ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ລັດຖະບານ ຂອງທ່ານທຣຳ ຕັ້ງຂໍ້ຈຳກັດໃໝ່ ໃສ່ຄິວບາ


ປະຊາຊົນພາກັນຍ່າງຢູ່ຕາມຖະໜົນໃນ ຮາວານາ ຄິວບາ ວັນທີ 10 ເມສາ 2019.
ປະຊາຊົນພາກັນຍ່າງຢູ່ຕາມຖະໜົນໃນ ຮາວານາ ຄິວບາ ວັນທີ 10 ເມສາ 2019.

ລັດຖະບານທ່ານ ທຣຳ ພວມນຳໃຊ້ ຂໍ້ຈຳກັດໃໝ່ ໃສ່ປະເທດ ຄິວບາ ເພື່ອລົງໂທດ ລະບອບດັ່ງກ່າວ ຍ້ອນສະໜັບສະໜູນປະທານາທິບໍດີ ນິໂກລັສ ມາດູໂຣ ແຫ່ງ ເວເນ
ຊູເອລາ.

ທີ່ປຶກສາດ້ານຄວາມປອດໄພແຫ່ງຊາດ ທ່ານ ຈອນ ໂບລຕັນ ໃນວັນພຸດວານນີ້ ໄດ້ປະ
ກາດຂໍ້​ຈຳ​ກັດໃໝ່ ຂອງຈຳນວນເງິນທີ່ຊາວອາເມຣິກັນເຊື້ອສາຍຄິວບາຈະ ສາມາດສົ່ງ
ໄປໃຫ້ຍາດພີ່ນ້ອງຂອງເຂົາເຈົ້າ ໃນເກາະດັ່ງກ່າວ ວ່າແມ່ນ 1,000 ໂດລາຕໍ່ຄົນ.

ນອກຈາກນັ້ນແລ້ວ ລັດຖະບານນີ້ກໍຈະນຳໃຊ້ “ລະບຽບການໃໝ່ ກ່ຽວກັບຂໍ້ຈຳ ກັດ ສຳ
ລັບພວກທີ່ບໍ່ເປັນພີ່ເປັນນ້ອງ ໃນການເດີນທາງໄປຄິວບານຳ” ດັ່ງທີ່ ທ່ານ ໂບລຕັນ ໄດ້
ເວົ້າຢູ່ໃນຄຳປາໄສ ຢູ່ໃນນະ​ຄອນໄມອາມີ ຕໍ່ກຸ່ມນັກລົບເກົ່າ ໃນອ່າວເບອັອຟພີກສ
(Bay of Pigs) ເນື່ອງໃນໂອກາດ ວັນຄົບຮອບ 58 ປີ ແຫ່ງການບຸກຂຶ້ນເກາະດັ່ງກ່າວ
ທີ່ນຳພາ ໂດຍ ອົງ​ການຊີໄອເອ ທີ່​ປະ​ສົບ​ກັບ ຄວາມລົ້ມແຫລວ ໃນປີ 1961 ນັ້ນ.

ການປະກາດດັ່ງກ່າວ ທີ່ຕິດຕາມມາດ້ວຍຄຳເວົ້າຂອງທ່ານ ໄມກ໌ ພອມພຽວ ລັດຖະມົນຕີ ກະຊວງຕ່າງປະເທດ ທີ່ລັດຖະບານຈະອະນຸຍາດໃຫ້ປະຊາຊົນ ອາເມຣິກັນ ໃຫ້ຮ້ອງຟ້ອງ
ທຸລະກິດຕ່າງປະເທດ ທີ່ໃຊ້ຊັບສິນທີ່ຖືກຍຶດມາ ໃນ ລະຫວ່າງການປະຕິວັດຄິວບາ ໃນປີ
1959. ການປ່ຽນແປງໃນນະໂຍບາຍທີ່ ວ່ານີ້ ໝາຍຄວາມວ່າ ກ້ານຟ້ອງດັ່ງກ່າວ ຈະເລີ້ມ
ຕົ້ນໄດ້ຕັ້ງແຕ່ວັນທີ 2 ພຶດສະພາເປັນຕົ້ນໄປ.

ເທົ້າທີ່ຜ່ານມາ ລັດຖະບານສະຫະລັດ ໄດ້ຢັ້ງຢືນຂໍ້ກ່າວອ້າງເຖິງ 6,000 ກໍລະນີແລ້ວ ທີ່ມີ
ມູນຄ່າເຖິງ 8 ພັນລ້ານໂດລາ ລວມທັງມູນຄ່າຕົວຈິງແລະ ດອກເບ້ຍນຳ.

ມີທ່າທາງວ່າ ການຕັດສີນໃຈດັ່ງກ່າວຈະເປັນການຂັດຂວາງຄວາມພະຍາຍາມຂອງຄິວ
ບາທີ່ຢາກສົ່ງເສີມການລົງທຶນຂອງຕ່າງປະເທດ ໃນເກາະທີ່ຕັ້ງ​ຢູ່​ໃນ​ທະ​ເລກາຣີບຽນແຫ່ງ
ນັ້ນ. ການເຄື່ອນໄຫວທີ່ວ່ານີ້ ເປັນພາກສ່ວນນຶ່ງ ຂອງການປຸກລະດົມອັນກວ້າງໆຂອງ
ທ່ານທຣຳ ທີ່ຢາກທັບມ້າງພວກ ປະເທດສັງຄົມນິຍົມລາຕິນອາເມຣິກັນ ຄິວບາແລະນິກາ
ຣາກົວ ທັງຈະໂຄ່ນ ລົ້ມມາດູໂຣ ຜູ້ຊຶ່ງຍຶດໜ່ຽວອຳນາດຢູ່ ໂດຍສ່ວນໃຫຍ່ ແມ່ນອີງໃສ່ການ
ສະໜັບສະໜູນຈາກຄິວບາ ພ້ອມດ້ວຍຣັດເຊຍແລະຈີນນັ້ນ.

ທ່ານ ໂບລຕັນ ກ່າວວ່າ “ຕົກມາເຖິງດຽວນີ້ ນັບເປັນເວລາມາຫລາຍປີແລ້ວ ທີ່ລະບອບ
ການ​ປົກ​ຄອງຄິວບາ ໄດ້ສ້າງຄວາມຫຍຸ້ງຍາກ ໃຫ້ແກ່ຄວາມເປັນ ເອກະລາດຂອງເວເນ
ຊູເອລາ ແລະກໍ່ວິກິດຕະກ​ານໂດຍກົງຂຶ້ນ ເພື່ອຜົນປະ ໂຫຍດແລະຄວາມຢູ່ລອດຂອງ
ຕົນເອງ. ໃນເວລານີ້ ຮາວານາ ພວມຊຸກຍູ້ ມາດູໂຣ ແລະຊ່ອຍເຫລືອຜູ້ກ່ຽວເພື່ອຄົງໄວ້
ຊຶ່ງຄວາມທຸກທໍລະມານທີ່ໂຫດ ຮ້າຍ ຂອງປະຊາຊົນເວເນຊູເອລາ.”

ເຊີນອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG