ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ຕໍ່​ກຳ​ປູ​ເຈຍ: ຂໍ້​ຕົກ​ລົງ ກຳ​ປັ່ນ​ດຳ​ນ້ຳ ຂອງ​ກຸ່ມ​ AUKUS ບໍ່​ແມ່ນ​ການ​ແຜ່​ຜາຍ​ອາ​ວຸດ​ນິວ​ເຄ​ລຍ


ແຟ້ມ - ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ ທ່ານ​ຮຸນ​ເຊນ ໄປ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ອາ​ຊ່ຽນ​ ທີ່​ອິນ​ໂດ​ເນ​ເຊຍ ເມື່ອ​ວັນ​ທີ 10 ພຶດ​ສະ​ພາ 2023.
ແຟ້ມ - ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ ທ່ານ​ຮຸນ​ເຊນ ໄປ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ອາ​ຊ່ຽນ​ ທີ່​ອິນ​ໂດ​ເນ​ເຊຍ ເມື່ອ​ວັນ​ທີ 10 ພຶດ​ສະ​ພາ 2023.

ສະ​ຫະ​ລັດ ໃນ​ການ​ຕອບ​ຕໍ່​ການ​ໃຫ້​ຄວາມ​ເຫັນ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ ທ່ານ​ຮຸນ​ເຊນ ເມື່ອ​ຕົ້ນ​ອາ​ທິດນີ້ ໂດຍ​ກ່າວ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ ພັນ​ທະ​ມິດ​ທາງ​ດ້ານ​ຄວາມ​ໝັ້ນ​ຄົງ​ສາມ​ຝ່າຍ ລະ​ຫວ່າງອອ​ສ​ເຕ​ຣ​ເລຍ ສະ​ຫະ​ຣາ​ຊະ​ອາ​ນາ​ຈັກ ແລະ​ສະ​ຫະ​ລັດ ບໍ່​ແມ່ນ​ຄວ​າມ​ພະ​ຍາ​ຍາມ​ທີ່​ຈະ​ແຜ່​ຜາຍ​ອາ​ວຸດ​ນິວ​ເຄ​ລຍ​ ຢູ່​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ ແລະ​ມະ​ຫາ​ສະ​ໝຸດ​ປາ​ຊີ​ຟິກ.

ໃນ​ວັນ​ຈັນ​ຜ່ານ​ມານີ້ ທ່ານ​ຮຸນ​ເຊນ ກ່າວ​ວ່າ ກຸ່ມ​ພັນ​ທະ​ມິດ​ສາມ​ຝ່າຍ ທີ່​ຮູ້​ກັນ​ໃນ​ຊື່ AUKUS ນັ້ນ ແມ່ນ “​ຈຸດ​ເລີ້ມ​ຕົ້ນໃນ​ການ​ແຂ່ງ​ຂັນ​ອາ​ວຸດ​ທີ່​ເປັນ​ອັນ​ຕະ​ລາຍ​ຮ້າຍ​ແຮງ” ໃນ​ຂະ​ນະ​ທີ່​ທ່ານ​ຄັດ​ຄ້ານ ​ຕໍ່​ການ​ມີ​ໜ້າ​ຂອງ​ກຳ​ປັ່ນ​ດຳ​ນ້ຳ​ພະ​ລັງ​ງານ​ນິວ​ເຄ​ລຍຢູ່​ໃນ​ຂົງ​ເຂດ.

ກຸ່ມ​ພັນ​ທະ​ມິດ​ຂອງ​ສາມ​ປະ​ເທດ ​ໄດ້​ເຊັນ​ຂໍ້​ຕົກ​ລົງ​ເມື່ອ​ເດືອນ​ມີ​ນາ​ຜ່ານ​ມາ ເພື່ອ​ເສີມ​ຂະ​ຫຍາຍ​ການ​ມີ​ໜ້າຂອງ​ຕົນ ​ຢູ່​ໃນ​ເຂດ​ເອ​ເຊຍ-ປາ​ຊີ​ຟິກ ບ່ອນ​ທີ່​ຈີນ​ພວມ​ຂະອິດ​ທິ​ພົນ​ທາງ​ດ້ານ​ທະ​ຫານ​ຂອງ​ຕົນ​ຢູ່​ທີ່ນັ້ນ. ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ ຮຽກ​ຮ້ອງ​ໃຫ້​ອອ​ສ​ເຕ​ຣ​ເລຍຊື້​ກຳ​ປັ່ນ​ດຳ​ນ້ຳ​ພະ​ລັງ​ງານ​ນິວ​ເຄ​ລຍ 3 ລຳຈາກ​ສະ​ຫະ​ລັດ.

ໂຄ​ສົກ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ກ່າວ​ໃນ​ວັນ​ອັງ​ຄານ​ວານນີ້​ໃນ​ການ​ຕອບ​ອີ​ແມ​ລ​ຂອງວີ​ໂອ​ເອ ເພື່ອ​ຂໍ​ຄວາມ​ເຫັນ ໂດຍ​ເວົ້າ​ວ່າ “ກຸ່ມ AUKUS ມີ​ຄວາມ​ຕັ້ງ​ໃຈ​ທີ່​ຈະ​ເສີມ​ຂະ​ຫຍາຍ​ສັນ​ຕິ​ພາບ ຄວາມ​ອຸ​ດົມ​ຮັ່ງ​ມີ ຄວາມ​ໝັ້ນ​ຄົງ ແລະ​ສ​ະ​ຖຽນ​ລະ​ພາບ ​ຢູ່​ໃນ​ຂົງ​ເຂ​ດ​ອິນ​ໂດ​ປາ​ຊີ​ຟິກ ແລະ​ໄກ​ອອກ​ໄປ​ກວ່ານັ້ນ. ໂດຍ​ຜ່ານ​ກຸ່ມ AUKUS ພວກ​ເຮົາ​ຈະ​ໃຫ້​ການ​ສະ​ໜັບ​ສະ​ໜຸນ ຕໍ່​ການຢາກ​ໄດ້​ກຳ​ປັ່ນ​ດຳ​ນ້ຳ​ພະ​ລັງ​ງານ​ນິວ​ເຄ​ລຍ ທີ່​ຕິດ​ອາ​ວຸດ​ທຳ​ມະ​ດາ ຂອງອອ​ສ​ເຕ​ຣ​ເລຍ ຊຶ່ງ​ໄດ້​ຮັບ​ການ​ພິ​ສູດ​ແລ້ວ​ວ່າ​ ເປັນ​ເທັກ​ໂນ​ໂລ​ຈີ​ທີ່​ມີ​ຄວາມ​ປອດ​ໄພ​.”

ທ່ານ​ຮຸນ​ເຊນ​ກ່າວ​ວ່າ ສະ​ມາ​ຄົມ​ບັນ​ດາ​ປະ​ຊາ​ຊາດ​ໃນ​ເຂດ​ເອ​ເຊຍ​ຕາ​ເວັນ​ອອກ​ສຽງ​ໃຕ້ຫຼື​ອາ​ຊຽນ ແມ່ນ “ເຂດ​ປອດ​ອາ​ວຸດ​ນິວ​ເຄ​ລຍ” ທີ່​ອົງ​ການ​ຈັດ​ຕັ້ງ​ຢູ່​ໃນ​ຂົງ​ເຂດ​ດັ່ງ​ກ່າວ ຄັດ​ຄ້ານ ​ຕໍ່​ການ​ແຜ່​ຜາຍ​ອາ​ວຸດ​ນິວ​ເຄ​ລຍ. ທ່ານ​ກ່າວ​ວ່າ ກຸ່ມພັນ​ທະ​ມິດ AUKUS ແມ່ນ “ຈຸດ​ເລີ້ມ​ຕົ້ນ​ໃນການ​ແຂ່ງ​ຂັນ​ອາ​ວຸດ​ທີ່​ເປັນ​ອັນ​ຕະ​ລາຍ​ຮ້າຍ​ແຮງ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG