ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໓ ມີນາ ໒໐໒໕

‘ຜູ້ລີ້ໄພ TikTok’ ຂອງສະຫະລັດ ຍ້າຍໄປຫາແອັບໃໝ່ຂອງ ຈີນ ເນື່ອງຈາກຄໍາສັ່ງຫ້າມຫຍັບໃກ້ເຂົ້າມາແລ້ວ


ແອັບ TikTok ແລະແອັບ Xiaohongshu ຫຼື RedNote, ທັງສອງແອັບທີ່ປາກົດໃນໃນໜ້າຈໍນີ້ ຖືກຖ່າຍເມື່ອວັນທີ 15 ມັງກອນ 2025.
ແອັບ TikTok ແລະແອັບ Xiaohongshu ຫຼື RedNote, ທັງສອງແອັບທີ່ປາກົດໃນໃນໜ້າຈໍນີ້ ຖືກຖ່າຍເມື່ອວັນທີ 15 ມັງກອນ 2025.

ໃນຂະນະທີ່ວັນອາທິດ ເປັນກໍານົດມື້ສຸດທ້າຍຂອງ TikTok ທີ່ຈະແບ່ງການຄອບຄອງ ຫຼື ປະເຊີນກັບການຫ້າມຈາກ ສະຫະລັດ ທີ່ຫຍັບໃກ້ເຂົ້າມານັ້ນ, ບັນດາຜູ້ໃຊ້ຊາວອາເມຣິກາຫຼາຍແສນຄົນທີ່ນໍາໃຊ້ແອັບວິດີໂອສື່ສັງຄົມຍອດນິຍົມນີ້ກ່າວວ່າ ພວກເຂົາເຈົ້າກໍາລັງຍ້າຍໄປໃຊ້ແອັບສື່ສັງຄົມອື່ນຂອງ ຈີນ ອີກແອັບນຶ່ງ ທີ່ມີຊື່ວ່າ ຊຽວຮົງຊູ (Xiaohongshu) ຫຼື RedNote.

ບາງ​ຄົນກ່າວວ່າ ​ພວກ​ເຂົາ​ເຈົ້າ​ກໍາ​ລັງທໍາ​ການ​ເຄື່ອນ​ໄຫວໂດຍຕັ້ງຊື່ໃຫ້​ຕົນ​ເອງວ່າ “ຊາວຜູ້​ອົບ​ພະ​ຍົບ TikTok” ໃນ​ການ​ຊອກ​ຫາ​ບ່ອນຢູ່​ໃໝ່​, ສ່ວນອີກຈໍານວນນຶ່ງ​ກ່າວ​ວ່າ ການ​ອົບ​ພະຍົບ​ຂອງ​ພວກເຂົາ​ເຈົ້າ ​ແມ່ນ​ຮູບ​ແບບນຶ່ງໃນ​ການ​ປະ​ທ້ວງ​ຕໍ່​ການ​ຫ້າມດັ່ງກ່າວນັ້ນ.

ເຫຼືອເວລາພຽງອີກ 2 ຫາ 3 ມື້ ກ່ອນເວລາທີ່ໃກ້ຈະຮອດເສັ້ນຕາຍ, ບັນດາຜູ້ໃຊ້ພວມປະເຊີນກັບຄວາມບໍ່ແນ່ນອນທີ່ເພີ້ມຂຶ້ນ ໃນຂະນະທີ່ພວກເຂົາເຈົ້າລໍຖ້າຄໍາຕັດສິນຈາກສານສູງສຸດສະຫະລັດວ່າ ຈະໃຊ້ກົດຂໍ້ບັງຄັບໃນການຫ້າມແບບນີ້ ຫຼື ບໍ່. ປັດຈຸບັນ ລາຍງານລະບຸວ່າ TikTok ອາດຈະປິດການດໍາເນີນງານຂອງຕົນຢູ່ໃນ ສະຫະລັດ ຖ້າການຫ້າມດັ່ງກ່າວມີຜົນອອກມາ.

ປະຊາຊົນ ຍ່າງຜ່ານປ້າຍໂຄສະນາແອັບເຄືອຂ່າຍສື່ສັງຄົມ ແລະແອັບການຄ້າ ຊຽວຮົງຊູ Xiaohongshu ຫຼື RedNote, ຢູ່ທີ່ສູນການຄ້າແຫ່ງນຶ່ງໃນນະຄອນຫຼວງແັກກິ່ງ, ວັນທີ 15 ມັງກອນ 2025.
ປະຊາຊົນ ຍ່າງຜ່ານປ້າຍໂຄສະນາແອັບເຄືອຂ່າຍສື່ສັງຄົມ ແລະແອັບການຄ້າ ຊຽວຮົງຊູ Xiaohongshu ຫຼື RedNote, ຢູ່ທີ່ສູນການຄ້າແຫ່ງນຶ່ງໃນນະຄອນຫຼວງແັກກິ່ງ, ວັນທີ 15 ມັງກອນ 2025.

ນາງ ສກາຍ ບາຍນໍາ (Sky Bynum), ຊ່າງແຕ່ງໜ້າ ອາຍຸ 18 ປີ ຜູ້ອາໄສຢູ່ໃນລັດ New Jersey ທີ່ຕັ້ງຢູ່ທາງທິດຕາເວັນອອກ ກ່າວຕໍ່ VOA ວ່າ ນາງ ມາໃຊ້ແອັບ ຊຽວຮົງຊູ ຫຼື ທີ່ຜູ້ໃຊ້ມັກຮ້ອງວ່າ RedNote, ເນື່ອງຈາກນາງຕ້ອງການຊອກຫາເວັບໄຊທ໌ສື່ສັງຄົມອື່ນໆ ທີ່ມີຄວາມຮູ້ສຶກກ່ຽວກັບການເປັນຊຸມຊົນ.

ນາງກ່າວຕໍ່ VOA ໃນລະຫວ່າງການໃຫ້ສໍາພາດຜ່ານ Zoom ວ່າ “ສິ່ງທີ່ດີທີ່ສຸດກ່ຽວກັບ TikTok ແມ່ນການມີຊຸມຊົນຢູ່ນະທີ່ນັ້ນ, ເມື່ອຂ້ອຍໂພສວິດີໂອ 2-3 ຄັ້ງທໍາອິດກ່ຽວກັບການແຕ່ງໜ້າຂອງຂ້ອຍ, TikTok ກໍສົ່ງວີດີໂອເຫຼົ່ານັ້ນໄປຫາຊ່າງແຕ່ງໜ້າຄົນອື່ນໆ ແລະຂ້ອຍກໍ່ພົບຊຸມຊົນຂອງຂ້ອຍໃນທັນທີ. ຂ້ອຍຄິດ

ແຟ້ມຮູບ-ຜູ້ໃຊ້ແອັບ ຄົ້ນຫາຂໍ້ມູນໃນສື່ສັງຄົມອອນລາຍ Xiaohongshu, ໃນ ຮົງກົງ, ຈີນ, ວັນທີ 30 ເມສາ 2024.
ແຟ້ມຮູບ-ຜູ້ໃຊ້ແອັບ ຄົ້ນຫາຂໍ້ມູນໃນສື່ສັງຄົມອອນລາຍ Xiaohongshu, ໃນ ຮົງກົງ, ຈີນ, ວັນທີ 30 ເມສາ 2024.

ວ່າ ການເກືອດຫ້າມທີ່ມີທ່າແຮງຕໍ່ TikTok ແມ່ນຂີ້ຮ້າຍຫຼາຍ ເພາະວ່າຂ້ອຍຈະບໍ່ພົບສິ່ງໃດແບບນີ້ ຄືດັ່ງທີ່ຂ້ອຍພົບໃນ TikTok.”

ນາງ ບາຍນໍາ ກ່າວຕື່ມອີກວ່າ “ແອັບ ຊຽວຮົງຊູ ຄັກຫຼາຍ ເພາະວ່າຜູ້ໃຊ້ TikTok ຫຼາຍຄົນພະຍາຍາມຊອກຫາຊຸມຊົນໃໝ່ຢູ່ໃນ ຊຽວຮົງຊູ ນີ້.”

ແອັບ ຊຽວຮົງຊູ ສ້າງຕັ້ງຂຶ້ນໃນປີ 2013, ແອັບດັ່ງກ່າວມີລັກສະນະຄ້າຍຄືກັບ Instagram ແລະ Pinterest. ປັດຈຸບັນ, ມີຜູ້ນໍາໃຊ້ແອັບນີ້ປະມານ 300 ລ້ານຄົນ, ໂດຍຜູ້ໃຊ້ສ່ວນໃຫຍ່ແມ່ນອາໄສຢູ່ໃນປະເທດຈີນ, ແລະຖືກນໍາໃຊ້ຢ່າງກວ້າງຂວາງເພື່ອແບ່ງປັນຄໍາແນະນໍາໃນການເດີນທາງ, ສອນລາຍລະອຽດກ່ຽວກັບການແຕ່ງໜ້າ, ແລະສົນທະນາກ່ຽວກັບຄວາມນິຍົມໃນເລື້ອງຂອງແຟຊັນການແຕ່ງໂຕ.

ແຟ້ມຮູບ-ບັນດາຜູ້ເຂົ້າຊົມ ພາກັນຢືນລຽນແຖວ ເພື່ອເຂົ້າໄປເບິ່ງຕູບໂຄສະນາຂອງແອັບ Xiaohongshu ຢູ່ທີ່ງານ China International Import Expo ໃນນະຄອນຊຽງໄຮ, ວັນທີ 6 ພະຈິກ, 2024.
ແຟ້ມຮູບ-ບັນດາຜູ້ເຂົ້າຊົມ ພາກັນຢືນລຽນແຖວ ເພື່ອເຂົ້າໄປເບິ່ງຕູບໂຄສະນາຂອງແອັບ Xiaohongshu ຢູ່ທີ່ງານ China International Import Expo ໃນນະຄອນຊຽງໄຮ, ວັນທີ 6 ພະຈິກ, 2024.

ຊຽວຮົງຊູ (Xiaohongshu) ຊື່ດັ່ງກ່າວມີໝາຍຄວາມວ່າ “ປຶ້ມນ້ອຍຫົວສີແດງ” ແຕ່ບໍລິສັດຜູ້ກໍ່ຕັ້ງບໍ່ໄດ້ລະບຸວ່າ ອ້າງອີງເຖິງຄໍາເວົ້າຕ່າງໆຂອງອະດີດຜູ້ນໍາພັກຄອມມູນິສຈີນ ທ່ານ ເໝົາ ເຈີຕຸງ ທີ່ຖືກຮວບຮວມໄວ້ ຫຼື ບໍ່.

ອ່ານຂ່າວດ້ານລຸ່ມນີ້ເປັນພາສາອັງກິດ

As TikTok’s Sunday deadline to divest or face a U.S. ban approaches, hundreds of thousands of American users of the popular social media video app say they are migrating to another Chinese social media app, Xiaohongshu, or RedNote.

Some say they are making the move, dubbing themselves “TikTok Refugees” in search of a new home; others say their exodus is a form of protest against the ban.

With just days to go before the deadline, users are facing growing uncertainty as they wait for a ruling from the U.S. Supreme Court on whether the ban will be upheld. Reports are now suggesting that TikTok may just shut down its operations in the United States if the ban goes through.

“Our government is out of their mind if they think we are going to stand for this TikTok ban,” said American user Heather Roberts in one video on Xiaohongshu. “We are just going to a new Chinese app and here we are,” she added.

Sky Bynum, an 18-year-old makeup content creator in the eastern state of New Jersey, tells VOA that she is joining Xiaohongshu, or RedNote as users call it, because she wants to find another social media site with a sense of community.

“The best thing about TikTok is the community on there,” Bynum said. “When I posted my first few makeup videos, TikTok pushed them to the makeup people and I instantly found my community. I think [the potential ban on TikTok] is awful because I’m not going to have the same thing that I had on TikTok,” she told VOA in a video interview via Zoom.

“Xiaohongshu is really cool because a lot of TikTok users were trying to find new communities on Xiaohongshu.” Bynum adds.

Founded in 2013, Xiaohongshu is similar to Instagram and Pinterest. It currently has around 300 million users, most of them in China, and is widely used to share travel tips, makeup tutorials, and talk about fashion trends.

The name literally means “Little Red Book” but the company says it’s not a reference to former Chinese Communist Party leader Mao Zedong’s collection of sayings.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG