນ​ັກ​ຮຽນ​ 2 ແສນຄົນ ທີ່ກ່າວອ້າງ​ວ່າ ​ເຂົາ​ເຈົ້າ​ຖືກ​ສໍ້​ໂກງ​ ​ຈາກ​ມະຫາວິທະຍາ​ໄລ


(ພາບ​ໃນ​ແຟ​ມ) ນັກ​ສຶກ​ສາ​ທີ່ເສັງ​ຈົບວິ​ຊາ​ຕ່າງໆ ພາ​ກັນ​ຢືນ​ລຽນ​ແຖວກ່ອນການ​ເປີດ​ພິ​ທີຮັບ​ໃບ​ປະ​ກາດ​ສະ​ນີ​ຍະ ​ບັດ​ຈາກວິ​ທະ​ຍາ​ໄລ​ຊຸມ​ຊົນ ຫລື Community College ທີ່​ສະ​ໜາມ​ກິ​ລາ MetLife ໃນ​ເມືອງ Rutherford ທາງຕາ​ເວັນ​ອອກຂອງ​ລັດ New Jersey, ວັນ​ທີ 17 ພຶດ​ສະ​ພາ, 2018.
(ພາບ​ໃນ​ແຟ​ມ) ນັກ​ສຶກ​ສາ​ທີ່ເສັງ​ຈົບວິ​ຊາ​ຕ່າງໆ ພາ​ກັນ​ຢືນ​ລຽນ​ແຖວກ່ອນການ​ເປີດ​ພິ​ທີຮັບ​ໃບ​ປະ​ກາດ​ສະ​ນີ​ຍະ ​ບັດ​ຈາກວິ​ທະ​ຍາ​ໄລ​ຊຸມ​ຊົນ ຫລື Community College ທີ່​ສະ​ໜາມ​ກິ​ລາ MetLife ໃນ​ເມືອງ Rutherford ທາງຕາ​ເວັນ​ອອກຂອງ​ລັດ New Jersey, ວັນ​ທີ 17 ພຶດ​ສະ​ພາ, 2018.

ສະຫະລັດ​ຈະ​ຍົກ​ເລີກ​ເງິນ​ກູ້​ຢືມຂອງນັກຮຽນ 6 ຕື້​ໂດ​ລາ ​ໃຫ້​ແກ່​ຜູ້​ກູ້​ຢືມ​ເງິນ 200,000 ຄົນ ​ທີ່​ອ້າງ​ວ່າ ​ເຂົາ​ເຈົ້າ​ຖືກ​ສໍ້​ໂກງ​ຈາກ​ມະຫາວິທະຍາ​ໄລ​ຂອງ​ເຂົາ​ເຈົ້າ, ອີງ​ຕາມຄະ​ນະລັດ​ຖະ​ບານຂອງ​ປະທານາທິບໍດີໂຈ ໄບ​ເດັນ ຊຶ່ງ​ບົວ​ສະ​ຫະ​ວັນ ມີ​ລາຍລະ​ອຽດ​ມາ​ສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

​ຂໍ້​ຕົກ​ລົງ​ກັນ ກ່ຽວ​ກັບການເຫັນ​ພ້ອມ​ນຳ​ກັນລະຫວ່າງຜູ້ກູ້ຢືມເງິນ ກັບກະຊວງ ສຶກສາສະຫະລັດໄດ້ຍື່ນຕໍ່ສານປະ​ຈຳ​ເຂດຂອງສະຫະລັດໃນເຂດພາກເຫນືອ ຂອງລັດຄາລິຟໍເນຍໃນວັນພຸດ​ອາ​ທິດ​ກ່ອນ ແລະຕ້ອງໄດ້ຮັບການອະນຸມັດຈາກ ຜູ້ພິພາກສາຂອງລັດຖະບານກາງ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ​ຣອຍ​ເຕີ້.

ການຍົກເລີກໜີ້ສິນຂອງນັກສຶກສາ ໄດ້ກາຍເປັນບູລິມະສິດຂອງບັນດາຜູ້​ມີ​ຫົວ ເສລີນິຍົມຫຼາຍຄົນ ແລະເປັນ​ເລື້ອງ​ນຶ່ງ ທີ່​ອາດສາມາດເຮັດ​ໃຫ້ໄດ້​ຮັ​ບຄວາມນິ ຍົມຂອງຜູ້ລົງຄະແນນສຽງທີ່ໜຸ່ມກວ່າ ແລະມີການສຶກສາສູງ ທີ່ອຽງ​ໄປ​ຫາພັກ ເດ​ໂມ​ແຄ​ຣັດນັ້ນເພີ້ມ​ຂຶ້ນ ກ່ອນການເລືອກຕັ້ງລັດຖະສະພາກາງສະໄໝໃນ ເດືອນພະຈິກນີ້.

ຊາວອາເມ​ຣິ​ກັນປະມານ 43 ລ້ານຄົນ ມີຫນີ້ສິນຕໍ່ລັດຖະບານກາງ ສຳ​ລັບ ເງິນເພື່ອໃຊ້​ໃນ​ການສຶກສາ, ອີງຕາມເວັບ​ໄຊ​ທ໌ educationdata.org.

ເງິນກູ້ຂອງຜູ້ກູ້ຢືມເຫຼົ່ານັ້ນຈະຖືກລົບລ້າງໃຫ້​ໝົດເລີຍ, ແລະຈຳ​ນວນເງິນໃດໆ ທີ່ພວກເຂົາໄດ້ຈ່າຍ​ໄປ​ແລ້ວ ກໍ​ຈະຖືກສົ່ງຄືນ, ອີງຕາມເອ​ກະ​ສານການ​ຕົກ​ລົງ​ກັນທີ່ຍື່ນຕໍ່ສານ.

ການຟ້ອງຮ້ອງຈາກຜູ້ກູ້ຢືມເງິນໄດ້ກ່າວຫາລັດ​ຖະ​ບານ​ຂອງທ່ານ​ໄບ​ເດັນ ແລະ ລັດ​ຖະ​ບານຂອງອະດີດປະທານາທິບໍດີດໍ​ໂນ​ລ ທ​ຣຳວ່າ ມີ​ການຊັກຊ້າຢ່າງຜິດ ກົດຫມາຍ​ເປັນ​ເວ​ລາ​ຫລາຍປີ ສຳ​ລັບການດໍາເນີນການໃດໆ ທີ່ກ່ຽວຂ້ອງກັບ ຄໍາຮ້ອງທີ່ຜູ້ກູ້ຢືມເງິນ ໄດ້ຍື່ນຕໍ່ກະ​ຊວງສຶກສາເພື່ອ​ຂໍການບັນເທົາໜີ້ສິນ.

ໃນຖະແຫຼງການທີ່ນຳ​ອອກ​ເຜີຍ​ແຜ່ໃນວັນພະຫັດກ່ອນນັ້ນ, ລັດຖະມົນຕີ ກະຊວງສຶກສາ, ທ່ານມີ​ແກວລ ຄາ​ໂດ​ນາ (Miguel Cardona) ອະທິບາຍ ກ່ຽວ​ກັບການຕົກ​ລົງ​ກັນ​ນັ້ນວ່າ "ມີ​ຄວາມຍຸຕິທໍາ ແລະສະເຫມີພາບ ສໍາລັບທຸກຝ່າຍ" ແລະກ່າວວ່າ ມັນຈະສົ່ງ "ເງິນການບັນເທົາທຸກຫຼາຍຕື້ໂດລາຢ່າງອັດຕະໂນມັດ" ໃຫ້ກັບຜູ້ກູ້ຢືມເງິນ 200,000 ຄົນ.

ໂຄງການກ່ຽວກັບການໃຫ້ກູ້ຢືມທີ່​ເອົາ​ປຽບນັກຮຽນ ຫລື Predatory Student Lending ເຊິ່ງເປັນຕົວແທນໃຫ້ນັກຮຽນໃນທົ່ວສະຫະລັດ ໃນການຕໍ່ສູ້ກັບຫນີ້ສິນຂອງນັກຮຽນ ໄດ້ອະທິບາຍການຕົກລົງດັ່ງກ່າວເປັນ "ໂອ​ກາດ​ອັນ​ສຳ​ຄັນ."

ກ່ອນ​ໜ້າ​ນີ້ ລັດ​ຖະ​ບານຂອງ​ທ່ານໄບ​ເດັນ​ໄດ້​ອະນຸມັດ​ໃຫ້​ຍົກ​ເລີກ​ໜີ້​ສິນສຳ​ລັບ ​ນັກຮຽນ 25 ຕື້ໂດ​ລາ​ ​ແກ່​ຜູ້​ກູ້​ຢືມ​ປະມານ 1 ລ້ານ 3 ແສນ​ຄົນ.

ຄະ​ນະ​ລັດ​ຖະ​ບານໄດ້ລັ່ງເລໃຈ ທີ່ຈະຍົກເລີກໜີ້ສິນເງິນ​ກູ້​ສຳ​ລັບ​ຈ່າຍ​ຄ່າ​ຮຽນ​ໃນ​ມະ​ຫາວິທະຍາໄລຂອງ​ລັດ​ຖະ​ບານ ແບບບໍ່ເຄີຍມີມາກ່ອນນັ້ນ​ ແຕ່​ຝ່າຍ​ດຽ​ວ. ແຕ່​ວ່າ ກ່ອນ​ໜ້າ​ນີ້ ທ່ານປະທານາທິບໍດີ​ໄດ້​ຮຽກຮ້ອງ​ໃຫ້​ລັດຖະສະພາຮັບ​ຮອງ​ເອົາ​ຮ່າງ​ກົດໝາຍ ​ຍົກ​ເລີກ​ໜີ້​ສິນ ​ທີ່ທ່ານ​ສາມາດເຊັນ​ອະ​ນຸ​ມັດ​ໃຫ້​ໄດ້.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG